ວັນທີ 4 ຕຸລານີ້ພະແນກສາທາ ລະນະສຸກນະຄອນຫຼວງວຽງຈັນ
ໄດ້ຈັດການປະຊຸມສະຫຼຸບວຽກ ງານການ ເຄື່ອນໄຫວ ຕ້ານ ແລະ ຄວບຄຸມພະຍາດໄຂ້ຍຸງລາຍໃນ ໄລຍະ 9
ເດືອນຜ່ານມາ(ວັນທີ1 ມັງ ກອນ-ວັນທີ 30 ກັນຍາ2013), ຂື້ນທີ່ຫໍວັດ ທະນະທຳແຫ່ງຊາດ, ພາຍໃຕ້ການເປັນປະທານຂອງ
ທ່ານ ນາງ ວັນດີ ວົງ ຄຳມະນີ, ຫົວໜ້າຈັດຕັ້ງພະນັກງານນະຄອນຫຼວງ
ວຽງຈັນ, ທ່ານ ຮສ,ດຣ ວັນລ່ຽມ ບົວລະວົງ, ຮອງອະທິການບໍດີມະຫາວິທະຍາໄລວິທະຍາສາດສຸຂະພາບ,
ມີບັນດາເຈົ້າ ເມືອງ, ຫົວໜ້າພະແນກອ້ອມຂ້າງ, ພ້ອມດ້ວຍນັກສຶກສາອາສາສະໝັກເຂົ້າຮ່ວມເປັນຈຳນວນຫຼາຍ.
ໃນກອງປະຊຸມທ່ານ ດຣ ແສງທອງ ບີລາກຸນ, ຫົວໜ້າພະແນກສາທາລະນະສຸກນະຄອນຫຼວງວຽງຈັນ
ກ່າວວ່າ: ພະ ຍາດໄຂ້ເລືອດອອກເປັນພະຍາດລະບາດທີ່ຮ້າຍແຮງໃນປີ 2013 ນີ້ ແລະ ໄດ້ເກີດລະບາດຂຶ້ນມາແຕ່ຕົ້ນປີ
ແລະ ລະບາດໜັກ ໃນໄລຍະເດືອນມິຖຸນາ ຫາ ເດືອນກໍລະກົດຜ່ານມາ ອັນໄດ້ຂ້າຊີຊິດປະຊາຊົນໄປຫຼາຍສິບຄົນ,
ຕໍກັບການສະບາດດັ່ງກ່າວທາງ ການຈັດຕັ້ງຂັ້ນເທິງ, ໂດຍສະເພາະຂັ້ນສູນກາງກໍໄດ້ຮີບຮ້ອນລົງສົມທົບກັບນະຄອນຫຼວງວຽງຈັນຈັດຕັ້ງຄະນະກຳມະການແຕ່
ລະຂັ້ນເພື່ອຕ້ານ ແລະ ຄວບຄຸມພະຍາດລະບາດດັ່ງກ່າວໃຫ້ໄດ້ຮັບຜົນດີ, ດ້ວຍຄວາມພະຍາຍາມບຸກບືນ,
ຜ່ານຜ່າທຸກອຸປະ
ສັກ ແລະ ຄວາມຫຍຸ້ງຍາກນາໆປະການເພື່ອສະກັດກັ້ນ ແລະ ຄວບຄຸມພະຍາດດັ່ງກ່າວ,
ພ້ອມນັ້ນທາງກະຊວງສາທາລະນະ ສຸກກໍໄດ້ສົ່ງນັກສຶກສາພະຍາບານປະລິນຍາຕີ ແລະ ນັກສຶກສາການແພດປີ
5 ຫຼາຍກ່ວາ 280 ກວ່າຄົນ, ເຂົ້າມາຊ່ວຍໃນວຽກ ງານຕ້ານ ແລະ ຄວບຄຸມພະຍາດັ່ງກ່າວຢູ່ນະຄອນຫຼວງວຽງຈັນ,
ຜ່ານຈາກການສຸມໃສ່ຕ້ານ ແລະ ຄວບຄຸມຢ່າງມີປະສິດທິ ຜົນ, ມາຮອດທ້າຍເດືອນສິງຫານີ້ເຫັນວ່າພະຍາດດັ່ງກ່າວໄດ້ຫຼຸດໜ້ອຍຖອຍລົງ,
ຈົນມາຮອດມື້ ນີ້ພະຍາດໄຂ້ເລືອດອອກ ແມ່ນເລີ່ມເຂົ້າສູ່ສະພາບປົກກະຕິແລ້ວ, ໂອກາດນີ້ ທ່ານຍັງໄດ້ສະແດງຄວາມຂອບອົກ,
ຂອບໃຈມາຍັງອົງການຈັດຕັ້ງທຸກພາກ ສ່ວນທີ່ໃຫ້ການຮ່ວມມືໃນການຕ້ານ ແລະ ສະກັດກັ້ນພະຍາດໄຂ້ເລືອດອອກຢ່າງບໍ່ຮູ້ອິດຮູ້ເມື່ອຍນັບທັງຈິດໃຈ
ແລະ ວັດຖຸ ສິ່ງຂອງ, ຈົນສາມາດສະກັດກັ້ນການລະບາດຂອງພະຍາດດັ່ງກ່າວໄດ້ຢຸດຕິລົງ.
No comments:
Post a Comment