ວັນຄູແຫ່ງຊາດ 7 ຕຸລາ ໄດ້ ໝູນວຽນມາຄົບຮອບ 19 ປີ
(7/10/1994 - 7/10/2013) ແລະ ປີນີ້ກໍເປັນປີທຳອິດທີ່ລັດ
ຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ອອກຄຳສັ່ງແນະນຳໃຫ້ບັນດາແຂວງ, ເມືອງ ແລະ ສະຖາບັນການສຶກສາຕ່າງໆ
ໃນທົ່ວປະເທດເອົາໃຈໃສ່ຈັດຕັ້ງການສະເຫລີມສະຫລອງວັນປະຫວັດສາດສຳຄັນດັ່ງກ່າວດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ
ແລະ ມີເນື້ອໃນເລິກເຊິ່ງ ເພື່ອຍົກໃຫ້ເຫັນບົດບາດສຳຄັນຂອງຄູ, ຜົນງານ ແລະ ຂໍ້ຄົງຄ້າງຕ່າງໆຂອງວຽກງານສຶກສາຢູ່ພາຍໃນ
ທ້ອງຖິ່ນ ແລະ ສະຖາບັນຂອງຕົນ ເພື່ອຈະໄດ້ພ້ອມກັນສົ່ງເສີມບັນດາຈຸດດີ, ປັບປຸງແກ້ໄຂບັນດາຈຸດອ່ອນຄົງຄ້າງໃຫ້ໝົດໄປ
ແລະ ພິເສດໃນຄຳສັ່ງແນະນຳດັ່ງກ່າວແມ່ນໃຫ້ຫລີກເວັ້ນການມອບຂອງຂວັນ-ລາງວັນຕ່າງໆທີ່ບໍ່ຈຳເປັນໃຫ້ຄູ-ອາຈານ
ເພື່ອບໍ່ເ ປັນການຟຸມເຟືອຍສິ້ນເປືອງວັດຖຸເງິນຄຳຂອງນັກຮຽນ-ນັກສຶກສາກໍຄືຜູ້ປົກຄອງທັງຫລາຍ,
ແຕ່ແລ້ວ ສິ່ງດັ່ງກ່າວກໍຍັງປາກົດ ມີຂຶ້ນຢູ່ບາງທ້ອງຖິ່ນ ແລະ ມີລັກສະນະຮ້າຍແຮງກວ່າເກົ່າ,
ຟັງແລ້ວເສົ້າໃຈກັບຖັນແຖວຄູ-ອາຈານ.
ແຫລ່ງຂ່າວທ້ອງຖິ່ນລາຍງານໃຫ້ຮູ້ວ່າ: ພໍ່ແມ່ ແລະ
ຜູ້ປົກຄອງນັກຮຽນຫລາຍຄົນຢູ່ໃນທ້ອງຖິ່ນຕ່າງໆສະແດງຄວາມບໍ່ພໍ ໃຈອອກມາວ່າ: ບໍ່ຮູ້ວ່າດ້ວຍເຫດຜົນໃດ,
ພາຍຫລັງມີຄຳສັ່ງແນະນຳຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາອອກ ມາວ່າ: ໃນໄລຍະສະຫລອງວັນຄູແຫ່ງຊາດແມ່ນໃຫ້ຫລີກເວັ້ນການມອບຂອງຂວັນຂອງຕ້ອນໃຫ້ພະນັກງານຄູ-ອາຈານ,
ແຕ່ ແລ້ວສິ່ງດັ່ງກ່າວກັບມາຮ້າຍແຮງກວ່າເກົ່າ. ຜູ້ລາຍງານຂ່າວໃຫ້ຮູ້ວ່າ: ໃນຜ່ານມາການໃຫ້ຂອງຂວັນຄູ-ອາຈານແມ່ນແລ້ວແຕ່
ເງື່ອນໄຂ ແລະ ສັດທາຂອງນັກຮຽນ. ຕົວ ຢ່າງຄື ແຟັບຊັກເຄື່ອງຖົງໜຶ່ງ, ສະບູອາບກ້ອນໜຶ່ງ ຫລື
ຈອກກິນນ້ຳໂຫລໜຶ່ງກໍ ຖືວ່າສົມບູນແລ້ວ, ແຕ່ປັດຈຸບັນພັດບໍ່ແມ່ນແນວນັ້ນ, ກະໂຕພະນັກງານຄູເອງໄດ້ຮຽກຮ້ອງເອົາຂອງຂວັນຈາກນັກຮຽນ
ແລະ ເຕືອນໃຫ້ນັກຮຽນບໍ່ຕ້ອງເອົາຂອງຂວັນທີ່ມີລາຄາຖືກດັ່ງແຟັບຊັກເຄື່ອງ, ສະບູອາບນ້ຳໃຫ້ຄູອີກ
ແລະ ປ່ຽນໄປເປັນແນວອື່ນ ຫລື ສິ່ງທີ່ມີຄ່າກວ່ານັ້ນ ດັ່ງສິ້ນໄໝ ຫລື ເສື້ອໄໝ ແລະ ອື່ນໆ.
ດັ່ງນັ້ນ ຖ້າຄອບຄົວໃດມີລູກແຕ່ 2-3 ຄົນຂຶ້ນໄປ ກໍຈະຫັນໃຈ ຝືດທັນທີ ເພາະຈະເອົາເງິນຮ່ວງໃດເພື່ອຈະມາໃຊ້ຈ່າຍເຂົ້າຊື້ຂອງຂວັນທີ່ມີລາຄາແພງແນວນັ້ນໃຫ້ຄູ-ອາຈານ,
ຖ້າຜູ້ມີເງິນກໍ ອ່າວໄຄແດ່ ແລະ ແມ່ນຄອບຄົວທະຫານ, ພະນັກງານດັ່ງພວກເຮົາເຈົ້າຂ້ອຍນີ້ກໍຈະເປັນການຍາກ
ແລະ ບໍ່ພຽງເທົ່ານັ້ນ ເງິນ ເດືອນຈະມີໜ້ອຍລົງ ພາຍຫລັງລັດຖະບານເພິ່ນສັ່ງໂຈະຈ່າຍບ້ວງເງິນອຸດໜູນຄ່າຄອງຊີບຈຳນວນ
760.000 ກີບ/ເດືອນ ໃຫ້ພະນັກງານ, ລັດຖະກອນ. ດັ່ງນັ້ນການໃຊ້ຈ່າຍຂອງຄອບຄົວກໍຈະຕ້ອງໄດ້ຮັດສາຍແອວເຂົ້າອີກ.
ຂະນະທີ່ຄ່າຄອງຊີບ ຕ່າງໆກໍຖີບຕົວສູງຂຶ້ນນັບມື້, ຖ້າພວກເຮົາບໍ່ຊ່ວຍກັນປະຢັດກໍຈະເຮັດໃຫ້ການດຳລົງຊີວິດນັບມື້ຝືດເຄືອງ.
ດັ່ງນັ້ນ ການອອກ ຄຳສັ່ງຫ້າມບໍ່ເອົາຂອງຂວັນ, ຂອງຕ້ອນໃຫ້ຄູ-ອາຈານ ໃນໂອກາດວັນຄູແຫ່ງຊາດນີ້
ແມ່ນແທດເໝາະທີ່ສຸດ, ແຕ່ເພື່ອຢາກໃຫ້ ຄຳສັ່ງດັ່ງກ່າວມີຜົນສັກສິດ ພວກເຮົາຕ້ອງເປັນເຈົ້າການຮ່ວມກັນຕື່ນຕົວຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນແມ່ນເປັນການ
ດີທີ່ສຸດ.
No comments:
Post a Comment