Ad

Ad

9 October 2013

ເພີ່ມຄວາມເຂົ້າໃຈບາງເນື້ອໃນຂອງມະຕິ IX ໃຫ້ພະນັກງານຂັ້ນນຳຫ້ອງວ່າການລັດຖະບານ



          ໃນວັນທີ 8 ຕຸລານີ້, ຢູ່ຫ້ອງວ່າການລັດຖະບານ, ນະຄອນຫລວງວຽງຈັນ, ໄດ້ຈັດຕັ້ງການເຜີຍແຜ່ເຊື່ອມຊືມເອກກະ ສານສຳຄັນຂອງມະຕິ IX ຄື:ເສີມຂະ ຫຍາຍຜົນສຳເລັດອັນພົ້ນເດັ່ນ, ສ້າງບາດກ້າວບຸກທະລຸໃຫ້ແຂງແຮງຕື່ມ ອີກເພື່ອ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກໃຫ້ໄດ້ຕາມຄາດໝາຍ ແລະ ມີດ້ານລື່ນຄາດໝາຍ ເຊິ່ງເຜີຍແຜ່ໂດຍທ່ານ ນາງ ບຸນເພັງ ມູນໂພໄຊ ລັດຖະມົນ ຕີປະຈຳຫ້ອງວ່າການລັດຖະບານ ແລະ ເອກກະສານປັບປຸງແຜນວິທີເຮັດວຽກ ເພື່ອຍົກສູງ ຄວາມອາດສາມາດນຳພາຂອງຄະນະພັກ ແລະ ເພີ່ມຄວາມສັກສິດ ຂອງການບໍລິຫານລັດເຜີຍແຜ່ໂດຍ ທ່ານ ເພັດ ສາຄອນ ຫລວງອາໄພ ລັດຖະ ມົນຕີຊ່ວຍວ່າການ, ຮອງຫົວໜ້າຫ້ອງວ່າການລັດຖະບານໂດຍມີພະນັກງານຂັ້ນສູງອ້ອມຂ້າງຫ້ອງວ່າ ການລັດຖະບານເຂົ້າຮ່ວມ ຮັບຟັງຫລາຍກວ່າ 200 ທ່ານ.
              ທ່ານລັດຖະມົນຕີປະຈຳຫ້ອງວ່າການລັດຖະບານ ນາງ ບຸນເພັງ ມູນໂພໄຊ ກ່າວວ່າ: ກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ, ໄດ້ກຳນົດທິດທາງໜ້າທີ່ແຫ່ງການສືບຕໍ່ປະຕິບັດແນວທາງປ່ຽນແປງໃໝ່ຢ່າງມີຫລັກການຂອງພັກ, ພ້ອມກັນນັ້ນ
ກໍ່ໄດ້ມີການວາງຄາດໝາຍສູ້ຊົນທີ່ມີລັກສະນະທ້າທາຍສຳລັບໄລຍະແຕ່ນີ້ຮອດປີ 2015 ຄື: ຮັບປະກັນສະຖຽນລະພາບທາງ ດ້ານການເມືອງໃຫ້ໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ໃຫ້ເສດຖະກິດຂະຫຍາຍ ຕົວໃນລະດັບທີ່ສູງກວ່າ 8% ໃນແຕ່ລະປີ, ຈຳນວນຄອບຄົວທຸກຍາກໃຫ້ຍັງເຫລືອບໍ່ເກີນ 10% ແລະ ບັນລຸເປົ້າໝາຍສະຫັດ ສະວັດດ້ານການພັດທະນາ, ພັດທະນາຂົງເຂດສັງຄົມ-ວັດທະນາທຳໃຫ້ສົມຄູ່ ແລະ ຮັກສາສິ່ງແວດລ້ອມເພື່ອຫັນການພັດທະ ນາໄປຕາມທິດຍືນຍົງ, ເປີດກວ້າງການຮ່ວມມື ແລະ ເຊື່ອມໂຍງສາກົນ ແລະ ເຊີດຊູບົດບາດຂອງປະເທດເຮົາໃນເວທີພາກພື້ນ ແລະສາກົນ. ເພື່ອສ້າງພື້ນຖານໃຫ້ແກ່ບາດລ້ຽວໃໝ່ໃນການພັດທະນາ ຄື: ພາປະເທດຫລຸດພົ້ນອອກຈາກສະຖານະພາບ ດ້ວຍພັດທະນາໃນ ປີ 2020 ແລະ ເພື່ອປະຕິບັດໃຫ້ໄດ້ຄາດໝາຍດັ່ງກ່າວ, ກອງປະຊຸມໃຫຍ່ຈຶ່ງໄດ້ວາງທິດທາງລວມໄວ້ ວ່າ: ຕ້ອງສ້າງບາດກ້າວບຸກທະລຸທັງ 4 ດ້ານໃຫ້ປະກົດເປັນຈິງຄື: ບຸກທະລຸດ້ານຈີນຕະນາການ, ບຸກທະລຸດ້ານກົນໄກການບໍລິ ຫານ, ບຸກທະລຸການສ້າງຊັບພະຍາກອນມະນຸດ ແລະ ບຸກທະລຸດ້ານການແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ຜ່ານ ການຈັດຕັ້ງປະຕິບັດໃນໄລຍະເຄິ່ງສະໄໝນັ້ນກໍເຫັນວ່າພວກເຮົາຍາດໄດ້ຜົນສຳເລັດຫລາຍດ້ານໂດຍສະເພາະຮັບປະກັນໄດ້ ຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານອັນເປັນເງື່ອນໄຂອຳນວຍໃຫ້ການພັດທະນາດຳເນີນໄປ ເປັນປົກກະຕິຕໍ່ເນື່ອງ, ປະຊາຊົນໄດ້ທຳມາຫາກິນຢ່າງສັນຕິສຸກ, ສ່ວນດ້ານເສດຖະກິດປະເທດລາວກໍຖືກຈັດເປັນໜຶ່ງໃນ 10 ປະເທດຂອງໂລກທີ່ມີເສດຖະກິດຂະຫຍາຍຕົວສູງຍ້ອນພວກເຮົາສາມາດປະຕິບັດຄາດໝາຍດ້ານການເຕີບໃຫຍ່ຂອງເສດຖະ ກິດແຫ່ງຊາດໄດ້ຕາມແຜນວາງໄວ້ຄື: ລວມຍອດມູນຄ່າຜະລິດຕະພັນພາຍໃນ(GDP) ສະເລ່ຍບັນລຸ 8,2%, ການຮ່ວມມືກັບ ປະເທດຕ່າງໆ ແລະ ບັນດາເພື່ອນມິດກໍໄດ້ຮັບການເປີດກວ້າງ ແລະ ເຂົ້າສູ່ລວງເລິກນຳເອົາຜົນປະໂຫຍດຕົວຈິງມາໃຫ້ແຕ່ລະ ຝ່າຍ ແລະ ສາມາດດຶງດູດການລົງທຶນເຂົ້າສູ່ປະເທດນັບມື້ຫລາຍຂຶ້ນ. ແນວໃດກໍຕາມຄຽງຄູ່ກັບຜົນສຳເລັດດັ່ງກ່າວການຈັດຕັ້ງ ປະຕິບັດການພັດທະນາເສດຖະກິດ-ສັງຄົມຂອງປະເທດໃນໄລຍະທ້າຍສະໄໝນີ້, ໂດຍສະເພາະການເຕີບໃຫຍ່ຂອງເສດຖະ ກິດແຫ່ງຊາດຍັງບໍ່ທັນມີຄຸນນະພາບ ແລະ ມີບາງດ້ານບໍ່ທັນຖືກທິດ, ການເຕີບໃຫຍ່ບັນລຸໄດ້ດ້ວຍການລົງທຶນ ແລະ ການໃຊ້ ຈ່າຍສີ້ນເປືອງສູງຫລາຍ ແລະ ມີອັນບໍ່ໄປຕາມທິດທີ່ຍືນຍົງ ແລະ ອາດເປັນສາເຫດຂອງການປັ່ນປ່ວນດ້ານເສດຖະກິດມະຫາ ພາກ. ບາງຂະແໜງການສຳຄັນຍັງບໍ່ໄດ້ຕາມຄາດໝາຍຂອງແຜນການວາງໄວ້ເປັນຕົ້ນ:ກະສິກຳ ເຊິ່ງບໍ່ໄດ້ທັງຄຸນນະພາບ ແລະ ປະລິມານ, ນອກຈາກນີ້ ກໍມີບັນຫາທ້າທາຍຈຳນວນໜຶ່ງເປັນຕົ້ນ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ການບັນລຸເປົ້າ ໝາຍສະຫັດສະວັດດ້ານການພັດທະນາ, ການສະກັດກັ້ນ ແລະ ແກ້ໄຂບັນຫາໄພສັງຄົມ ແລະ ປາກົດການຫຍໍ້ທໍ້ອື່ນໆທີ່ພົ້ນ ເດັ່ນໃນສັງຄົມທັງຢູ່ຕົວເມືອງ ແລະ ຊົນນະບົດ ແລະ ບັນຫາອື່ນໆອີກທີ່ຈະຕ້ອງໄດ້ເອົາໃຈໃສ່ປັບປຸງແກ້ໄຂໃຫ້ດີຂຶ້ນ.

No comments:

Post a Comment