ພິທີສະເຫລີມສະຫລອງວັນສ້າງຕັ້ງທະນາຄານແຫ່ງ
ສປປ ລາວຄົບຮອບ 45 ປີ (7/10/1968- 7/10/2013)
ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ ທີ່ສະຖາບັນການທະນາຄານນະຄອນຫລວງວຽງຈັນ
ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ດຣ. ສົມພາວ ໄຟສິດ ຜູ້ວ່າ ການທະນາຄານແຫ່ງ
ສປປລາວ, ພ້ອມນີ້ກໍມີບັນດາພະນັກງານຫລັກແຫລ່ງ ແລະ ວິຊາການໃນທົ່ວລະບົບທະນາຄານເຂົ້າຮ່ວມປະມານ
1.000 ກວ່າຄົນ ເຊິ່ງ ການສະເຫລີມສະຫລອງວັນປະ ຫວັດສາດສຳຄັນດັ່ງກ່າວໄດ້ດຳເນີນໄປດ້ວຍບັນຍາກາດອັນເບີກ
ບານມ່ວນຊຶ່ນແລະມີຄວາມໝາຍ.
ໃນພິທີ ທ່ານຜູ້ວ່າການທະນາຄານແຫ່ງ ສປປ
ລາວ ໄດ້ ກ່າວຫວນຄືນມູນເຊື້ອແຫ່ງການກຳເນີດແລະເຕີບໃຫຍ່ຂະ ຫຍາຍຕົວຂອງທະນາຄານແຫ່ງ
ສປປ ລາວ ບົນເສັ້ນທາງ 45 ປີຜ່ານມາ ທະນາຄານແຫ່ງ ສປປ ລາວໄດ້ເປັນເຈົ້າການປະຕິບັດພາລະບົດ
ບາດຂອງຕົນຕາມແນວທາງຂອງພັກແຕ່ລະໄລຍະຢ່າງສົມກຽດແລະມີຜົນສຳເລັດອັນໃຫຍ່ຫລວງໃນຫລາຍດ້ານເຖິງແມ່ນວ່າໃນຊຸມປີຜ່ານມາສະພາບເສດ
ຖະກິດ-ການເງິນຂອງໂລກ-ພາກ ພື້ນໄດ້
ປະເຊີນກັບຄວາມຫຍຸ້ງ ຍາກແລະສິ່ງທ້າທາຍຫລາຍປະ
ການລວມທັງບັນຫາໄພທຳມະຊາດທີ່ໄດ້ສົ່ງຜົນກະທົບບໍ່ໜ້ອຍຕໍ່ປະເທດເຮົາແຕ່ຍ້ອນໄດ້ຮັບການຊີ້ນຳ-ນຳພາຢ່າງໃກ້ສິດຂອງສູນກາງພັກ,ລັດຖະບານຂະແໜງການທະນາຄານໄດ້ສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງແລະອຳນາດການປົກຄອງທຸກ
ຂັ້ນ ຮັກສາສະຖຽນລະພາບເງິນຕາແຫ່ງຊາດໄວ້ຢ່າງໝັ້ນຄົງ, ສາ ມາດຄວບຄຸມອັດຕາເງິນເຟີ້ໃຫ້ຢູ່ໃນລະດັບທີ່ກຳນົດເອົາໄວ້,ອັດຕາແລກປ່ຽນມີຄວາມສະຫງົບ,ເປັນເຈົ້າການສະໜອງທຶນຮອນໃຫ້ພາກສ່ວນເສດຖະກິດຕາມແນວ
ທາງນະໂຍບາຍຂອງພັກແລະລັດປະກອບສ່ວນສຳຄັນເຂົ້າໃນການຍູ້ແຮງການຜະລິດເປັນສິນຄ້າແລະ
ການແກ້ໄຂຄວາມທຸກຍາກເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ,ພ້ອມດຽວກັນນີ້ລະ
ບົບທະນາຄານໄດ້ມີຄວາມເຕີບໃຫຍ່ເຂັ້ມແຂງທາງດ້ານທຶນ ຮອນແລະວິຊາການແລະຫັນລະບົບທະນາຄານສູ່ຄວາມທັນສະໄໝເທື່ອລະກ້າວ.
ງານຊຸມນຸມສະເຫລີມສະ ຫລອງວັນສ້າງຕັ້ງທະນາຄານແຫ່ງ
ສປປ ລາວ ຄົບຮອບ 45 ປີ ໄດ້ກາຍເປັນປາງບຸນແຫ່ງຄວາມສາມັກຄີຂອງເຫລົ່າຮົບທະນາ
ຄານແລະຈະໄດ້ພ້ອມກັນຫັນເອົາມູນເຊື້ອອົງອາດ, ຄວາມເປັນແບບທີ່ດີງາມຂອງພະນັກ
ງານໃນແຕ່ລະຮຸ້ນຄົນເຂົ້ມໃນການເຄື່ອນໄຫວຮັບໃຊ້ແນວທາງຂອງພັກ- ລັດ ແລະ ປະຊາຊົນເປັນຕົ້ນແມ່ນຄວາມດຸໝັ້ນພາກພຽນ,ມີຫົວຄິດປະດິດສ້າງ,ມີຄວາມບໍລິສຸດສັດຊື່ຕໍ່ໜ້າທີ່ແລະບົດຮຽນອັນລ້ຳຄ່າເຫລົ່ານີ້ໄດ້ກາຍເປັນແວ່ນແຍງອັນໃສແຈ້ງທີ່ຖັນແຖວພະນັກ
ງານໃນທົ່ວລະບົບທະນາຄານ ຈະໄດ້ພ້ອມກັນເສີມຂະຫຍາຍມູນເຊື້ອດັ່ງກ່າວເຂົ້າພັດທະນາວຽກງານທະ
ນາຄານໃຫ້ເຕີບໃຫຍ່ເຂັ້ມແຂງແລະທັນສະໄໝຕາມເນື້ອໃນຈິດໃຈ 4 ບຸກທະລຸທີ່ກອງປະຊຸມໃຫຍ່ຄັ້ງທີ
IX ຂອງພັກວາງອອກແລະກ້າວສູ່ການເຊື່ອມໂຍງສາ ກົນກໍຄືການເຊື່ອມໂຍງສູ້ປະຊາຄົມເສດຖະກິດອາຊຽນໃນປີ
2015.

No comments:
Post a Comment