Ad

Ad

8 October 2013

ສື່ມວນຊົນຕ່າງປະເທດສະດຸດີຜົນງານອັນລ້ຳເລີດຂອງພົນເອກ ຫວໍຫງວຽນຢາບ



     ພາຍຫລັງການມໍລະນະກຳຂອງພົນເອກ ຫວໍຫງວຽນຢາບ ເມື່ອແລງວັນທີ 4 ຕຸລານີ້ ໃນອາຍຸ 103 ປີ, ບັນດາສຳນັກງານ ຂ່າວສານ ແລະ ວົງການສື່ມວນຊົນ ຫລາຍປະເທດຕ່າງກໍໄດ້ລົງພິ ບົດຄວາມດ້ວຍຫລາຍຮູບແບບເພື່ອສະດຸດີ, ສະແດງ ຄວາມ ຍ້ອງຍໍຊົມເຊີຍຜົນງານອັນເລີດລ້ຳຂອງພົນເອກ ຫວໍຫງວຽນຢາບ. ດັ່ງໜັງ ສືພິມຝຣັ່ງຫລາຍສະບັບຂຽນສັນລະເສີນວ່າ: “ນັກຍຸດທະສາດພື້ນຖານແຫ່ງຄວາມ ເປັນເອກະລາດຂອງຫວຽດນາມ” ຄືໜັງ ສືພິມ Lemorde ສະບັບອອກວັນທີ 4 ຕຸລາ ໄດ້ ລົງພິມບົດຂຽນຂອງ Jean Claudepomonti ໄດ້ສັນລະເສີນພົນເອກ ຫວໍຫງວຽນຢາບ ແມ່ນວິລະຊົນຂອງພື້ນຖານ ຄວາມເປັນເອກະລາດຫວຽດນາມ. ຊື່ສຽງຂອງເພິ່ນຈະໄດ້ຈາລຶກໄວ້ໃນປະຫວັດສາດເໝືອນດັ່ງໜຶ່ງໃນນາຍພົນຜູ້ຍິ່ງໃຫຍ່ ທີ່ສຸດໃນສະຕະວັດທີ XX ແລະ ແມ່ນ ນາຍພົນໜຶ່ງດຽວທີ່ສາມາດຕີຕ້ານກອງທະຫານຝຣັ່ງປະລາໄຊ ແລະ ສາມາດຕໍ່ສູ້ກັບຈັກ ກະພັດອາເມລິກາ. ຢູ່ອາຊີກໍມີໜັງ ສືພິມ Hindu ຂອງອິນເດຍ ສະບັບອອກ  ຂອງພົນເອກ ຫວໍຫງວຽນຢາບ ຂຽນວ່າ: ນາຍ ພົນຜູ້ເລິກລັບຂອງວັນທີ 5 ຕຸລາ
ໄດ້ລົງພິມໃນໜ້າທຳອິດກ່ຽວກັບຂ່າວມໍລະນະກຳກອງທັບປະຊາຊົນຫວຽດນາມ, ຜູ້ບັນຊາ ການບຸກຕີກອງທະຫານຝຣັ່ງປະ ລາໄຊໃນບັ້ນຮົບດຽນບຽນຟູ ແລະ ຕີເອົາຊະນະຈັກກະພັດອາເມລິກາ ໄດ້ເຖິງແກ່ມໍລະນະກຳ ໃນອາຍຸ 102 ປີ. ໜັງສືພິມກູບາ ຫລາຍສະບັບໄດ້ຂຽນວ່າ: ສຸດແສນເສຍດາຍຂອງການຈາກໄປຢ່າງບໍ່ມີວັນກັບຄືນມາຂອງ ເພື່ອນສະຫາຍຜູ້ຍິ່ງໃຫຍ່ນາຍພົນ ຫວໍຫງວຽນຢາບ ຄືສຳນັກຂ່າວສານ Prensalatina ແລະ ສະຖານີໂທລະພາບກູບາ ກໍ ໄດ້ພ້ອມກັນລົງຂ່າວການມໍລະນະກຳຂອງ ພົນເອກ ຫວໍຫງວຽນຢາບ ໃນອາ ຍຸ 103 ປີ ຢູ່ນະຄອນຫລວງຮ່າໂນ້ຍ. ພ້ອມນັ້ນ ກໍໄດ້ລົງພິມຮູບພາບປະຫວັດສາດແຫ່ງຊີວິດ ແລະ ພາລະກິດຂອງນາຍພົນທີ່ ເພິ່ນນັບຖືວ່າ: “ຜູ້ເປັນອ້າຍກົກ” ຂອງກອງທັບ ປະຊາຊົນຫວຽດນາມ. ສຳນັກຂ່າວສານກູບາ  Prensalatina ຂຽນສັນລະເສີນ ວ່າ: ພົນເອກ ຫວໍຫງວຽນຢາບ ແມ່ນນັກ ຍຸດທະສາດແຫ່ງຊາດຂອງກອງທັບຜູ້ມີພິກໄຫວສະຫລາດແຫລມຄົມ, ໄດ້ບັນຊາກອງທັບຫວຽດນາມຕີ ແລະ ຂັບໄລ່ພວກ ລ່າເມືອງຂຶ້ນຝຣັ່ງ ແລະ ກ້າວໄປສູ່ໄຊຊະນະຍອດສູງຂອງບັ້ນຮົບດຽນບຽນຟູຜູ້ປະຫວັດສາດ, ຈາກນັ້ນ ເພິ່ນຮູ້ໝູນໃຊ້ຢ່າງປີ ຊາສາມາດຕໍ່ສູ້ຕ້ານຈັກກະພັດອາເມລິກາປະລາໄຊລົງ.
    ເວົ້າລວມແລ້ວ ພາຍຫລັງການມໍລະນະກຳຂອງພົນເອກ ຫວໍ ຫງວຽນຢາບ ໃນແລງວັນທີ 4 ຕຸລານີ້, ວົງການສື່ມວນຊົນ ໃນຂອບເຂດທົ່ວໂລກຕ່າງກໍໄດ້ລົງຂ່າວ, ບົດຂຽນ ແລະ ຮູບພາບຕ່າງໆ ເພື່ອສັນລະເສີນຄຸນງາມຄວາມດີ ແລະ ຜົນງານອັນລ້ຳ ເລີດຂອງທ່ານພົນເອກ.
    ສຳນັກຂ່າວ AP ກໍໄດ້ລົງພິມ ບົດຄວາມທີ່ໄດ້ພັນລະນາເຖິງ ທ່ານ ພົນເອກ ຫວໍຫງວຽນຢາບ ແມ່ນນັກບັນຊາການທະ ຫານຜູ້ປີຊາສາມາດ, ແມ່ນວິລະຊົນຂອງຊາດ ແລະ ແມ່ນ “ນາໂປລິອົງ ແດງ” ທີ່ສາມາດຕີເອົາຊະນະພວກລ່າເມືອງຂຶ້ນຝຣັ່ງ ແລະ ຈັກ ກະພັດອາເມລິກາ. ໜັງສືພິມຮົງ ກົງກໍໄດ້ຂຽນວ່າ: ພົນເອກ ຫວໍ ຫງວຽນຢາບ ໄດ້ຊ່ວຍຫວຽດນາມຫລຸດພົ້ນອອກ ຈາກແອກຄອບຄອງຂອງພວກລ່າເມືອງຂຶ້ນຝຣັ່ງ ເຮັດໃຫ້ອຳນາດຫຸ່ນ ພາກໃຕ້ຫວຽດນາມປະລາໄຊ ແລະ ສາມາດທ້ອນໂຮມ ປະເທດຊາດເປັນອັນໜຶ່ງອັນດຽວ. ສະເພາະຢູ່ອັງກິດກໍມີໜັງສືພິມຫຼາຍສະບັບລົງຂ່າວເຖິງການມໍລະນະກຳຂອງທ່ານ ພົນເອກ ຫວໍ ຫງວຽນຢາບ ແລະ ຂຽນສັນລະເສີນວ່າ: ຫວໍຫງວຽນຢາບນັກຮົບຜູ້ຊີ້ນຳ-ນຳພາກຳລັງຫວຽດນາມຕີເອົາຊະນະຝຣັ່ງ ແລະ ອາ ເມລິກາ ຄືໜັງສືພິມ The indepen dent ໄດ້ນຳສະເໜີຄຳເວົ້າຂອງ ທ່ານ ພົນເອກ ວ່າ: “ຈະເປັນກຳ ລັງໃດໆຫາກມີ ແນວຄິດຂົ່ມເຫັງ ຊາດອື່ນແມ່ນຈະຕ້ອງມີມື້ປະລາ ໄຊ ແລະ ໜັງສືພິມອື່ນໆອີກກໍໄດ້ ລົງພິມບົດຄວາມສັນລະເສີນພົນເອກ ດ້ວຍຄວາມເຄົາລົບຢຳເກງ.

No comments:

Post a Comment