ທະນາຄານໂລກສະໜອງທຶນ 20 ລ້ານໂດລາສະຫະລັດໃຫ້
ແກ່ສ ປປ ລາວ ສຳລັບແຜນງານສະໜັບສະໜູນການ ຫລຸດຜ່ອນຄວາມທຸກຍາກໄລຍະ 9 ຫລື
PovertyReductionSupport Operation(PRSO9) ເພື່ອຊ່ວຍເຫລືອ ວຽກງານປະຕິຮູບດ້ານນະໂຍບາຍ
ແລະ ອົງກອນເພື່ອກໍໃຫ້ເກີດຄວາມຢືນຍົງໃນການຄຸ້ມຄອງລາຍຮັບທີ່ເພີ່ມຂຶ້ນຈາກຂະ ແໜງຊັບພະຍາກອນທຳມະຊາດ,
ເຮັດໃຫ້ການບໍລິການພາກລັດຕ່າງໆໃນລາວ ໄດ້ຮັບການປັບປຸງໃຫ້ດີຂຶ້ນກ່າວເກົ່າ ແລະ ເພື່ອ ສະໜັບສະໜູນບັນດາບູລິມະສິດຂອງລັດຖະບານທີ່ໄດ້ກຳນົດໄວ້ໃນແຜນພັດທະນາເສດຖະກິດ-
ສັງຄົມແຫ່ງຊາດຄັ້ງທີ 7.
ພິທີເຊັນລົງນາມສັນຍາທຶນຊ່ວຍເຫລືອດັ່ງກ່າວໄດ້ມີຂຶ້ນທີ່ສຳນັກງານໃຫຍ່ກຸ່ມທະນາຄານໂລກທີ່ວໍຊິງຕັນ
ດີຊີ ສະຫະ ລັດອາເມລິກາ ໃນລະຫວ່າງທີ່ບັນດາຄະນະຜູ້ແທນຈາກ ສປປ ລາວ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມປະຈຳປີ
2013 ຂອງ ກຸ່ມທະນາຄານໂລກ ແລະ ກອງທຶນການເງິນລະຫວ່າງປະເທດທີ່ສະຫະລັດອາເມລິກາ ເຊິ່ງຕາງໜ້າເຊັນລົງນາມສັນຍາຝ່າຍ
ລັດຖະບານລາວຕາງໜ້າໂດຍທ່ານ ພູເພັດ ຄຳພູນວົງ ລັດຖະມົນຕີວ່າການກະຊວງການເງິນ ແລະ ຝ່າຍທະນາຄານໂລກຕາງໜ້າ
ໂດຍ ທ່ານ ອູຣິກ ຊັກຄາວ ຜູ້ອຳນວຍການທະນາຄານໂລກປະຈຳພາກພື້ນອາຊີຕາເວັນອອກສ່ຽງໃຕ້ມີພາກສ່ວນທີ່ກ່ຽວຂ້ອງ
ຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ໂອກາດດັ່ງກ່າວ, ທ່ານ ພູເພັດ ໄດ້ໃຫ້ຮູ້ວ່າ:ແຜນງານຂອງລັດຖະບານທີ່ໄດ້ຮັບການຊ່ວຍເຫລືອຈາກແຜນງານສະໜັບ
ສະໜູນການຫລຸດຜ່ອນຄວາມທຸກຍາກ ຫລື PRSO ນີ້, ແມ່ນມີເປົ້າໝາຍແນໃສ່ຂົງເຂດນະໂຍບາຍຕ່າງໆທີ່ມີຄວາມສຳຄັນ
ເປັນຢ່າງຍິ່ງໃນການພັດທະນາຂອງ ສປປ ລາວ ແຜນງານດັ່ງກ່າວຈະຊ່ວຍຊຸກຍູ້ໃຫ້ເສດຖະກິດມີການຈະເລີນເຕີບໂຕຂຶ້ນ
ແລະ ຊ່ວຍຊຸກຍູ້ເຂົ້າໃນວຽກງານຫລຸດຜ່ອນຄວາມທຸກຍາກ, PRSO9 ແມ່ນແນໃສ່ເສີມສ້າງຄວາມເຂັ້ມແຂງດ້ານການປະສານ
ງານ ແລະ ການຄຸ້ມຄອງນະໂຍບາຍເສດຖະກິດມະຫາພາກ ແລະ ດ້ານການຄຸ້ມຄອງງົບປະມານແບບຍືນຍົງໂດຍສະເພາະໃນ
ຂະແໜງການໄຟຟ້ານ້ຳຕົກແລະບໍ່ແຮ່, ການສະໜັບສະໜູນຈາກແຜນງານ PRSO ນີ້ ແມ່ນໄດ້ຊ່ວຍໃຫ້ການຈັດຕັ້ງປະຕິບັດ
ບັນດາກົດລະບຽບດ້ານການຄ້າແລະການລົງທຶນມີຄວາມໂປ່ງໃສຂຶ້ນ, ຊ່ວຍພັດທະນາຂອບວຽກສຳລັບກົດລະບຽບກ່ຽວກັບ
ອາກອນຊັບພະຍາກອນທຳມະຊາດ ແລະ ບັນດາຂໍ້ກຳນົດຕ່າງໆໃຫ້ມີຄວາມໜັກແໜ້ນຂຶ້ນຊ່ວຍເສີມສ້າງຄວາມເຂັ້ມແຂງໃຫ້
ແກ່ການຄຸ້ມຄອງລາຍຮັບພາກລັດ ແລະ ຊ່ວຍປັບປຸງການວາງແຜນໃນຂະແໜງສຶກສາທິການ ແລະ ສາທາລະນະສຸກ.
ທ່ານ ອູຣິກ ຊັກຄາວກ່າວວ່າ: ທະນາຄານໂລກມີຄວາມຍິນດີທີ່ຈະຊ່ວຍສະໜັບສະໜູນແຜນງານດັ່ງກ່າວຊຶ່ງພວກເຮົາ
ຫວັງວ່າການຊ່ວຍເຫລືອຄັ້ງນີ້ຈະຊ່ວຍເພີ່ມພູນແຫ່ລງທຶນສຳລັບການສະໜອງການບໍລິການພາກລັດໃຫ້ມີປະສິດທິຜົນ
ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ດີຂຶ້ນ.
ແຜນງານສະໜັບສະໜູນການຫລຸດຜ່ອນຄວາມທຸກຍາກໄລຍະ
9 ນີ້, ຖືເປັນສ່ວນສຳຄັນຂອງຍຸດທະສາດຂອງ ການຮ່ວມມືພັດທະນາ ສປປ ລາວ ປະຈຳປີ 2012-2016 ຂອງກຸ່ມທະນາຄານໂລກທີ່ທາງສະພາບໍລິຫານໄດ້ຮັບຮອງເອົາໃນ
ເດືອນມີນາ 2012 ຍຸດທະສາດຮ່ວມພັດທະນາປະເທດນີ້ ແມ່ນມີເປົ້າໝາຍແນໃສ່ເສີມສ້າງຄວາມອາດສາມາດໃນການແຂ່ງ
ຂັນແລະການເຊື່ອມໂຍງ, ການຄຸ້ມຄອງທຳມະຊາດແບບຍືນຍົງ ແລະ ການພັດທະນາແບບທົ່ວເຖິງດ້ວຍການປັບປຸງການຄຸ້ມ
ຄອງພາກລັດໃຫ້ເຂັ້ມແຂງ.
No comments:
Post a Comment