ປກສ ນະຄອນຫລວງວຽງ ຈັນ ໃຫ້ຮູ້ວ່າ:ໃນອາທິດຜ່ານມາ
ມີປະກົດການຫຍໍ້ ທໍ້ທາງສັງຄົມ ເກີດຂຶ້ນຫລາຍຄື: ໃນວັນທີ 4 ຕຸ ລານີ້ ໄດ້ເກີດເຫດຄົນແຂວນຄໍ
ຕາຍ ຢູ່ບ້ານໂດນ, ເມືອງປາກງື່ມ, ນະຄອນຫລວງວຽງຈັນ ຜູ້ຕາຍ ຊື່ນາງ ໄກ່ທອງ ອາຍຸ 31 ປີ ອາ ຊີບເຮັດນາ
ແລະ ຕໍ່ມາໃນວັນທີ 6 ຕຸລານີ້ ກໍມີຄົນແຂວນຄໍຕາຍຢູ່ບ້ານຮ່ອງ ສຸພາບ, ເມືອງໄຊເສດຖາ, ນະຄອນ
ຫລວງວຽງຈັນ ຜູ້ຕາຍຊື່ທ້າວ ຊຽງສິງ ອາຍຸ 76 ປີ ອາຊີບ ກຳມະກອນ,ໃນເວລາປະ ມານ 2 ໂມງເຊົ້າວັນທີ
5 ໄດ້ເກີດ ເຫດ ໄວລຸ້ນ ຂີ່ລົດໄລ່ຍິງກັນຢູ່ເສັ້ນ ທາງດົງນາໂສກ,ເມືອງສີໂຄດຕະ ບອງ,ນະຄອນຫລວງວຽງຈັນ
ເຮັດໃຫ້ມີຜູ້ເສຍ ຊີວິດໜຶ່ງຄົນຄື: ທ້າວ ບຸນຫລາຍ ສີສະບຸດ ອາຍຸ 16 ປີ ນັກຮຽນ ຢູ່ບ້ານໜອງໜ້ຽວ,
ເມືອງສີໂຄດຕະບອງ,ນະຄອນ ຫລວງວຽງຈັນ ແລະ ມີຜູ້ ບາດ ເຈັບສາຫັດອີກ 1 ຄົນ ແລະ ເວລາ 15 ໂມງ
ວັນທີ 5 ຕຸລານີ້ ເຈົ້າໜ້າ ທີ່ ໄດ້ວິສາມັນເປົ້າໝາຍຄ້າຂາຍ ເສບຕິດຢູ່ບ້ານ ວຽງຈະ ເລີນ, ເມືອງ
ໄຊເສດຖາ,ນະຄອນຫລວງ ວຽງຈັນ ຄື:ທ້າວ ສົມສະນິດ ດວງ ປັນຍາ ອາຍຸ 27 ປີ ຢູ່ບ້ານສະພັງໝໍ້ ເມືອງໄຊເສດ ຖາ, ນະຄອນຫລວງວຽງຈັນ,ພາຍຫລັງຜູ້ກ່ຽວ ໄດ້ຍິງຕໍ່ສູ້ກັບເຈົ້າໜ້າທີ່ໃນລະ ຫວ່າງການເຂົ້າຈັບກຸມຕົວຜູ້ກ່ຽວ.
ເຈົ້າໜ້າທີ່ ໃຫ້ຮູ້ອີກວ່າ: ປັດຈຸ ບັນ,ໄວໜຸ່ມລາວຈຳນວນບໍ່ໜ້ອຍ
ໄດ້ຫລົງເຂົ້າໄປພົວພັນກັບຂະບວນການຄ້າຂາຍຢາເສບ ຕິດ ຫລາຍຂຶ້ນເຊິ່ງເຫັນເມື່ອທ້າຍອາ ທິດຜ່ານມາ,ມີຊາວໜຸ່ມກຸ່ມໜຶ່ງ
ຖືກສານຕັດສີນລົງໂທດຈຳຄຸກ ເປັນເວລາຫລາຍປີຍ້ອນ ຄ້າຂາຍ ຢາເສບຕິດຄື: ທ້າວ ສົມຈັນ ອາຍຸ
25 ປີ ຢູ່ບ້ານຫັດສະດີ ເມືອງຈັນ ທະບູລີ ນະຄອນຫລວງວຽງຈັນ ໃຫ້ຈຳຄຸກ 13 ປີ ພ້ອມປັບໃໝ່ເງິນ
220 ລ້ານກີບ,ທ້າວ ພອນປະເສີດ ອາຍຸ 22 ປີ ບ້ານໂພນປ່າເປົ້າ ເມືອງສີສັດຕະນາກ ແລະ ນາງ ຂັນທະ
ລີ ອາຍຸ 27 ປີ ຢູ່ບ້ານຫັດສະດີ ເມືອງ ຈັນທະບູລີ ນະຄອນ ຫລວງວຽງຈັນ ໃຫ້ຈຳຄຸກຄົນລະ 5 ປີ
ແລະ ປັບໃໝ່ເງິນຜູ້ລະ 10 ລ້ານກີບ,ໃນຖານກະທຳຜິເຄື່ອນໄຫວຄ້າຂາຍຢາເສບຕິດໃຫ້ກັບຊາວໜຸ່ມຢູ່ນະຄອນຫລວງວຽງຈັນມາເປັນເວລາດົນ
ແລະ ຖືກເຈົ້າໜ້າຈັບຕົວໄດ້ເມື່ອທ້າຍປີ 2012
ພ້ອມຂອງກາງຢາບ້າຈຳ ນວນຫລາຍຮ້ອຍເມັດ.

No comments:
Post a Comment