Ad

Ad

9 October 2013

ໃນເມື່ອຂາດການຄຸ້ມຄອງຈະແກ້ໄຂແນວໃດ ? ( ຄໍລຳ ແລກປ່ຽນຄຳເຫັນ )



       ນັກຂ່າວອາສາປະຈຳທ້ອງຖິ່ນລາຍງານມາວ່າ: ເນື່ອງຈາກຂາດການຄຸ້ມຄອງທີ່ດີໄດ້ເຮັດໃຫ້ຕະຫລາດຫລາຍແຫ່ງໃນ ແຂວງຊຽງຂວາງມີການປ່ຽນໄປໃນທາງທີ່ບໍ່ດີ, ຂາດຄວາມເປັນລະບຽບຮຽບຮ້ອຍ, ຂາຍເຄື່ອງຊະຊາຍ, ບໍ່ຢູ່ໃນການຄຸ້ມຄອງ, ຂາຍເຄື່ອງລາມອອກໄປຮອດທາງຫລວງຈົນຈະບໍ່ມີຮອດທາງຍ່າງ, ເກີດປາກົດການຫລິ້ນການພະນັນ, ຄ້າຂາຍສິ່ງຕ້ອງຫ້າມ ໂດຍສະເພາະສັດປ່າມີວາງຂາຍໄວ້ຢ່າງຫລວງຫລາຍ. ພ້ອມນັ້ນ ຍັງເກີດມີປາກົດການລັກໂລບຕາຊິງຢ່າງຄວບຄຸມບໍ່ໄດ້.
    ຜູ້ສື່ຂ່າວຍົກໃຫ້ເຫັນວ່າ: ປັດຈຸບັນຢູ່ຕະຫລາດເກົ່າແຫ່ງໜຶ່ງໃນ ໃຈກາງເທສະບານເມືອງແປກແຂວງຊຽງຂວາງ ໂດຍແມ່ນ ລັດວິສາຫະກິດການຄ້າພັດທະນາເປັນຜູ້ລົງທຶນ ແລະ ບໍລິຫານ, ເຖິງວ່າລັດວິສາຫະກິດດັ່ງກ່າວໄດ້ອອກແຮງປົວແປງ ແລະ ຈັດສັນບ່ອນຂາຍເຄື່ອງຕ່າງໆຢ່າງລະອຽດ, ແຕ່ຜູ້ຂາຍນັບມື້ເພີ່ມຂຶ້ນ, ຜູ້ຊື້ຫລາຍບ່ອນຂາຍມີໜ້ອຍ, ຊາວຄ້າເຫລົ່ານັ້ນໄດ້ລາມ ອອກມາຈົນຮອດທາງຄົນຍ່າງກໍ່ໃຫ້ເກີດສະພາບແອອັດຢູ່ບໍລິເວນດັ່ງ ກ່າວຈົນແກ້ໄຂບໍ່ຕົກ, ສ່ວນຜູ້ຢູ່ທາງໃນຕະຫລາດ, ບາງ
ເທື່ອໄດ້ຂາຍເຄື່ອງແຕ່ບາງຍາມບໍ່ໄດ້ຂາຍໂດຍສະເພາະຕອນທ່ຽງກໍເລີຍເອົາໄພ້ອອກມາຫລິ້ນການພະນັນນຳກັນຈົນເງິນເຕັມໂຕະເຮັດໃຫ້ເສື່ອມເສຍຄວາມເປັນລະບຽບຮຽບຮ້ອຍ ແລະ ກົດໝາຍແຕ່ບໍ່ມີເຈົ້າໜ້າທີ່ຄົນໃດເຂົ້າໄປຫຍຸ້ງກ່ຽວຕ່າງຝ່າຍຕ່າງເຮັດ ແບບຫູໜວກກິນຟານປະປ່ອຍໄປຕາມເວນຕາມກຳ. ພ້ອມນັ້ນກໍຍັງເກີດມີປາກົດການຄ້າຂາຍສິ່ງຕ້ອງຫ້າມໂດຍສະເພາະສັດປ່າຍັງມີຂາຍກັນຢ່າງຫລວງຫລາຍບາງເທື່ອມີຮອດສັດປະເພດໃກ້ຈະສູນພັນກໍມີ ແລະ ຜ່ານມາກໍມີເຈົ້າໜ້າທີ່ລົງກວດກາ ແລະ ຈັບເອົາສິນຄ້າຕ້ອງຫ້າມດັ່ງກ່າວ, ແຕ່ສ່ວນຫລາຍແມ່ນເອົາໄປບໍລິໂພກ, ສ່ວນວ່າ ເອົາໄປທຳລາຍຖິ້ມແມ່ນມີໜ້ອຍທີ່ສຸດ. ດັ່ງນັ້ນ ຈຶ່ງເຮັດໃຫ້ການສະກັດກັ້ນຂະບວນການນີ້ມີປະສິດທິຜົນໜ້ອຍ ແລະ ອີກບັນ ຫາໜຶ່ງກໍແມ່ນການລັກໂລບຕາຊິງ, ເຖິງ ວ່າຈະມີເຈົ້າໜ້າທີ່ເຂົ້າມາກວດກາ ແລະ ໜີບກົ່ວຕາຊິງຂອງຊາວຄ້າໄວ້ເປັນ ຢ່າງດີ, ແຕ່ເມື່ອຫລັບຫລັງພະນັກງານຈັດສັນ ແລ້ວກໍຖືວ່າຊິງໜ່ວຍນັ້ນເປັນໂມຄະ. ເວົ້າລວມແລ້ວແມ່ນຕະຫລາດແຫ່ງນີ້ດຳ ເນີນໄປໃນລັກສະນະບໍ່ມີໃຜຟັງໃຜແລ້ວແຕ່ຜູ້ ຈະເຮັດນີ້ກໍເນື່ອງມາຈາກບັນຫາການຄຸ້ມຄອງບໍລິຫານຂອງເບື້ອງມະຫາພາກຍັງ ຖືເບົາ ແລະ ຈະແກ້ໄຂແນວໃດ ? ຄຳຖາມນີ້ຂໍ ມອບໃຫ້ແກ່ຂະແໜງການກ່ຽວຂ້ອງເປັນຜູ້ພິຈາລະນາ.

No comments:

Post a Comment