ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ໄດ້ມີຄຳສັ່ງ
ແນະນຳໃຫ້ທຸກພາກສ່ວນອົງ ການຈັດຕັ້ງແຕ່ສູນກາງຮອດ ທ້ອງຖິ່ນຖືວັນສາກົນ ແລະ ສັບ ປະດາແຫ່ງຊາດ
ເພື່ອລຶບລ້າງຄວາມທຸກຍາກເປັນສຳຄັນໜຶ່ງທີ່ພັກ-ລັດຖະບານ ແລະ ປວງ ຊົນລາວທັງຊາດພ້ອມກັບປະຊາຊາດໃນໂລກຮ່ວມແຮງຮ່ວມໃຈກັນຕໍ່
ສູ້ກັບຄວາມທຸກຍາກ-ໄພອຶດຫິວ- ໄພພິບັດທຳມະຊາດ ແລະ ພ້ອມກັນປະກອບສ່ວນວັດຖຸ-ຈິດໃຈ ໃຫ້ແກ່ຜູ້ທຸກຍາກ
ແລະ ຜູ້ອຶດຫິວ ໃນທົ່ວໂລກກໍຄືຢູ່ສປປ ລາວ ເປັນການປຸກ ລະດົມກຳລັງໃຈ ແລະ ສ້າງຈິດສຳນຶກໃຫ້ທົ່ວປວງຊົນລາວທັງຊາດທັງເປັນການປະກອບສ່ວນພາລະກິດລຶບລ້າງຄວາມທຸກ
ຍາກ ແລະ ຕ້ານໄພອຶດຫິວໃຫ້ບັນລຸຄາດໝາຍສູ້ຊົນຂອງພັກ-ລັດຖະບານ ກໍຄືເປົ້າໝາຍສະຫັດສະວັດເພື່ອການພັດທະນາ.
ການເຄື່ອນໄຫວວັນສາກົນ ແລະ ສັບປະດາແຫ່ງຊາດ
ເພື່ອລຶບລ້າງຄວາມທຸກຍາກ 17- 24 ຕຸລາ 2013 ຍັງເປັນ ການໂຄສະນາເຜີຍແຜ່ຜົນສຳເລັດການຜັນຂະຫຍາຍມະຕິ
9 ຂອງພັກ, ແຜນພັດທະນາເສດຖະກິດ-ສັງ ຄົມ 5 ປີຄັ້ງທີ 7 ກໍຄືຜົນສຳເລັດການຈັດຕັ້ງປະຕິບັດແຜນພັດທະ
ນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ໃນໄລຍະກາງ ສະໄໝຜ່ານມາ ຊຶ່ງເປັນການທົບທວນຄືນບົດຮຽນ
ແລະ ຂໍ້ຄົງຄ້າງເພື່ອນຳໄປແກ້ໄຂ ແລະ ເສີມຂະຫຍາຍຈຸດພົ້ນເດັ່ນ, ສ້າງບາດກ້າວບຸກທະ
ລຸໃຫ້ແຂງແຮງຕື່ມອີກ.
ພ້ອມນີ້ໄດ້ຢ້ຳໃຫ້ຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂັ້ນສູນກາງເປັນໃຈກາງ ຈັດຕັ້ງເຄື່ອນໄຫວກິດຈະກຳຕ່າງໆໃຫ້ເປັນຂະບວນຟົດຟື້ນ
ແລະ ຊີ້ໃຫ້ເຫັນການສະແດງພະລັງຕໍ່ສູ້ໃຫ້ຫລຸດພົ້ນກັບຄວາມທຸກ ຍາກ.ການຮ່ວມແຮງຮ່ວມໃຈເປັນໜຶ່ງດຽວຂອງທົ່ວສັງຄົມໃນຊາດແມ່ນປັດໄຈຕັດສິນຜົນສຳເລັດໃນການລຶບລ້າງຄວາມທຸກ
ແລະ ພາລະກິດລຶບລ້າງຄວາມທຸກຍາກແມ່ນໜ້າທີ່ຄວາມຮັບຜິດຊອບຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນ.
ຄວາມທຸກຍາກ ແລະ ຄວາມ ອຶດຫິວເປັນບັນຫາໃຫຍ່ຂອງໂລກທີ່ມີມາຫລາຍທົດສະວັດແລ້ວ
ຊຶ່ງສະຫະປະຊາຊາດ ກໍໄດ້ມີຄວາມພະຍາຍາມແກ້ໄຂບັນຫາດັ່ງກ່າວມາໂດຍຕະຫລອດ.
ປັດຈຸບັນ, ປະຊາກອນທົ່ວໂລກຫລາຍລ້ານຄົນ ຍັງດຳລົງຊີວິດໃນຄວາມທຸກຍາກຂາດເຂີນ.
ໃນຊຸມປີຜ່ານມາໄດ້ເກີດວິກິດຫລາຍຢ່າງເປັນຕົ້ນສະບຽງອາຫານ, ພະລັງງານ, ການເງິນ, ອາ ກາດປ່ຽນແປງ,
ພະຍາດລະບາດ, ສົງຄາມຢູ່ປະເທດຕ່າງໆລວມເຖິງການເກີດໄພພິບັດທຳມະຊາດຢ່າງຮ້າຍແຮງໃນພາກ ພື້ນ
ແລະໃນໂລກເຊັ່ນ:ແຜ່ນດິນໄຫວ, ຊຶນາມິ, ນ້ຳຖ້ວມ,
ສະພາບແຫ້ງ ແລະ ອື່ນໆ ຊຶ່ງໄດ້ສົ່ງຜົນກະທົບໃຫ້ມີການຫວ່າງ ວຽກ, ມີຄົນທຸກຍາກ ແລະ ອຶດຫິວ
ເພີ່ມຂຶ້ນ. ສະນັ້ນ ສປຊ ຈຶ່ງໄດ້ກຳນົດເອົາວັນທີ 14 ຕຸລາເປັນວັນສາກົນເພື່ອລຶບລ້າງ ຄວາມທຸກຍາກຊຶ່ງທຸກຄົນຈະຕ້ອງຮັບຮູ້
ແລະ ຮ່ວມໃຈກັນແກ້ໄຂ.
No comments:
Post a Comment