Ad

Ad

10 October 2013

ການກໍ່ສ້າງທາງແບບປະຊາຊົນມີສ່ວນຮ່ວມຍັງບໍ່ເປັນເອກະພາບ



            ບັນຫາການກໍ່ສ້າງເສັ້ນທາງຊອຍເຂົ້າບ້ານ, ຢູ່ຕາມເມືອງຕ່າງໆໃນນະຄອນ ຫຼວງວຽງຈັນ ເຊິ່ງໄດ້ເລີ່ມດຳເນີນມາແຕ່ 2-3 ປີກ່ອນ, ເຫັນວ່າປະຊາຊົນມີຄວາມ ຕື່ນຕົວ, ປະກອບສ່ວນເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງດັ່ງກ່າວຢ່າງມີປະສິດທິ ຜົນ, ພາຍຫຼັງລັດຖະບານ, ,ໄດ້ພະຍາຍາມປຸກລະດົມປະຊາຊົນໃຫ້ເຂົ້າຮ່ວມກັບຂະ ບວນການທາງຊອຍດັ່ງກ່າວ, ບົນພື້ນຖານ ລັດ ແລະ ປະຊາຊົນຮ່ວມກັນເຮັດຄື: 70% ແລະ  30 % ,ຈາກນັ້ນໄດ້ມີການຈັດຕັ້ງປະຕິບັດການກໍ່ສ້າງຢູ່ເກືອບທຸກບ້ານ, ເຮັດໃຫ້ບ້ານຕ່າງໆມີເສັ້ນທາງຊອຍປູດ້ວຍເບຕົງຫຼາຍແຫ່ງເກີດຂຶ້ນອັນໄດ້ເຮັດ ໃຫ້ການສັນຈອນໄປມາມີຄວາມສະດວກສະບາຍປາສະຈາກຄວາມເປະ ເປື້ອນ ເກີດຂື້ນ, ແຕ່ເຖິງຢ່າງໃດກໍດີ, ເຖິງວ່າຂະບວນການນີ້ຈະກ້າວກະໂດດຢ່າງໄວວາ, ການສະ ຫຼະຊັບຂອງປະຊາຊົນຈະມີຂື້ນຢ່າງຫຼວງຫຼາຍເຖິງວ່າບາງຄອບຄົວຍັງນອນຢູ່ໃນສະພາບທຸກຍາກ, ຂາດເຂີນ, ແຕ່ເຂົາເຈົ້າ ກໍໄດ້ພະຍາຍາມປະກອບສ່ວນຊັບຕາມຄວາມອາດສາມາດ.
       ແຕ່ຕົກມາຮອດທ້າຍປີ 2013 ນີ້, ເນື່ອງຈາກສະພາບເສດຖະກິດມີຄວາມຍຸງຍາກ, ລັດຖະບານຈຶ່ງ ໄດ້ສັ່ງໂຈະບັນດາ ໂຄງການກໍ່ສ້າງທີ່ລົງທືນກ່ອນ, ສ່ວນຫຼວງຫຼາຍມີລາຄາສູງກ່ວາຄວາມເປັນຈິງ, ຍາກໃນການສຳລະສະສາງ, ແຕ່ປັດຈຸບັນໂຄງ
ການທາງຊອຍຫຼາຍເສັ້ນ, ຢູ່ຫຼາຍບ້ານແບບລັດ ແລະ ປະຊາຊົນຮ່ວມກັນເຮັດ, ຍັງສືບຕໍ່ກໍ່ສ້າງຢູ່, ແຕ່ມີລັກສະນະແຕກຕ່າງ ກັນ, ນັບທັງດ້ານລາຄາ, ບາງບ່ອນທາງອຳນາດການປົກຄອງບ້ານໄດ້ຕົກລົງກັບບໍລິສັດຮັບເໝົາກໍ່ສ້າງເອງໃນລາຄາຂ້ອນຂາງສູງ ກວ່າປົກກະຕິ, ຕົວຢ່າງ:ການກໍ່ສ້າງເສັ້ນທາງເບຕົງ ກ້ວາງ 6-7 ແມັດ, ຍາວປະມານ 600 ກວ່າແມັດ, ແຕ່ມີມູນຄ່າການກໍ່ສ້າງ ສູງເຖິງ 6 ຕື້ກີບ, ທັງໆທີ່ຖານະຊີວິດການເປັນຢູ່ຂອງປະຊາຊົນຜູ້ທຸກຍາກຂາດເຂີນຫຼາຍກວ່າຜູ້ຮັ່ງມີ, ຈຶ່ງກໍໃຫ້ເກີດມີຫາງສຽງ ຈົມວ່າ ເຊິ່ງຕໍ່ບັນຫານີ້ພາກສ່ວນກ່ຽວຂ້ອງຄວນຈະມີການທົບທວນຄືນ ແລະ ຊອກທາງແກ້ໄຂຢ່າງສົມເຫດສົມຜົນ, ເພື່ອເປັນ ທາງອອກທີ່ດີໃຫ້ແກ່ປະຊາຊົນ ແລະ ເພື່ອບໍ່ໃຫ້ເກີດຄວາມແຕກແຍກ.

No comments:

Post a Comment