ທ່ານ ພັນໂທ ພູມີ ສີລາວົງ ຫົວໜ້າກອງບັນຊາການ
ປສກ ເມືອງທຸລະຄົມແຂວງວຽງຈັນ ໃຫ້ຮູ້ວ່າ: ເວລາປະມານ 6:30 ໂມງ ຂອງວັນທີ 5 ຕຸລານີ້
ມີປະຊາຊົບ້ານລິ່ງຊັນ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ແຈ້ງ ໃຫ້ເຈົ້າໜ້າທີ່ພວກເຮົາ ຊາບວ່າ:
ພົບສົບຍິງຜູ້ໜຶ່ງຖືກຖິ້ມຢູ່ປ່າແຄມທາງເຂດບ້ານດັ່ງກ່າວ, ເຈົ້າໜ້າທີ່ຈຶ່ງໄດ້ລົງໄປສະຖານທີ່ດັ່ງກ່າວ
ແລະ ຮູ້ວ່າຜູ້ຕາຍ ຄືນາງ ວິໄລພອນ ອາຍຸ 39 ປີ ຢູ່ບ້ານປາກເບາະ ເມືອງວັງວຽງ ແຂວງວຽງຈັນ
ຖືກຍິງດ້ວຍ ປືນ 1 ນັດເຂົ້າທີ່ໜ້າເອິກ ເບື້ອງ ຊ້າຍ ເຊິ່ງຜ່ານການສອບຖາມຍາດພີ່ນ້ອງຜູ້ຕາຍພົບວ່າ:
ນາງ ວິໄລພອນ ອອກຈາກບ້ານໃນເວລາ 14 ໂມງຂອງວັນທີ 4 ຕຸລານີ້ ໂດຍໃສ່ເສື້ອສີຟ້າ ແລະ
ໂສ້ງຂາຍາວສີຕັບໝູ ໂດຍຂຶ້ນລົດໂດຍສານລົງມາະຄອຫລວງວຽງຈັນ ເພື່ອຊື້ເຄື່ອງ ແລະ ໄລຍະຕໍ່ມາ
ກໍບໍ່ສາມາດຕິດຕໍ່ກັບຜູ້ກ່ຽວໄດ້ເລີຍ ຈົນຮູ້ວ່າຜູ້ກ່ຽວຖືກຄາດຕະກຳ. ເຈົ້າໜ້າທີ່ຄາດວ່າ:
ອາດຖືກຍິງເສຍຊີວິດມາແຕ່ບ່ອນອື່ນ ແລ້ວເອົາມາຖິ້ມໄວ້ໃນຈຸດດັ່ງກ່າວເພື່ອອຳພາງຄະດີ.
ແຕ່ແນວໃດກໍຕາມ, ເຈົ້າໜ້າທີ່ພວມສືບຫາຄົນຮ້າຍມາລົງໂທດໃຫ້ໄດ້ ໃນໄວໆນີ້.
No comments:
Post a Comment