ປັດຈຸບັນທາງກະຊວງໂຍທາທິການ ແລະ ຂົນສົ່ງ,
ໄດ້ຮ່ວມກັບເຈົ້າໜ້າທີ່ຈະ ລາຈອນນະຄອນຫຼວງ, ເປີດເສັ້ນທາງ ສັນຈອນ, ຈາກສີແຍກທາດຂາວ-ໂຮງໝໍມະໂຫ ສົດ-ສາມແຍກປາກປາສັກ,
ເປັນເສັ້ນທາງຂາຂຶ້ນ ແລະ ເອົາເສັ້ນທາງລຽບ ແຄມຂອງ ສາຍໃໝ່ຈາກສາມແຍກປາກປາສັກ-ຜ່ານດ້ານຫຼັງໂຮງແຮມດອນຈັນພາເລດ,
ອອກສູ່ ເສັ້ນທາງ 4 ແຍກທາດຂາວ, ເປັນເສັ້ນທາງຂາລ່ອງ, ແນ່ໃສ່ເຮັດໃຫ້ການສັນຈອນບໍ່ແອ ອັດ,
ແຕ່ເສັ້ນທາງຂາລ່ອງສາຍໃໝ່ນີ້, ອະນຸຍາດໃຫ້ມີການສັນຈອນ ພຽງແຕ່ 7 ໂມງເຊົ້າ ເຖິງ 5 ໂມງແລງເທົ່ານັ້ນ
ແລ້ວຖືກປິດຫ້າມຜ່ານ, ແຕ່ໃນຂະນະດຽວກັນນັບແຕ່ເວລາ 5 ໂມງແລງຮອດ 11 ໂມງກາງຄືນ, ເສັ້ນທາງສາຍນີ້
ໄດ້ກາຍເປັນຊ່ອງຫວ່າງ, ການມົ່ວສຸມ ທີ່ຜິດກົດໜາຍ ແລະ ຜິດຮີດຄອງປະເພນີຂອງກຸ່ມ ແກ້ງໄວລຸ້ນເຊິ່ງພົນລະເມືອງດີທີ່ຍ່າງ ອອກກຳລັງກາຍຢູ່ເຂດດັ່ງກ່າວ,
ຫຼາຍຄົນຕ່າງກໍພົບເຫັນສະພາບບໍ່ດີ ແລະ ໄດ້ແຈ້ງໄປຍັງ ເຈົ້າໜ້າທີ່ເພື່ອມີວິທີການແກ້ໄຂ,
ແຕ່ບໍ່ໄດ້ຮັບການຮ່ວມມືເທົ່າທີ່ຄວນ, ມາຮອດມື້ນີ້ພວກກຸ່ມໄວລຸ່ນດັ່ງກ່າວຍັງສືບຕໍ່ເຄື່ອນ
ໄຫວເປັນກຸ່ມແຂ່ງລົດ, ມົ່ວສຸມສິ່ງ
ເສບຕິດ, ປະພຶດຕົນແບບຊູ້-ສາວທີ່ຜິດຮີດຄອງປະເພນີ, ໂດຍບໍ່ມີຄວາມລະອາຍຕໍ່ແຂກ
ຄົນທີ່ຍ່າງກາຍໄປມາລຽບຕາມແຄມ ຂອງ, ນັບແຕ່ສາມແຍກຮູບປັ້ນເຈົ້າອານຸວົງ, ຕັດເຂົ້າສູ່ໂຮງໝໍມະໂຫສົດ,
ໄປຮອດສາມ ແຍກເຮືອນພັກປາມຸກລັດ, ອອກສູ່ສີ ແຍກທາດຂາວ, ເຂດເມືອງສີສັດຕະນາກ, ຕໍ່ສະພາບທີ່ກ່າວມາຂ້າງເທິງນັ້ນ,
ຖ້າຍັງມີ ການປ່ອຍປະລະເລີຍຕໍ່ໄປຈະສົ່ງຜົນເຮັດ ໃຫ້ສະພາບເກີດບານປາຍໃຫຍ່ຂື້ນ ແລະ ສ້າງຄວາມເສື່ອມເສຍຕໍ່ຮີດຄອງປະເພນີ
ແລະ ວັດທະນະທຳອັນດີງາມຂອງຊາດ ກໍເປັນໄດ້, ດັ່ງນັ້ນ ຈຶ່ງສະເໝີມາຍັງພາກສ່ວນກ່ຽວຂ້ອງ, ໂດຍສະເພາະເຈົ້າໜ້າທີ່ຕຳ
ຫຼວດ ແລະ ອຳນາດການປົກຄອງອ້ອມ ຂ້າງຄວນຈະມີມາດຕະການກຳຈັດ, ປັດເປົ່າສິ່ງບໍ່ດີດັ່ງກ່າວໃຫ້ໝົດໄປ,
ເພື່ອໃຫ້ເຂດດັ່ງ ກ່າວ, ເປັນເຂດສະຫງົບ, ປອດໄພ ແລະ ມີຄວາມສະຫວ່າງສະໄຫວ, ດຶງດູດນັກທ່ຽວທ່ອງນັບມື້ຫຼາຍຂຶ້ນ,
ສົມກັບເປັນເຂດ ອະນຸສອນຂອງຊາດ.

No comments:
Post a Comment