Ad

Ad

10 October 2013

ບີລາຍເປີດບໍລິການອິນເຕີເນັດດ້ວຍສາຍໃຍແກ້ວສຳລັບຄອບຄົວ



      ເພື່ອ​ຂະຫຍາຍ​ຕະຫຼາດ ​ແລະ ການ​ບໍລິການ​ລູກ​ຄ້າ​ໃຫ້​ຫຼາຍຂື້ນ ບໍລິສັດ ວິມ​ເປ​ວຄອມ​ລາວ ຈຳກັດ ( ບີ​ລາຍ ) ໄດ້​ນຳ​ເອົາ​ຜະລິດຕະພັນ​ໃໝ່​ໃຫ້​ສັງຄົມ​ໄດ້​ຊົມ​ໃຊ້ ໂດຍ​ສະໜອງອິນ​ເຕີ​ເນັດ​ສຳລັບ​ຄອບ ຄົວ​ຜ່ານສາຍ​ໃຍ​ແກ້ວ​ນຳ​ແສງ ທີ່​ສາມາດ​ດາວ​ໂຫຼດ ​ແລະ ອັບ​ໂຫຼດ ​ໂປຼ​ແກມ​ຕ່າງໆ ​ໄດ້​ສະດວກ​ວ່ອງ​ໄວ ​ແລະ ສັນຍານ​ບໍ່ຂັດຂ້ອງ​ ເຊິ່ງ​ຖື​ວ່າ ກຳລັງ​ໄດ້​ຮັບ​ຄວາມ​ນິຍົມ​ສູງ​ຢູ່ຫຼາຍປະ​ເທດ ​ແລະ ຢູ່​ລາວ ກໍ​ເປັນ​ບໍລິສັດ ທຳ​ອິດ​ທີ່​ເປີດ​ໃຫ້​ບໍລິ ການ ດັ່ງກ່າວ​ນີ້ ບໍ່​ຮອດສອງ​ອາ ທິດ ກໍມີ​ລູກ​ຄ້າ​ມາ​ສັ່ງ​ຈອງ​ແລ້ວ ກ່ວາ 100 ຄົນ ເຊິ່ງ​ທາງ​ບໍລິສັດ​ຄາດ​ວ່າ ​ໃນ​ປີນີ້ ຈະ​ສາມາດ​ໃຫ້​ບໍລິການ​ລູກ​ຄ້າ ຢູ່​ໃນ​ຕົວ​ເມືອງ ນະຄອນຫຼວງວຽງຈັນ ກ່ອນ​ຈະ​ຂະຫຍາຍ​ໄປ​ສູ່​​ແຂວງອື່ນໆ.
             ທ່ານ ຢັດ​ເຊີ ມາ​ເຮີ ຜູ້ອຳ ນວຍການ​ໃຫຍ່ ບີ​ລາຍ​​ໄດ້ ແນະ ນຳ​ຜະລິດ​ຕະພັນ​ໃໝ່ຂອງ​ຕົນ ໃນ​ວັນ​ທີ 8 ຕຸລາ ນີ້ ວ່າ: ​ໄຟ​ເບີ ແມ່ນ​ອິນ​ເຕີ​ເນັດ​ຄວາມ​ໄວ​ສູງ​ທີ່​ນຳ​ໃຊ້​ສາຍ​ໃຍ​ແກ້ວ ນຳ​ແສງ ​ເປັນ​ເຕັກ​ໂນໂລ​ຢີ​ໃໝ່ລ້າ​ສຸດ​ຂອງ​ໂລກ ດ້ວຍ​ຄວາມ​ໄວ​ສູງ​ສຸດ 100 Mbps ພ້ອມ​ຮັບປະກັນ​ສັນຍາຍ ​ແລະ ບໍ່ມີ​ສິ່ງຂັດຂ້ອງ​ໃດໆ ເຊິ່ງການ​ບໍລິ ການ​ດັ່ງກ່າວ​ສາມາດ​ເຮັດ​ໃຫ້ ພວກ​ເຮົາ​
ເຊື່ອມ​ຕໍ່ກັບ​ສຳນັກງານ​ໃຫຍ່ແລະສາຂາ​ທັງ​ພາຍ​ໃນ ແລະ ຕ່າງປະ​ເທດ​ໄດ້​ຢ່າງ​ສະດວກ​ສະ ບາຍ ​ແລະ ການບໍລິການ​ດັ່ງກ່າວ​ຍັງ​ມີ​ຄວາມສຳຄັນ​ຕໍ່ອານາ​ຄົດ, ​ເພາະວ່າ​ອຸປະກອນ ໄຟ​ເບີ ເປັນ​ເຕັກ​ໂນ​ໂລ​ຢີ ທີ່​ສາມາດ​ຮອງ​ຮັບ​ເຕັກ​ໂນ​ໂລ​ຢີ​ໃໝ່ໆທີ່​ຈະພັດທະ ນາ​ຂື້ນມາ​ໃນ​ອານາ​ຄົດ​ໄດ້ດັ່ງນັ້ນ ຈຶ່ງ​ບໍ່ຈຳ​ເປັນ​ຕ້ອງ​ປ່ຽນ​ແທນ ຫຼື ອັບ​ເກດ​ເຄ​ໂບ.
          ຜູ້ອຳນວຍການ ບີ​ລາຍ ​ໃຫ້​ຮູ້​ວ່າ: ບໍລິສັດ ວິມ​ເປ​ວຄອມ ( ບີ​ລາຍ ) ເປັນ​ບໍລິສັດ​ລົງທຶນ​ຈາກ ລັດ​ເຊຍ ​ແລະ ມີ​ບໍລິສັດ​ໃຫຍ່​ຢູ່​ທີ່ ອຳສະ​ແຕກ​ດາມ ​ແລະ ມີ​ການ​ດຳ​ເນີນ​ທຸລະ​ກິດ​ໂທລະ​ຄົມມະນາຄົມ ຢູ່ 19 ປະ​ເທດ​ທົ່ວ​ໂລກ. ບີ​ລາຍ ​ເປັນ ບໍລິສັດ ໜຶ່ງ ທີ່​ໄດ້​ດຳ​ເນີນ​ທຸ ລະ​ກິດ​ກ່ຽວກັບ​ດ້ານ​ໂທລະ​ຄົມ ​ໂທລະສັບ​ມື​ຖື ຢູ່ ລາວ ເຊິ່ງ​ນອກ ຈາກນີ້​ແລ້ວ ບໍລິສັດ ຍັງ​ໄດ້​ນຳ​ເອົາ​ເຕັກ​ໂນ​ໂລ​ຢີ​ໃໝ່ໆ​ເຂົ້າ​ມາ ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ລູກ​ຄ້າ ​ແລະ ​ໃຫ້​ທຽມທັນ​ກັບ​ເຕັກ​ໂນ​ໂລ​ຢີທີ່​ພັດທະນາ​ຂື້ນ​ໄປ​​ເລື້ອຍໆ ແລະ ຜ່ານ​ມາ ບີ​ລາຍ ​ໄດ້ເປີດ​ບໍລິການ ລະບົບ 3G+4G, LTE ແລະ ມາ​​ໃນ​ປະຈຸ​ບັນ​ເຕັກ​ໂນ​ໂລ​ຢີ​ໃໝ່ລ້າ​ສຸດ ຄື: ອິນ​ເຕີ​ເນັດ​ສາຍ​ໃຍ​ແກ້ວ​ນຳ​ແສງເຊິ່ງ​ຈະ​ເປັນ​ເຕັກ​ໂນ​ໂລ​ຊີ ທັນ​ສະ​ໃໝ​ເພື່ອ​ບໍລິການ​ໃຫ້​ແກ່​ລູກ​ຄ້າ​ໄດ້​ສະດວກ​ສະບາຍ.

No comments:

Post a Comment