Ad

Ad

8 October 2013

ຄຳ​ໄຊ​ ການ​ຄ້າມ​ອບກະແຈ​ລ໋ອກຕີນລົດ​ໃຫຍ່​ໃຫ້ ປກສ ນະຄອນຫຼວງ



         ໃນ​ວັນ​ທີ 7 ຕຸລານີ້ ຢູ່ຫ້ອງ​ຕຳຫຼວດນະຄອນຫຼວງວຽງຈັນ ຮ້ານຄຳໄຊ ການ​ຄ້າ ​ໄດ້​ມອບ​ເຄື່ອງ​ອຸປະກອນ​ລ໋ອກຕີນລົດ​ໃຫຍ່ 54 ຊຸດ ມູນ​ຄ່າ 29 ລ້ານ​ກ່ວາ​ກີບ ​ໃຫ້ ກອງ​ບັນຊາ​ການ ປກສ ນະຄອນຫຼວງວຽງຈັນ ລະ ຫວ່າງ ທ່ານ ຄຳ​ໄຊ ​ແສງ​ແກ້ວ ຫຼວງກົດ ​ເຈົ້າ​ຂອງ​ຮ້ານ ຄຳ​ໄຊ ການ​ຄ້າ ຕົວ​ແທນ​ຈຳໜ່າຍອຸປະກອນ SOLEX ແລະ ທ່ານ ພັນ​ໂທ ຄຳ​ແກ້ວ ມະ​ໂນ​ລາ ຮອງ​ກອງ​ບັນ ຊາ​ການ ປກສ ນະຄອນ ຫຼວງ ວຽງຈັນ ໂດຍ​ມີ​ບັນດາ​ພະນັກ ງານ​ທີ່​ກ່ຽວຂອງ​ທັງ​ສອງ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພະ ຍານ.
            ​ເຈົ້າ​ຂອງ​ຮ້ານ​ ຄຳ​ໄຊ​ການ​ຄ້າ ໃຫ້​ຮູ້​ວ່າ: ​ເພື່ອ​ເປັນ​ການ​ປະກອບສ່ວນ​ໃນ​ວຽກງານ​ຈັດ​ສັນ​ຄວາມ​ເປັນ​ລະ ບຽບຮຽບ ຮ້ອຍ​ຕາມ​ທ້ອງ​ຖະໜົນ ແລະ ​ເພື່ອ​ເຮັດ​ໃຫ້ການ​ປະຕິບັດ​ວຽກງານ​ຂອງ​ເຈົ້າໜ້າທີ່ ຈະລາຈອນ​ມີ​ຄວາມ​ ສະດວກ ຍິ່ງ​ຂື້ນ ຈຶ່ງ​ໄດ້​ນຳ​ເອົາ​ອຸປະກອນ​ລ໋ອກຕີນລົດ ຍີ່​ຫໍ້ SOLEX ຊຶ່ງ​ເປັນ​ຄັ້ງທຳ​ອິດ​ທີ່​ນຳ​ເຂົ້າ​ມາ​ຈຳໜ່າຍ ຢູ່ ລາວ ຊຶ່ງ​ຈະ​ເຮັດ​ໃຫ້ການ​ລ໋ອກຕີນ ລົດທີ່​ຈອດ​ຊະຊາຍ​ບໍ່ຖືກ​ຕາມ​ລະບຽບ ຈະລາຈອນ​ໃຫ້​ທຸກ​ຄົນ​ຫັນ​ມາສູ່​ປະຕິບັດ​ລະບຽບດັ່ງກ່າວ​ຢ່າງ​ເຂັ້ມງວດ ແລະ ປ້ອງ​ກັນ​ບໍ່​ໃຫ້​ມີ​ການ​ສົ່ງ​ຜົນ​ກະທົບ​ຕໍ່​ລົດ​ທີ່​ຖືກ​ລ໋ອກ ​ແລະ ນອກຈາກ​ນີ້ ທາງ​ຮ້ານ ຄຳ​ໄຊ ການ​ຄ້າ ຍັງເປັນ​ຕົວ​ແທນ​ຈຳໜ່າຍຜະລິດຕະ ພັນກະ​ແຈ SOLEX ຢູ່​ລາວ ຊຶ່ງ​ມີ​ທັງ​ອຸປະກອນ​ລ໋ອກພວງ​ມະ​ໄລ​ລົດ ​ແລະ ກະແຈ​​ເຮືອນທຸກ​ຊະນິດທີ່​ສາມາດ​ປ້ອງ​ກັນ​ການ​ງັດ​ແງະ ຂອງ​ກຸ່ມ​ຄົນ​ບໍ່ດີ.

No comments:

Post a Comment