ເມື່ອບໍ່ດົນມານີ້ທ່ານ ດຣ ແສງທອງ ບີລາກຸນ, ຫົວໜ້າພະແນກສາທາລະນະ ສຸກນະຄອນຫຼວງວຽງຈັນ,
ໄດ້ໃຫ້ສຳພາດກັບນັກຂ່າວຂອງພວກເຮົາກ່ຽວກັບການ ກະກຽມໜ່ວຍງານຂອງຕົນເພື່ອຮັບໃຊ້ໃນງານບຸນອອກພັນສາປະວໍລະນາ
ແລະ ຊ່ວງເຮືອ ປະຈຳປີ 2013 ນີ້ວ່າ: ພະແນກສາທາລະນະສຸກນະຄອນຫຼວງແມ່ນໜຶ່ງ ໃນຄະນະກຳມະການ ກະກຽມບຸນອອກພັນສາ
ແລະ ຊ່ວງເຮືອຄືດັ່ງທຸກໆປີທີ່ ຜ່ານມາ ແລະ ເພື່ອເຮັດໜ້າທີ່ບໍລິການມວນຊົນຜູ້ເຂົ້າມາທ່ຽວງານບຸນດັ່ງກ່າວ,
ພວກເຮົາໄດ້ຈັດຕັ້ງ ໜ່ວຍແພດຢູ່ສາມຈຸດຄື: ຈຸດທີ 1 ຢູ່ອົງການແມ່ນ້ຳຂອງ, ຈຸດທີ 2 ຢູ່ທ່າວັດຈັນ
ແລະ ຈຸດທີ 3 ແມ່ນຢູ່ ໜ້າໂຮງແຮມລ້ານຊ້າງ, ພ້ອມນັ້ນທາງພະແນກສາທາພວກເຮົາກໍໄດ້ສົມທົບກັບສາທາເມືອງສີໂຄດຕະບອງ,
ຈັນທະບູລີ, ເມືອງສີສັດຕະນາກ, ອົງການ ກາແດງ ແລະ ບັນດາໂຮງໜໍສູນກາງ.
ເພື່ອກຽມພ້ອມຮອງຮັບເຫດການສຸກເສີນຮ້າຍແຮງໃດໆເກີດຂຶ້ນ.
ທີ່ສຳຄັນແມ່ນໄດ້ຈັດຕັ້ງໜ່ວຍແພດກວດກາຄວາມປອດໄພ ຂອງອາຫານໂດຍໄດ້ສົມທົບກັບກະຊວງອຸດສາຫະກຳ
ແລະ ການຄ້າລົງກວດກາເຄື່ອງ ບໍລິໂພກຕ່າງໆ, ເພື່ອປ້ອງກັນບ່ໍໃຫ້ພວກ ສວຍໂອກາດນຳເອົາອາຫານເສຍຄຸນ
ແລະ ໝົດອາຍຸເຂົ້າມາຂາຍໃນງານບຸນດັ່ງກ່າວ ໂດຍສະເພາະແມ່ນອາຫານສຳເລັດຮູບເຊັ່ນ : ນົມ, ເຂົ້າໜົມ
ແລະ ເຄື່ອງດື່ມເພື່ອສຸຂະພາບອື່ນໆເນື່ອງຈາກປີຜ່ານມາໄດ້ເກີດ ມີການນຳສິນຄ້າໝົດອາຍຸມາຂາຍ,
ແລະ ສິ່ງສຳຄັນໃນບຸນຊ່ວງເຮືອປີນີ້ແມ່ນພວກເຮົາໄດ້ມີການເຝົ້າລະວັງພະຍາດລະບາດ ຕ່າງໆເພີ່ອຄວາມປອດໄພຂອງແຂກຄົນ ແຂກຄົນທີ່ມາຫຼິ້ນບຸນ
ແລະ ຖືໂອກາດນີ້, ສາທານະຄອນຫຼວງຍັງຮຽກຮ້ອງໃຫ້ປະຊົນ ຊົນຈົ່ງລະມັດລະວັງໃນການກິນອາ ຫານຕ່າງໆ,
ຕ້ອງເບິ່ງໃຫ້ດີກ່ອນບໍລິໂພກ, ຖ້າຫາກພົບເຫັນຮ້ານໃດທີ່ຂາຍອາຫານບໍສະ ອາດຫຼືໝົດອາຍຸຂໍໃຫ້ແຈ້ງທີມແພດ ຂອງພວກເຮົາຕາມຈຸດດັ່ງກ່າວ
ແລະ ສິ່ງສຳຄັນແມ່ນຂໍໃຫ້ທຸກຄົນເປັນເຈົ້າການພ້ອມ ກັນຮັກສາອະນາໄມ ແລະ ເປັນເຈົ້າການ ຖິ້ມຂີ້ເຫຍື້ອ
ແລະ ສິ່ງເສດເຫຼືອຕ່າງໆລົງຖັງຕາມຈຸດທີ່ເພິ່ນກຳນົດໃຫ້ເທົ່ານັ້ນເພື່ອ ຮັກສາຄວາມສະອາດຈົບງາມ.

No comments:
Post a Comment