Ad

Ad

15 October 2013

ຮອງປະທານປະເທດລົງຕິດຕາມຄວາມຄືບຫນ້າໂຄງການກໍ່ສ້າງເຂື່ອນນ້ຳງຽບ 2



          ໃນວັນທີ  12 ຕຸລາ​ນີ້, ທ່ານ ບຸນ​ຍັງ ວໍລະ​ຈິດ ຮອງ​ປະທານ​ປະ​ເທດ​ ໄດ້​ຕິດຕາມຄວາມຄືບໜ້າ ​​ໂຄງການກໍ່ສ້າງ​ເຂື່ອນ​ໄຟຟ້າ​ນ້ຳ​ງຽບ 2 ທີ່ຕັ້ງຢູ່ລະ​ຫ່ວາງເຂດ ແດນ​ເມືອງ​ຄູນ​ ແລະ​ ເມືອງ​ຜາ​ໄຊ ​ແຂວງ​ຊຽງຂວາງ ແລະ ​ໄດ້​ຮັບ​ຟັງ​ການ​ລາຍ​ງານຈາກ​ວິຊາ​ການ​ປະຈຳ​ສະໜາມ​ໂດຍ​ຫຍໍ້​ກ່ຽວກັບ​ສະພາບ​ການກໍ່ສ້າງ​ເຂື່ອນ​ໄຟຟ້າ​ດັ່ງກ່າວວ່າ:ເຂື່ອນດັ່ງກ່າວ ແມ່ນ ບໍລິສັດ CWE ຖື​ຫຸ້ນ 90%, ບໍລິສັດລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ ຖື​ຫຸ້ນ10%,  ມີກຳລັງການຜະລິດ ກະແສໄຟຟ້າ 180 ​ເມ​ກາ​ວັດ, ລວມມູນ​ຄ່າ​​ການກໍ່ສ້າງ 300 ກວ່າລ້ານ​ໂດ​ລາ​ສະຫະລັດ.ມາ ຮອດປັດຈຸບັນ,ການກໍ່ສ້າງເຂື່ອນ​ຄອນ​ກີຼດປະສົມ​ແຮ່​ຕົວ​ເຂື່ອນ​ສຳ​ເລັດ 92%,ອຸມົງຜັນ​ນ້ຳ ປະຕິບັດ ໄດ້ 58%,​ເຂຶ່ອນ​ກັກເກັບ​ນ້ຳ​ 32%, ອຸ​ມົງສົ່ງ​ນ້ຳຫາ​ເຮືອນ​ຈັກ 86%, ທໍ່ ຫາຍ​ໃຈ​ 20%, ​ເຮືອນ​ຈັກ 15%, ສາຍ​ສົ່ງ​ໄຟຟ້າ 5%. ນອກ​ນີ້ການ​ຄຸ້ມຄອງ​ສິ່ງ​ແວດ​ລ້ອມ- ສັງຄົມ ​ແລະ ຍົກຍ້າຍ​ຈັດ​ສັນ​ປະ
ຊາຊົນ​ກໍ​ໄດ້​ດຳ​ເນີນ​ໄປ​ໂດຍ​ດີ, ການ​ອະນາ​ໄມ​ອ່າງ,ການ​ກວດກາ​ຄຸນ​ນະພາ​ບ ນ້ຳ,ການ​ທົດ​ແທນ,ການ​ຊ່ວຍ​ເຫຼືອສັງຄົມ​​ໄດ້​ດຳ​ເນີນ​ຕາມ​ຂັ້ນ ຕອນ​ຢ່າງ​ລະອຽດ.
           ໃນ​ໂອກາດນີ້,ຮອງ​ປະທານ​ປະ​ເທດ ​ກໍ​ໄດ້​ໂອ້​ລົມ​​ພະນັກງານບໍລິສັດ ເຊິ່ງທ່ານ​​ໄດ້​ສະ​ແດງຄວາມດີ​ໃຈ​ຕໍ່ການ​ພັດທະ ນາ,ຮ່ວມ​ມື ແລະ ການ​ລົງ​ທຶນ ຂອງ​ບໍລິສັດ ພ້ອມ​ທັງ​ເນັ້ນ​ໃຫ້​ທຸກ​ພາກສ່ວນ​ຮ່ວມ​ມື​ກັນ, ປຶກສາ​ຫາ ລື ເພື່ອ​ຈັດຕັ້ງປະຕິບັດ​ວຽກງານ​ໃຫ້​ສຳ​ເລັດຕາມຄາດໝາຍທີ່ກຳນົດໄວ້.

No comments:

Post a Comment