Ad

Ad

8 October 2013

ບຸນຊ່ວງເຮືອປີນີ້ຄວນຖອດຖອນບົດຮຽນຈາກປີຜ່ານມາ



         ບຸນປະເພນີອອກພັນສາປະວໍລະນາ ແລະ ຊ່ວງເຮືອ ປະ​ເພນີປະຈຳປີ 2013 ໄດ້ໜູນວຽນມາບັນຈົບຄົບຮອບ ອີກ ວາລະໜຶ່ງໃນອີກບໍ່ທໍໃດມື້ຂ້າງໜ້ານີ້ກໍຈະມີການຄົບງັນ, ມີ ການວາງສະແດງ ແລະ ຂາຍສິນຄ້າຫຼາກຫຼາຍ, ນັບທັງສິນຄ້າ ພາຍໃນ ແລະຈາກປະເທດເພື່ອນບ້ານຢ່າງຫຼວງຫຼາຍຄືດັ່ງ ທຸກໆ ປີທີ່ຜ່ານມາ, ກໍ​ດັ່ງງານບຸນປະເພນີ, ປິ້ງໄກ່, ຂາຍ ເຂົ້າຫຼາມ ແລະ ອາ ຫານພື້ນບ້ານ​ຕ່າງໆ​ດ້ວຍ​ຄວາມ​ຫລາກ​ຫລາຍ​ອັນ​ສະ​ແດງ​ໃຫ້​ເຫັນ​ເຖິງ​ວັດທະນະທຳ​ການ​ກິນ​ດຶ່ມ ຂອງ​ລາວ​ເຮົາ​ໂດຍຄະນະກຳ ມະການຈັດງານບຸນໄດ້ມີການຈັດສັນສະຖານທີ່ໃຫ້ບັນດາບໍລິສັດທີ່ເຄີຍ​ເຮັດ​ມາໄດ້ເລີ່ມກະກຽມ ສະຖານທີ່ໃຫ້ຊາວຄ້າຂາຍ ຕະຫຼອດເຖິງຜູ້ປະກອບການຕ່າງໆ, ໄດ້ຈັບຈອງ ແລະ ກະກຽມຕັ້ງຮ້ານຂາຍເຄື່ອງຂອງຕົນ​ໃຫ້​ເຂົ້າສູ່​ຄວາມ​ເປັນ​ລະບຽບຮຽບ ຮ້ອຍ, ໃນຂະນະທີ່ຍັງມີຫາງສ່ຽງຈົມວ່າບັນຫາຄ່າເຊົ່າສະຖານທີ່ປີນີ້ມີລາຄາແພງກວ່າປາງບຸນ ຜ່ານມາ.

       ເຖິງຢ່າງໃດກໍດີໃນງານບຸນດັ່ງກ່າວປີນີ້ທາງດ້ານລະບຽບຫຼັກການຂອງການຫຼິ້ນບຸນກໍບໍ່ຕ່າງຫຍັງ​ຫລາຍຈາກຊຸມປີ ຜ່ານ​ມາເນື່ອງຈາກບຸນອອກພັນສາ ແລະ ຊ່ວງເຮືອແມ່ນບຸນຂອງປະຊາຊົນ, ພ້ອມພາກັນຈັດຕັ້ງ​ແລະ ປົກປັກຮັກສາຄວາມເປັນ ລະບຽບຮຽບຮ້ອຍ, ແຕ່ສັງຄົມສ່ວນໃຫຍ່ຍັງມີຄວາມເປັນຫວ່ງ ​ແລະ​ ຢ້ານ​ວ່າ: ເສັ້ນທາງແຄມຂອງ, ນັບແຕ່ສາມແຍມປາກ ປາສັກຕະຫຼອດເຖິງສຸດເສັ້ນທາງລຽບແຄມຂອງໂຮງໝໍມະໂຫສົດ​ໂດຍລັດຖະບານ, ໄດ້ໃຊ້ງົບເປັນຈຳນວນບໍ່ໜ້ອຍ​ເພື່ອບູລະ ນະໃຫ້ກາຍເປັນເຂດສີຂຽວທີ່ມີຄວາມສວຍສົດງົດງາມສ້າງຄວາມປະທັບໃຈໃຫ້ນະຄອນຫຼວງວຽງຈັນ ແລະ ສາມາດດຶງດູດ ນັກທ່ອງທ່ຽວ ເຂົ້າມາທ່ຽວຊົມລາວ​ເຮົາ​ໃຫ້ນັບມື້ເພື່ມຂື້ນ, ນັ້ນຈະຖືກທຳລາຍ ແລະ ເປື້ອນ​ເປີ​ດັ່ງປີຜ່ານມາກໍເຄືຍເກີດບັນ ຫາກ່ຽວກັນເສດຂື້ນ ເຫຍື້ອມາແລ້ວ ແລະ ເລື່ອງການຄົບງັນໃນແຕ່ລະຄືນຊຶ່ງໃນຫຼາຍປີກ່ອນນະຄອນຫຼວງເຄືຍປະກາດ ໃຫ້ຮັກສາຮີດຄອງປະເພນີອັນ​ດີງາມຂອງຊາດໄວ້ແຕ່ບັນຫາການນຸ່ງຖືຂອງຊາວ​ໜຸ່ມ​ໄວ​ໜຸ່ມ​ເຮົາ ຍັງເຫັນວ່າໂຫຼດໂຜນເກີນ​ໄປ ແລະ ການເຕັ້ນ, ການຟ້ອນ, ການເຊີ້ງເຮືອມີບາງຂໍ້ຄວາມຍັງນອກລະບຽບຫຼັກການ ແລະ ອື່ນໆ.

No comments:

Post a Comment