Ad

Ad

10 October 2013

ຊຽງຂວາງ ສະຫລອງນາມມະຍົດໂຮງຮຽນມັດທະຍົມ ເມືອງແປກວິລະຊົນ



     ໃນໂອກາດວັນຄູແຫ່ງຊາດຫມູນວຽນມາຄົບຮອບ 19 ປີ ໃນ ປີນີ້ແຂວງຊຽງຂວາງໄດ້ຈັດງານສະເຫລີມສະຫລອງນາມ ມະຍົດໂຮງຮຽນມັດທະຍົມເມືອງແປກວິລະຊົນ ແລະ ວັນຄູແຫ່ງຊາດຂຶ້ນ ເຊິ່ງມີທ່ານ ສຈ.ດຣ ສົມກົດ ມັງ ຫນໍ່ເມກ ກຳມະ ການສູນກາງພັກ, ເຈົ້າແຂວງຊຽງຂວາງ, ທ່ານ ພູ ມີ ທິບພະວອນ ອະດີດເຈົ້າແຂວງ ຊຽງຂວາງ ແລະ ຜູ້ເປັນອະດີດ ຫົວຫນ້າ ອຳນວຍການໂຮງຮຽນດັ່ງກ່າວ ພ້ອມດ້ວຍຄູອາຈານ ແລະ ນັກຮຽນແຕ່ລະຮຸ່ນເປັນຈຳນວນຫລາຍ ໃນພິທີ ທ່ານ ພູມີ ທິບ ພະວອນ ໄດ້ເລົ່າມູນເຊື້ອອັນພິລະອາດຫານຂອງຄູອາຈານ ແລະ ນັກຮຽນໃນໂຮງຮຽນແຫ່ງນີ້  ໃນການຕໍ່ສູ້ກູ້ຊາດຄຽງຄູ່ກັບ ການສິດສອນຮ່ຳຮຽນຈົນໄດ້ຮັບນາມ ມະຍົດເປັນໂຮງຮຽນວິລະຊົນ ແຫ່ງດຽວໃນປະເທດລາວ ເຊິ່ງ ເບື້ອງຕົ້ນມີຄູອາຈານ 4 ຄົນ, ມີ ນັກຮຽນທັງຫມົດ 110 ຄົນ, ທ່ານ ພູມີ ທິບພະວອນ ຍົກໃຫ້ເຫັນມູນ ເຊື້ອດັ່ງກ່າວ ດັ່ງຊຸດໄປລຳລຽງ ໃຫ້ແນວຫນ້າ ເຂດນ່ານ, ພູສູງ, ສາລາພູຄານ 3-4 ເດືອນ ມີ ຄູນັກ ຮຽນ 64 ຄົນ ປະກອບອາວຸດ ຄົບມື, ຫລັງເປ້ເຄື່ອງຂອງ ແລະ ລູກກະ ສູນໄປໃຫ້ແນວຫນ້າ, ແຕ່ລ ະຄົນແຂ່ງຂັນກັນເປ້ນ້ຳຫນັກ ແຕ່ 30 ກິໂລຂຶ້ນໄປ ຜູ້ໃດບໍ່ໄດ້ສົ່ງ ອາວຸດຍຸດໂທປະກອນຮອດຈຸດ ຫມາຍທະຫານຢູ່ແມ່ນເສຍໃຈ. ການຊອກຢູ່ຫາກິນລ້ຽງຊີບປະຈຳວັນແມ່ນຕາມທຳມະຊາດ ຫໍພັກແມ່ນມຸງດ້ວຍຫຍ້າຄາ ຕາມຫາໄດ້, ທຸກສິ່ງທຸກຢ່າງເພື່ອແນວຫນ້າທຸກສິ່ງທຸກຢ່າງເພື່ອຕີເອົາຊະນະຈັກກະພັດອາເມລິກາ.  ຈາກນັ້ນຕາງຫນ້າກົມວິທະ ຍາສາດ-ປະຫວັດສາດການທະຫານ ທ່ານ ພັນໂທ ບົວໃສ ແພງສົມບັດ ໄດ້ຂຶ້ນກ່າວເຖິງມູນເຊື້ອໂຮງຮຽນມັດທະຍົມເມືອງ ແປກວິລະຊົນເຊິ່ງທ່ານກ່າວວ່າ ເ ເມືອງແປກຢູ່ໃນໃຈກາງສົງຄາມ ແຕ່ປີ 1964-1973, ປະຊາຊົນເມືອງແປກ ສູນເສຍທຸກສິ່ງ
ທຸກຢ່າງຍ້ອນສົງຄາມສະນັ້ນ, ປະຊາຊົນ ເມືອງແປກຍິ່ງເພີ່ມຄວາມຄຽດແຄ້ນເວົ້າສະເພາະໂຮງຮຽນມັດທະຍົມເຖິງມີອາຍຸຍັງ ນ້ອຍແຕ່ໄດ້ສຸມຄວາມຮູ້ຄວາມສາມາດເຂົ້າໃນພາລະກິດປະຕິວັດຈົນສາມາດຄັດເລືອກໃຫ້ເປັນໂຮງຮຽນມັດ ທະຍົມວິລະຊົນ ແຫ່ງທຳອິດຂອງລາວ. ທ່ານ ສຈ.ດຣ ສົມກົດ ມັງຫນໍ່ເມກ ໄດ້ມີຄຳເຫັນວ່າ : ນັບແຕ່ປີ 1975 ມານີ້ການສຶກສາລາວ ເວົ້າສະ ເພາະຢູ່ຊຽງຂວາງພວກເຮົາໄດ້ຮັບການຂະຫຍາຍຕົວຢ່າງເນື່ອງມາຮອດສົກຮຽນແລ້ວນີ້ ອັດຕາເຂົ້ຮຽນຂອງເດັກ ອາຍຸ 3-5 ປີ ກວມ 33,5% ອັດຕາ ເຂົ້າຮຽນສຸດທິ 98,9% ປະຊາຊົນເກນອາຍຸ 15-45 ປີຮູ້ຫນັງສື 99,9% ຄວາມສະເຫມີພາບຍິງ ຊາຍໃນການເຂົ້າຮຽນທຽບເທົ່າກັນ, ທຸກກຸ່ມບ້ານມີໂຮງຮຽນມັດທະຍົມຕົ້ນ, ການສຶກສາພາກເອເອກະຊົນ ແລະ ປະຊາຊົນ ນັບມື້ເພີ່ມຂຶ້ນທັງປະລິມານ ແລະ ຄຸນນະພາບ ແລະ ໃນໂອກາດນີ້ ທ່ານ ໄດ້ເນັ້ນໃຫ້ຄູອາຈານ ແລະ ນັກຮຽນຈົ່ງພ້ອມກັນ ຮຽນເອົາແບບຢ່າງທີ່ດີທີ່ຄູອາຈານ ແລະ ນັກຮຽນຮຸ່ນກ່ອນໄດ້ສ້າງໄວ້ໂດຍສະເພາະແມ່ນ້ຳໃຈຮັກຊາດ, ນ້ຳໃຈເສຍສະລະ, ແບບແຜນວິທີເຮັດວຽກລວມໄປເຖິງທັດສະນະ ແລະ ພຶດຕິກຳ. ໂດຍສະເພາະໂຮງຮຽນມັດທະຍົມເມືອງແປກວິລະຊົນນີ້ ຕ້ອງເອົາໃຈໃສ່ຮັກສາມູນເຊື້ອ, ຊື່ສຽງ, ຮຳ່ຮຽນເອົາຄຸນສົມບັດສິນທຳປະຕິວັດຂອງຜູ້ເປັນອ້າຍທີ່ໄດ້ສ້າງເອົາໄວ້.

No comments:

Post a Comment