Ad

Ad

9 October 2013

ເລີ່​ມຈາກ​ຄ້າ​ນ້ອຍ​ໄປ​ຫາ​ໃຫຍ່ຈົນຖືກ​ປະຫານ​ຊີວິດ



           ທ້າວ ​ເຜີຍ ນັ່ງ​ກົ້ມໜ້າ ​ກັບ​ນ້ຳຕາດ້ວຍ​ຄວາມ​ໂສກ​ເສົ້າພາຍຫຼັງ​ໄດ້​ຮັບ​ຮູ້​ຄຳ​ຕັດສິນ​ຂອງ​ສານໃຫ້​ປະຫານ​ຊີວິດ​ໃນ​ຂໍ້​ຫາຄ້າຂາຍຢາ​ເສບ​ຕິດ ( ຢາ​ບ້າ ) ເຊິ່ງ​ຖືກ​ເຈົ້າໜ້າທີ່ຕຳຫຼວດສະກັດ​ກັ້ນ ແລະ ປາບ​ປາມ​ຢາ​ເສບ​ຕິດ ນະຄອນຫຼວງວຽງຈັນ ຈັບ​ຕົວ​ມາ​ດຳ​ເນີນ​ຄະດີ​ໄດ້​ໃນໄລຍະເດືອນມີນາຜ່ານ​ມາ ຂະນະທີ່ນາງ ລັດຕະນາ ຜູ້​ເປັນ​ເມຍສານ​ໄດ້​ຕັດ​ອິດສະລະ​ພາບຈຳ​ຄຸກໜຶ່ງ ປີ​ຫົກ​ເດືອນພ້ອ​ມປັບ​ໃໝ​ເງິນ 1,5 ລ້ານກີບ ​ໃນ​ຂໍ້​ຫາ​ປິດ​ບັງ​ການ​ກະທຳ​ຜິດ.
          ຄະນະ​ສານ​ອາຍາຂັ້ນຕົ້ນນະຄອນຫຼວງວຽງຈັນ ໄດ້​ໄຂ​ປະຊຸມ​ສານ​ຂື້ນ​ໃນ​ວັນ​ທີ 8 ຕຸລາ 2013 ເພື່ອ​ພິຈາລະນາ​ຄະດີ​ເລກທີ 418/ຂຕ.ອ, ລົງ​ວັນ​ທີ 11 ກໍລະກົດ 2013 ເຊິ່ງ​ມີ​ຈຳ​ເລີຍ​ຄື: ທ້າວ ​ເຜີຍ ສິງ​ທອງ ອາຍຸ 27 ປີ ຢູ່​ບ້ານ ທົ່ງ​ສາງ​ນາງ ​ເມືອງ ຈັນທະ​ບູລີ ນະ ຄອນຫຼວງວຽງຈັນ ຈຳ​ເລີຍ​ທີ 1 ຖືກ​ຫາ​ວ່າ: ຄ້າຂາຍ​ຢາ​ເສບ​ຕິດ ​ຖືກ​ກັກ​ຂັງ​ໃນ​ວັນ​ທີ 6 ມີນາ 2013 ຢູ່​ຄ້າຍ​ຄຸມ​ຂັງ​ໂພນ​ທັນ ແລະ ນາງ ລັດຕະນາ ສິລິ​ມຸງຄຸນ ອາຍຸ 27 ປີ ຜູ້​ເປັນ​ເມຍ ຖືກ​ຫາ​ວ່າ: ປິດ​ບັງ​ການ​ກະທຳ​ຜິດຖືກ​ກັກ​ຂັງ​ໃນ​ວັນ​ທີ 6 ມີນາ
2013 ຢູ່​ຄ້າຍ​ຄຸມ​ຂັງ ນະຄອນຫຼວງວຽງຈັນ ແລະ ຖືກປ່ອຍ​ຕົວ​ພາງ​ໃນ​ວັນ​ທີ 14 ມິຖຸນາ 2013​ໂດຍທ້າວ ​ເຜີຍ​ ສິງ​ທອງ ​ໄດ້​ມີ​ພຶດຕິ​ກຳເລີ່​ມຄ້າຂາຍ​ຢາ​ເສບ​ຕິດ (ຢາ​ບ້າ) ແຕ່​ປີ 2008 ເປັນຕົ້ນ​ມາ​ຈາກ​ນ້ອຍ​ໄປ​ຫາ​ໃຫຍ່​ໂດຍ​ບໍ່​ຢ້ານ​ກົວ​ຕໍ່​ລະບຽບ​ກົດໝາຍ​ແຕ່​ຢ່າງ​ໃດ​ສານ​ຈຶ່ງ​ໄດ້​ພິພາກສາ​ຕັດສິນ​ປະຫານ​ຊີວິດ​ຕາມ​ການ​ກະທຳ​ຜິດ​ດັ່ງກ່າວ.

No comments:

Post a Comment