Ad

Ad

8 October 2013

ຜົນເສຍຫາຍຈາກໄພນ້ຳຖ້ວມຢູ່ແຂວງຈຳປາສັກມີຫລາຍກວ່າ 150 ຕື້ກີບ

      ເຈົ້າແຂວງຈຳປາສັກ ສອນ ໄຊ ສີພັນດອນ ໄດ້ລາຍງານກ່ຽວກັບຜົນກະທົບສະ ພາບນ້ຳຖ້ວມໃນເດືອນກັນຍາ 2013 ຜ່ານມາວ່າ: ແຂວງດັ່ງກ່າວມີຄວາມຕ້ອງການ ງົບປະມານຫລາຍກວ່າ 153 ຕື້ກີບ ເພື່ອຟື້ນຟູປັບປຸງປົວແປງຜົນເສຍຫາຍຈາກ ໄພ ພິບັດນ້ຳຖ້ວມຢູ່ 10 ເມືອງ ໂດຍມີບ້ານທີ່ຖືກກະທົບຈາກໄພນ້ຳຖ້ວມທັງ ໝົດ 318 ບ້ານ, ມີ 13.100 ກວ່າ ຄອບຄົວ, ມີ 134.000 ກວ່າຄົນ, ໄດ້ຖືກຍົກຍ້າຍອອກ ຈາກເນື້ອທີ່ ຕ່ຳໄປສູ່ເຂດທີ່ສູງປອດໄພ 678 ຄອບຄົວ ແລະ ມີປະຊາຊົນເສຍຊີ ວິດ 4 ຄົນ ຄືຢູ່ເມືອງບາຈຽງ 2 ຄົນ, ເມືອງປາກຊ່ອງ 1 ຄົນ ແລະ ເມືອງສຸຂຸມາ 1 ຄົນ. ເນື້ອທີ່ນາປີ ຖືກຖ້ວມເສຍຫາຍ 15 ພັນກວ່າ ເຮັກຕາ ມູນຄ່າປະມານ 80 ຕື້ ກວ່າ ກີບ, ເນື້ອທີ່ສວນປູກໄມ້ເສຍ ຫາຍ 218,88 ເຮັກຕາ ມູນຄ່າ 2 ຕື້ກວ່າກີບ, ສັດລ້ຽງ ຕາຍ 2.268 ໂຕ, ໃນນັ້ນ ສັດປີກ 2.174 ໂຕ, ງົວ, ຄວາຍ ແລະ ແບ້ 94 ໂຕ ມູນ ຄ່າ 300 ກວ່າລ້ານກີບ, ໜອງປາ ເສຍ ຫາຍ 160 ໜອງ ມູນຄ່າ 300 ກວ່າລ້ານກີບ, ເຮືອນຖືກນ້ຳຊຸພັດ ໄປ 9 ຫລັງ ມູນຄ່າປະມານ 450 ລ້ານກວ່າກີບ, ເສັ້ນ ທາງຄົມມະນາຄົມແຕ່ແຂວງຫາເມືອງ, ແຕ່ ເມືອງຫາບ້ານຖືກເປ່ເພ 46 ເສັ້ນ, ຂົວ 1 ແຫ່ງຖືກນ້ຳຊຸ ແລະ ເປ່ເພ 2 ແຫ່ງ ມູນຄ່າ 30 ຕື້ກວ່າກີບ, ມີ ໂຮງຮຽນ 109 ຫລັງ ພ້ອມອຸປະ ກອນການຮຽນ-ການສອນຖືກ ຈົມນ້ຳເສຍຫາຍ ມູນຄ່າ 500
ລ້ານກວ່າກີບ ແລະ ມີໂຮງສີເຂົ້າ 44 ແຫ່ງ, ໂຮງງານ 1 ແຫ່ງ, ໂຮງ ງານນ້ຳດື່ມ 2 ແຫ່ງ, ເຕົາດິນຈີ່ 18 ບ່ອນ, ປ້ຳນ້ຳມັນ 4 ປ້ຳ, ວິດຖ່າຍ 3.215 ບ່ອນ, ບໍ່ນ້ຳ 679 ບໍ່ ແລະ ພາຫະນະອື່ນໆຖືກເສຍ ຫາຍປະມານ 40 ຕື້ກວ່າກີບ.
    ພາຍຫລັງນ້ຳບົກແຫ້ງ, ທາງ ແຂວງກໍໄດ້ປຸກລະດົມການຊ່ວຍ ເຫລືອຈາກທົ່ວສັງຄົມທັງພາຍໃນ ແລະ ຕ່າງປະເທດ, ປັດຈຸ ບັນມີ 78 ພາກສ່ວນໃຫ້ການຊ່ວຍເຫລືອ ເບື້ອງຕົ້ນໃນ 10 ເມືອງ ລວມມີ ເຂົ້າສານ, ປາກະປ໋ອງ, ໝີ່ສຳ ເລັດຮູບ, ນ້ຳດື່ມ ແລະ ຢາປົວພະຍາດຈຳນວນໜຶ່ງ ມູນຄ່າທັງໝົດ 1.151 ລ້ານກວ່າກີບ, ໃນນັ້ນ ເປັນ ວັດຖຸມູນຄ່າ 756 ລ້ານກວ່າກີບ ແລະ ເງິນສົດ 395 ລ້ານກວ່າກີບ.
    ຈາກການລາຍງານຂອງພະແນກແຮງງານ ແລະ ສະຫວັດດີການສັງຄົມໃຫ້ຮູ້ອີກວ່າ: ປັດຈຸບັນ, ທາງແຂວງມີຄວາມຕ້ອງ ການສຸກເສີນເພື່ອຊ່ວຍເຫລືອປະຊາຊົນ ຄືເຂົ້າສານ 1.835 ໂຕນ, ປາກະປ໋ອງ 1.000 ແກັດ ແລະ ໝີ່ 1.000 ແກັດ. ຄວາມຕ້ອງການໄລ ຍະຍາວເປັນເຂົ້າສານ 3.670 ໂຕນ, ແນວພັນເຂົ້າເພື່ອເຮັດນາ ຕ່າວ, ນາແຊງ 870 ໂຕນ, ແນວ ພັນຜັກ 250 ໂຕນ, ຝຸ່ນ 12.000 ໂຕນ ແລະ ງົບປະມານສ້ອມແປງຊົນລະປະທານ 22 ແຫ່ງ. ສະນັ້ນ  ຈຶ່ງຮຽກຮ້ອງມາຍັງທຸກພາກ ສ່ວນທົ່ວສັງຄົມທັງພາຍໃນ ແລະ ຕ່າງປະເທດໃຫ້ປະກອບສ່ວນ ຊ່ວຍເຫລືອບັນເທົາທຸກປະຊາຊົນທີ່ຖືກຜົນກະທົບຈາກ ໄພຮ້າຍດັ່ງກ່າວ.
     ຂະນະທີ່, ທີມງານແພດເຄື່ອນ ທີ່ຂອງພະແນກສາທາລະນະສຸກ ແຂວງຈຳປາສັກ ໄດ້ລົງໂຄສະ ນາສຸຂະສຶກສາ, ກວດ ແລະ ປິ່ນ ປົວສຸຂະພາບໃຫ້ແກ່ປະຊາຊົນຢູ່ ຕາມເມືອງຕ່າງໆທີ່ຖືກຜົນກະທົບ ຫລັງໄພນ້ຳຖ້ວມຢູ່ 7 ເມືອງຂອງ ແຂວງ ລະຫວ່າງວັນທີ 2-16 ຕຸ ລານີ້.
    ທ່ານ ດຣ. ອະນຸສອນ ຈັນທະເສີດ ກອງເລຂາຕ້ານໄພພິບັດນ້ຳຖ້ວມພະແນກສາທາລະນະສຸກ ແຂວງຈຳປາສັກ ໃຫ້ສຳ ພາດວ່າ: ພາຍຫລັງນ້ຳຖ້ວມໄດ້ຢຸດລົງ, ໜ່ວຍແພດເຄື່ອນທີ່ຂອງພະແນກສາທາລະນະສຸກແຂວງໄດ້ລົງເຄື່ອນໄຫວໂຄສະນາ ສຸຂະສຶກສາ, ກວດ-ປິ່ນປົວສຸຂະພາບ ແລະ ຈ່າຍຢາບໍ່ເສຍຄ່າໃຫ້ແກ່ປະຊາ ຊົນທີ່ຖືກຜົນກະທົບຈາກໄພພິບັດນ້ຳຖ້ວມ ທີ່ອາດ ຈະເກີດພະຍາດທີ່ມາກັບນ້ຳເຊັ່ນ: ພະຍາດຕາແດງ, ຖອກທ້ອງ, ຕຸ່ມເປື່ອຍ, ພະຍາດ ຜິວໜັງ ແລະ ໄຂ້ຍຸງລາຍ. ສຳລັບ ຢາທີ່ ນຳມາແຈກຢາຍແມ່ນໄດ້ຮັບການຊ່ວຍເຫລືອລ້າຈາກໂຮງ ງານຜະລິດຢາ CBF. ນອກນັ້ນ ຍັງມີທີມງານສູນນ້ຳສະອາດຂອງ ກະຊວງສາທາລະນະສຸກໄດ້ລົງມາສົມທົບມອບເຄື່ອງຊ່ວຍ ເຫລືອເປັນກະຕຸກນ້ຳ, ສະບູ, ຢາເມັດກຣໍລິນເຊິ່ງເປັນຢາປັບປຸງ ແລະ ຟື້ນຟູນ້ຳເປື້ອນໃຫ້ກັບມາໃຊ້ໄດ້.

No comments:

Post a Comment