Ad

Ad

8 October 2013

ຫລາຍວິທະຍາໄລມີນັກຮຽນສະຫມັກເຂົ້າຮຽນຫນ້ອຍ



        ​ເຖິງວ່າ​ສະ​ຖາ​ບັນ​ການ​ສຶກສາລະດັບ​ສູງຫລາຍ​ແຫ່ງທົ່ວ​ປະ​ເທດ,​ໄດ້​​ເລີ່​ມດໍ​າ​ເນີນ​ການ​ຮຽນ-ການ​ສອນ​ມາແລ້ວນັບແຕ່ ຕົ້ນເດືອນ​ຕຸລາ​ມານີ້ ແລະ ປາກົດ​ວ່າຫລາຍວິທະ ຍາ​ໄລ​ມີ​ສະພາບ​ຫງຽບ​ເຫງົາ​ຢາງ​ບໍ່​ເຄີຍມີມາຍ້ອນ​ສະພາບ​ນັກ​ສຶກສາ​ມາສະ​ໝັກ​ເຂົ້າ​ຮຽນບໍ່ຄືກຄື້ນດັ່ງຜ່ານມາ,ຂະນະ​ທີ່​ວິທະຍາ​ໄລ​ພາກ​ເອກ​ກະ​ຊົນ ຕ້ອງ​ເຮັດວຽກ​ໜັກ​ຫລາຍ​ຂຶ້ນ​ເພື່ອ​ທຳ​ຄວາມ​ເຂົ້າ​ໃຈ​ຕໍ່​ນັກ​ສຶກສາ​​ໃຫ້​ມາ​ເຂົ້າ​ຮຽນ​ຫລາຍ​ຂຶ້ນ.
     ທ່ານ ດຣ ສົມ​ເພັດ ຣັຕະນະ​ສີມ ປະທານ​ສະມາຄົມ​ວິທະ ຍາ​ໄລ​ພາກ​ເອກ​ກະ​ຊົນ ອຳ ນວຍ​ການ​ວິທະຍາ​ໄລ​ລັດຕະ ນະ​ບໍລິຫານ​ທຸລະ​ກິດ ​ໃຫ້​ຮູ້​ວ່າ: ພາຍຫລັງ ວິ ທະຍາ​ໄລ​ຂອງລັດ​ ແລະ ​ເອກ​ກະ​ຊົນ,​ໄດ້​ພ້ອມ​ກັນ​ປະຕິ​ບັດ​ແຜນ​ປະຕິ​ຮູບ​ການ​ສຶກ ສາ​ແຫ່ງ​ຊາດ​ໄລຍະ​ສອງ​ຄື:​ໃຫ້​ທຸກ​ວິທະຍາ​ໄລຈັດຕັ້ງປະຕິບັດ​ການສອນ​ໃນ​ລະດັບ​ຊັ້ນສູງ​ນັ້ນ ກໍ​ຖື​ວ່າບັນຍາ ກາດ​ການ​ຮັບ​ນັກ ຮຽນ-ນັກ​ສຶກ ສາ ຢູ່​ແຕ່​ລະວິ​ທະຍາ​ໄລ​ແມ່ນ​ບໍ່​ມີ​ຄວາມ​ຄືກຄື້ນຄື​ດັ່ງ​ຜ່ານ​ມາ ​ເຊິ່ງ ບັນຫາ​ດັ່ງກ່າວອາດ​ມິີຜົນ​ມາ​ຈາກ​ສັງຄົມກໍຄື​ນັກຮຽນ​ຈຳນວນ​ໜຶ່ງບໍ່​ທັນ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ການ​ປັບປຸງ​ລະບົບ​ການ​ສຶກສາ​ດັ່ງກ່າວ ຈຶ່ງ​ເຮັດ​ໃຫ້​ມີ​ຄວາມ​ງໍ້​ຫງ່ຽງ​ໃນ​ການ​
ເລືອກ​​ເຂົ້າຮຽນຕໍ່​ໃນ​ວິຊາ​ຊີບ​ຂະ​ແໜງຕ່າງໆ ​ແຕ່​ແນວ​​ໃດ​ກໍ​ຕາມ,ປັດຈຸບັນ ຫລາຍ​ວິທະຍາ​ໄລ ພວມ​​ເລັງ​ໃສ່​ການ​ໂຄສະນາ ​ແລະ ອະທິບາຍ ​ໃຫ້​ນັກ​ສຶກສາມີ​ຄວາມ​ເຂົ້າ​ໃຈກ່ຽວ​ກັບ​ການ​ເຂົ້າ​ຮຽນ​​ໃນ​ລະບົບ​ຊັ້ນ ສູງ​ຂອງ​ໄລຍະ​ການ​ປະຕິ​ຮູບ​ການ​ສຶກສານີ້ ​ເຊິ່ງ​ໃຊ້​ເວລາ​ຮຽນ 2 ປີ ​ແລ​ະ ຖ້າ​ວິທະຍາ​ໄລ​ທີ່​ຮຽນ​ຢູ່​ນັ້ນ​ປັບປຸງ​ໄດ້​ມາດຕະຖານ​ຂອງ​ກະຊວງ​ສຶກສາ​ກຳນົດອອກ​ໃນ​ສົກ​ປີ​ຕໍ່​ໄປ ກໍ​ຈະ​ສາມາດ​ໂອນ​ຂຶ້ນ​ເປັນ​ປະລິນຍາ​ຕີ​ໄດ້​.​

No comments:

Post a Comment