Ad

Ad

9 October 2013

ເປີດກອງປະຊຸມໂຄງການກັນຕາບອດຂອງບັນດາປະເທດອິນດູຈີນຄັ້ງທີ IX ຢູ່ເມືອງປາກເຊ



          ກອງປະຊຸມໂຄງການກັນຕາບອດຂອງບັນດາປະ ເທດອິນ ດູຈີນຄັ້ງທີ IX ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນ ເຊົ້າວັນ ທີ 8 ຕຸລາ 2013ທີ່ເມືອງປາກເຊ,ແຂວງ ຈຳປາສັກ ໂດຍການເປັນກຽດ ເຂົ້າຮ່ວມຂອງ ທ່ານດຣ ບຸນຖອງ ດີວິໄຊ ຮອງເຈົ້າ ແຂວງໆຈຳປາສັກ ແລະ ທ່ານ ສຈ.ດຣ ອາກິຣະ ມຸຣະກະມິ (Prof Dr. Akira Murakami Deapaartment of Ophthalmologi Juntendo University school of Medicine and Prof Dr. Kazui  Konyama   from   Japan)  ພ້ອມດ້ວຍນັກວິ ຊາການແພດຈາກ ສປປ ລາວ, ກຳປູເຈຍ, ສສ ຫວຽດນາມ, ມຽນມາ, ໄທ, ມົງໂກເບຍ ແລະ ປະເທດຍີ່ປຸ່ນເຂົ້າຮ່ວມເກືອບ 50 ທ່ານ ໂດຍໄດ້ຮັບການສະໜັບສະໜູນຈາກມະຫາວິທະຍາໄລການແພດຈຸນເທັນໂດຈາກ ປະເທດຍີ່ປຸ່ນເຊິ່ງກອງປະຊຸມ ຄັ້ງທີ VIII ຜ່ານມາ ແມ່ນໄດ້ໄຂຂຶ້ນຢູ່ຮ່າໂນ້ຍ ສສ ຫວຽດນາມ, ໃນກອງປະຊຸມດັ່ງກ່າວ ທ່ານ ຮອງເຈົ້າແຂວງໆຈຳປາສັກ
ໄດ້ຂຶ້ນກ່າວສະແດງຄວາມຕ້ອນ ຮັບບັນດາແຂກຂ້າພະເຈົ້າຮູ້ສຶກເປັນກຽດຢ່າງສູງແລະກໍພູມໃຈ ເປັນຢ່າງຍິ່ງທີ່ໄດ້ເຂົ້າຮ່ວມເປັນ ປະທານກ່າວໄຂກອງປະຊຸມໃນຄັ້ງນີ້ໃນນາມອຳນາດການປົກຄອງແຂວງແລະປະຊາຊົນຊາວ ແຂວງຈຳປາສັກຂໍສະແດງຄວາມ ຍິນດີຕ້ອນຮັບບັນດາທ່ານຢ່າງ ອົບອຸ່ນສູ່ເມືອງປາກເຊແຂວງຈຳປາສັກ, ປະເທດ ສປປ ລາວ, ກອງປະຊຸມກ່ຽວກັບໂຄງການກັນ ຕາບອດທີ່ໄດ້ໄຂຂຶ້ນເປັນຄັ້ງທີ 9 ຢູ່ເມືອງປາກເຊນີ້ເປັນນິມິດໝາຍອັນດີ ແລະ ມີຄວາມສ ຳຄັນຕໍ່ວຽກງານດ້ານສາທາລະນະສຸກ ຢູ່ໃນຂົງເຂດ ແລະພາກພື້ນເຊິ່ງໃນຊຸມປີຜ່ານມາ ສ.ປ.ປ.ລາວ ກໍໄດ້ຮັບກຽດເປັນ ເຈົ້າ ພາບຈັດກອງປະຊຸມດັ່ງກ່າວ ນີ້ມາແລ້ວ 2 ຄັ້ງຄື ຢູ່ນະຄອນຫຼວງວຽງຈັນ ແລະ ຫຼວງພະບາງ.
              ກອງປະຊຸມຄັ້ງນີ້ຈະດຳເນີນໄປຮອດວັນທີ 10 ຕຸລາ 2013 ເພື່ອຮ່ວມກັນປຶກສາຫາລື ແລະ ວາງວິທີການເຊື່ອມ ປະສານວຽກງານຮັກສາສຸຂະພາບຕາຂັ້ນຕົ້ນໄປພ້ອມກັບການປັບປຸງການບໍລິການຕາຢູ່ຕາມບັນດາໂຮງໝໍຕ່າງໆທັງສູນກາງ ແລະທ້ອງຖິ່ນເພື່ອເຮັດໃຫ້ປະຊາຊົນພາຍໃນທົ່ວປະເທດໄດ້ເຂົ້າເຖິງການສາທາລະນະສຸກຕາຢ່າງທົ່ວເຖິງເຮັດໃຫ້ອັດຕາສ່ວນ ຄົນຕາບອດ ແລະ ຄົນພິການຕາມີຈຳນວນຫຼຸດລົງເທື່ອລະກ້າວບໍ່ວ່າແຕ່ໃນ ສປປ ລາວ ກໍຄືບັນດາປະເທດໃນພາກພື້ນເຊິ່ງຜົນ ສຳເລັດນີ້ຈະເກີດຂຶ້ນໄດ້ຕ້ອງອາໄສປັດໄຈຫຼາຍໆຢ່າງ ໂດຍສະເພາະແມ່ນການພົວພັນຮ່ວມມືມີການສະຫລຸບ ແລະ ຖອດ ຖອນບົດຮຽນ ແລະ ແລກປ່ຽນເຊິ່ງກັນ ແລະ ກັນ, ກຳນົດ ແລະ ວາງເປົ້າໝາຍຮ່ວມກັນໃນບັນດາປະເທດເພື່ອນມິດອິນດູ ຈີນໂດຍສະເພາະການຜັນຂະຫຍາຍໃນວຽກງານຕົວຈິງເພື່ອບັນລຸເປົ້າໝາຍທີ່ອົງການອະນາໄມໂລກໄດ້ກຳນົດອອກຄື: ສິດ ທິການເບິ່ງເຫັນໃນປີ 2020.
           ທ່ານຫົວໜ້າສູນປິ່ນປົວ ແລະ ຮັກສາສຸຂະພາບຕາກະຊວງສາທາລະນະສຸກໄດ້ກ່າວເພີ່ມເຕີມວ່າ:ຜ່ານຂະບວນການ ດັ່ງກ່າວໃນຜ່ານມານີ້ພວກເຮົາກໍສາມາດຍາດໄດ້ຜົນງານທີ່ຕັ້ງໜ້າຫລາຍໆດ້ານ ແລະ ພົ້ນເດັ່ນກວ່າໝູ່ແມ່ນການຂະຫຍາຍຕ່າງ ໜ່າງການປິ່ນປົວລົງໄປສູ່ທ້ອງຖິ່ນໄດ້ຢ່າງທົ່ວເຖິງເຮັດໃຫ້ປະຊາຊົນບັນດາເຜົ່າເຂົ້າເຖິງການບໍລິການປິ່ນປົວທີ່ມີຄຸນນະພາບເຊິ່ງ ມັນສະແດງອອກເຖິງຈຳນວນຄົນພິການຕາ ແລະ ຕາບອດຫຼຸດລົງຢ່າງຕໍ່ເນື່ອງ.

No comments:

Post a Comment