Ad

Ad

10 October 2013

ວຽກ​ຈຸດ​ສຸມ​ຂອງ​ລັດ​ໃນການ​ຈັດຕັ້ງປະຕິບັດແຜນ​ພັດທະນາ​ເສດຖະກິດ-ສັງຄົມໃນ​ເຄິ່ງທ້າຍ​ສະ​ໄໝ



         ການຈັດຕັ້ງປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ໃນ​ເຄິ່ງທ້າຍ​ສະ​ໄໝ​ນີ້, ລັດຖະບານ​ຍັງ​ສືບຕໍ່​ຮັກສາ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ​ໃຫ້​ໜັກ​ແໜ້ນ, ຕິດ​ພັນ​ກັບ​ການ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ ​ແລະ ຄວາມ​ເປັນ​ລະບຽບ​ຮຽບ ຮ້ອຍ​ໃນ​ສັງຄົມ​ໃຫ້​ດີ​ຂຶ້ນຕື່ມ​ອີກ​ເພື່ອ​ເປັນ​ເງື່ອນ​ໄຂ​ອຳນວຍ​ໃຫ້​ແກ່​ການ​ພັດທະນາ ຄືສະກັດ​ກັ້ນທຸກ​ກົນອຸບາຍ ​ແລະ ການ​ເຄື່ອນ​ໄຫວ​ທຳລາຍ​ມ້າງ​ເພ​ຂອງ​ອິດ​ທິກຳລັງ​ປໍ​ລະ​ປັກ, ຕັ້ງໜ້າ​ແກ້​ໄຂ​ໜໍ່​ແໜງ​ຂອງ​ຄວາມ​ບໍ່​ສະຫງົບ ​ເປັນຕົ້ນ ປາກົດການ​ຫຍໍ້​ທໍ້​ໃນ​ສັງຄົມ​ໃຫ້​ຫລຸດ​ໜ້ອຍ​ຖອຍ​ລົງ​ເຊັ່ນ: ອຸປະຕິ​ເຫດ​ຕາມ​​ຖະໜົນ, ຂີ້ລັກ​ງັດ​ແງະ, ປຸ້ນ​ຊັບ-ຊີງ​ຊັບ​ພົນລະ​ເມືອງ, ກຸ່ມ​​ແກ໊ງມົ້ວ ສຸມ​ໄພ​ສັງຄົມ, ບັນຫາຢາ​ເສບ​ຕິດ, ການ​ຄ້າຂາຍ​ເຖື່ອນ (ຄ້າ​ໄມ້​ເຖື່ອນ) ​ແຮ່​ເຖື່ອນ ​ແລະ ການ​ປັ່ນ​ປ່ວນ​ທາງ​ດ້ານ​ເສດຖະກິດ- ການ​ເງິນ-​ເງິນຕາ ​ແລະ ລາຄາ​ສິນຄ້າ. ຮັບປະກັນ​ໃຫ້ການ​ເຕີບ​ໃຫຍ່​ຂອງ​ເສດຖະກິດ​ບັນລຸ​ລະດັບ​ຫລາຍ​ກວ່າ 8% ​ໃນ​ແຕ່ລະ​ປີ ​ແລະ ​ເສດຖະກິດ​ມະຫາ​ພາກ​ມີ​ສະຖຽນ​ລະ​ພາບ. ພ້ອມ​ກັນນັ້ນ ກໍ​ດັດສົມ​ການ​ຂະຫຍາຍຕົວ​ໃຫ້​ຖືກ​ທິດ ​ໂດຍ​ການ​ດຳ​ເນີ​ນນະ​ໂຍບາຍ ​ແລະ ມາດ​ຕະການ​ຈຳນວນ​ໜຶ່ງ​ດັ່ງນີ້:

    1. ​ແກ້​ໄຂ​ໃຫ້​ຕົກ​ບັນດາ​ກົນ​ໄກ ​ແລະລະບອບ​ລະບຽບ​ການ​ຕ່າງໆ​ ດ້ານ​ການ​ບໍລິຫານ​ລັດ ​ແລະ ດ້ານ​ການ​ຄຸ້ມ​ຄອງ​ເສດຖະ ກິດ-ສັງຄົມ​ທີ່​ຍັງ​ກົດ​ໜ່ວງ​ອັດ​ຕັນ ​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​ທີ່​ດີ​ໃຫ້​ແກ່​ການ​ດຳ​ເນີນ​ການ​ຜະລິດ-ທຸລະ​ກິດ​ຂອງ​ຜູ້​ປະກອບ​ການ.
    2. ສືບຕໍ່​ລະດົມ​ການ​ລົງທຶນ​ທົ່ວ​ສັງຄົມ​ໃຫ້​ບັນລຸ 32-33% ຂອງ GDP, ​ໃນ​ນັ້ນ ​ເອົາ​ໃຈ​ໃສ່​ເພີ່ມ​ແຫລ່ງທຶນ​ຂອງ​ລັດ ​ແລະ ລະດົມ​ບັນດາ​ພາກສ່ວນ​ເສດຖະກິດ​ເຂົ້າ​ໄປ​ພັດທະນາ​ເຂດ​ຊົນນະບົດ ​ໂດຍ​ສະ​ເພາະ​ເຂດ​ຫ່າງ​ໄກ​ສອກຫລີກ​ທີ່​ທຸກ​ຍາກ ​ແລະ ​ເຂດ​ທີ່​ໝັ້ນປະ ຕິວັດ ​ໂດຍ​ມີ​ນະ​ໂຍບາຍ​ສົ່ງ​ເສີມ​ເປັນ​ພິ​ເສດ.
        3. ຊຸກຍູ້​ສົ່ງ​ເສີມ​ຢ່າງ​ແຂງ​ແຮງ​ການ​ຜະລິດ​ເປັນ​ສິນຄ້າ, ການ​ຜະລິດ​ກະສິກຳ ຕິດ​ພັນ​ກັບ​ການ​ສົ່ງ​ເສີມ​ອຸດສາຫະກຳ​ປຸງ​ແຕ່ງ ​ເພື່ອ​ຍົກ​ສູງ​ມູນ​ຄ່າ​ເພີ່ມ, ສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ ສ້າງ​ລາຍ​ຮັບ​ໂດຍ​ກົງ​ໃຫ້​ແກ່​ປະ ຊາຊົນ​ຢູ່​ເຂດ​ຊົນນະບົດ ​ໂດຍ​ການ​ປະຕິ​ບັດ​ນະ​ໂຍບາຍ ​ແລະ ມາດ​ຕະການ​ສົ່ງ​ເສີມ​ການ​ເຮັດ​ກະ​ເສດ​ສຸມ, ຍົກ​ສະມັດຖະພາບ​ການ​ຜະ ລິດ​ກະສິກຳ​ໃຫ້​ສູງ​ຂຶ້ນ, ສູ້​ຊົນ​ຜະ ລິດ​ເຂົ້າ​ໃຫ້​ໄດ້ 4,2 ລ້ານ​ໂຕນ ​ໃນ​ປີ 2015.
     4. ສົ່ງ​ເສີມ​ທຸລະ​ກິດ​ຂະໜາດ​ກາງ ​ແລະ ຂະໜາດ​ນ້ອຍ (SME) ​ໃຫ້​ແຂງ​ແຮງ​ກວ່າ​ເກົ່າ. ພ້ອມ​ກັນ ນັ້ນ ກໍ​ຊຸກຍູ້​ບັນດາ​ໂຄງການ​ຂະ ໜາດ​ໃຫຍ່​ດ້ານ​ໄຟຟ້າ ​ແລະ ບໍ່​ແຮ່ ທີ່​ໄດ້​ອະນຸມັດ​ໄປ​ແລ້ວ​ໃຫ້​ສາມາດ​ດຳ​ເນີນ​ການ​ຜະລິດ​ຕາມ​ແຜນ ການ​ທີ່​ກຳນ​ົດ​ໄວ້.
    5. ​ເພີ່ມ​ທະວີ​ຄວາມ​ສາມາດ​ໃນ​ການ​ປະຕິບັດ​ແຜນ​ງົບປະມານ​ແຫ່ງ​ລັດ ​ໂດຍ​ການ​ຄຸ້ມ​ຄອງ​ຂະ​ແໜງ​ພາສີ, ອາກອນ ​ແລະ ຂະ​ແໜງ​ເກັບ​ລາຍ​ຮັບ​ອື່ນໆ​ໃຫ້​ແໜ້ນ, ປັບປຸງ​ລະບົບ​ກົນ​ໄກ​ການຈັດ​ເກັບ​ລາຍ​ຮັບ​ດ້ວຍ​ພາຫະນະ​ທີ​່ທັນ​ສະ​ໄໝ ​ເພື່ອ​ເກັບ​ລາຍ​ຮັບ​ໃຫ້​ຄົບ ຖ້ວນ; ຮັກສາ​ອັດຕາ​ການ​ຂາດ​ດຸນ​ງົບປະມານ​ໃຫ້​ຢູ່​ໃນ​ຂອບ​ເຂດ​ທີ່​ກຳນົດ​ໄວ້ 3-5%; ປະຕິບັດ​ແຜນ​ລາຍ​ຈ່າຍ​ງົບປະມານ​ຕາມ​ການ​ຮັບຮອງ​ຂອງ​ສະພາ​ແຫ່ງ​ຊາດ​ຢ່າງ​ຮັດ​ກຸມ. ​ແກ້​ໄຂ​ບັນຫາ​ຊັກ​ຊ້າ​ດ້ານ​ການ​ເບີກ​ຈ່າຍ​ເງິນ​ເດືອນ ​ແລະ ລະ ບອບ​ອຸດ​ໜູນ​ຕ່າງໆ, ​ແກ້​ໄຂ​ໜີ້ສິນ​ໃຫ້​ຫລຸດຜ່ອນ​ລົງ ຕິດ​ພັນ​ກັບ​ການ​ເພີ່ມ​ຄວາມ​ເຂັ້ມງວດ​ດ້ານ​ວິ​ໄນ​ແຜນການ ​ແລະ ການ​ເງິນ; ປະຕິບັດ​ໃຫ້​ເປັນ​ຈິງ​ນະ​ໂຍ ບາຍ​ປະຢັດ​ແຫ່ງ​ຊາດ ​ແລະ ສ້າງ​ການ​ສະ​ສົມ​ໃຫ້​ໄດ້​ເປັນ​ກ້າວໆ.
   6. ສືບຕໍ່​ເພີ່ມ​ທະວີ​ບົດບາດ​ຂອງ​ລັດ​ໃນ​ການ​ຄຸ້ມ​ຄອງ​ດັດສົມ​ຕະ ຫລາດ ​ແລະ ລາຄາ, ຄວບ​ຄຸມ​ອັດ ຕາ​ເງິນ​ເຟີ້, ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ອັດຕາ​ແລກປ່ຽນ, ຄຸ້ມ​ຄອງ​ປະລິມານ​ເງິນ​ໃນ​ຂອດ​ຈໍລະ​ຈອນ (M2), ປະສານ​ສົມທົບ​ໃຫ້​ກົມກຽວ​ນະ​ໂຍບາຍ ​ແລະ ມາດ​ຕະການ​ທາງ​ດ້ານ​ການ​ເງິນ-​ເງິນ ຕາ ​ແລະ ການ​ຄ້າ ​ເພື່ອ​ຮັບປະກັນ​ສະຖຽນ​ລະ​ພາບ​ດ້ານ​ລາຄາ ​ແລະ ຄ່າ​ເງິນ​ແຫ່ງ​ຊາດ; ຄຸ້ມ​ຄອງ​ທະ​ນາ​ຄາ​ນຕ່າງປະ​ເທດ ​ແລະ ລະບົບ​ທະນາຄານ​ຂອງ​ລັດ​ໃຫ້​ໜັກ​ແໜ້ນ - ປະກອບສ່ວນ​ໃນ​ການ​ປະຕິບັດ​ນະ​ໂຍບາຍ​ສົ່ງ​ເສີມ​ການ​ຜະລິດ​ເປັນ​ສິນຄ້າ ຕິດ​ພັນ​ກັບ​ການ​ແກ້​ໄຂ​ຄວາມທຸກ​ຍາກ ​ແລະ ສ້າງ​ການ​ເຕີບ​ໃຫຍ່​ທີ່​ມີ​ຄຸນ​ນະພາ​ບ.
         7. ຂຸດ​ຄົ້ນ ​ແລະ ​ເສີມ​ຂະ ຫຍາຍ​ທ່າ​ໄດ້​ປຽບ​ດ້ານ​ຕ່າງໆ​ຂອງ​ປະ​ເທດ​ເຮົາ​ເຂົ້າ​ໃນ​ການ​ເຊື່ອມ​ໂຍງ​ເສດຖະກິດ​ກັບ​ພາກ ພື້ນ ​ແລະ ສາກົນ ​ໂດຍ​ສະ​ເພາະ​ການ​ເປັນ​ປະຊາ​ຄົມ​ອາ​ຊຽນດ້ານ​ເສດຖະກິດ ​ໃນ​ປີ 2015; ປັບປຸງ ​ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ພາກ​ລັດ ​ແລະ ພາກ​ທຸລະ​ກິດ ຕິດ​ພັນ​ກັບ​ການ​ແກ້​ໄຂ​ລະບອບ-ລະ ບຽບ​ການ ລວມທັງ​ການ​ປະກາດ​ໃຊ້​ກົດໝາຍ ກໍ​ຄື​ນິຕິ​ກຳ​ຕ່າງໆ ​ເພື່ອ​ຍົກ​ສູງ​ຄວາມ​ສາມາດ​ແຂ່ງ ຂັນ ​ແລະ ສ້າງ​ພູມ​ຄຸ້ມ​ກັນ​ໃຫ້​ແກ່​ຫົວໜ່ວຍ​ວິ​ສາ​ຫະກິດ​ຂອງ​ລັດ ​ແລະ ​ເອກະ​ຊົນ.
       8. ​ເພີ່ມ​ທະວີ​ຄວາມ​ເຂັ້ມງວດ ​ແລະ ຄວາມ​ສັກສິດ​ໃນ​ການ​ຄຸ້ມ​ຄອງ​ນຳ​ໃຊ້​ຊັບພະຍາກອນ​ທຳ​ມະ​ຊາດ​ໃຫ້​ໄປ​ຕາມ​ທິດ​ທີ່​ຍືນ​ຍົງ, ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ​ເພີ່ມ​ເນື້ອທີ່​ສີຂຽວ​ໃຫ້​ໄດ້​ຕາມ​ຄາດ ໝາຍ​ໃນປີ 2015.

No comments:

Post a Comment