ໃນໂອກາດວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 19 ປີ, ຄະນະຮັບຜິດຊອບຫວນຄືນ ມູນເຊື້ອໂຮງຮຽນມັດທະຍົມເມືອງ
ແປກວິລະຊົນ ໄດ້ຈັດຕັ້ງການຫວນຄືນມູນເຊື້ອວັນ ສ້າງຕັ້ງໂຮງຮຽນມັດທະຍົມເມືອງແປກວິລະ ຊົນຂຶ້ນໃນວັນ
ທີ 4 ຕຸລານີ້ ຢູ່ ສູນຮ່ວມມື ລາວ-ຍີ່ ປຸ່ນ ICTC ນະຄອນຫລວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ
ດຣ. ພັນຄຳ ວິພາວັນ ລັດຖະ ມົນຕີວ່າການກະຊວງສຶກສາທິການ ແລະ ກິລາ, ອະດີດ ຄູ- ອາຈານ, ນັກຮຽນໂຮງຮຽນມັດທະຍົມເມືອງ
ແປກວິລະຊົນເຂົ້າຮ່ວມເປັນຈຳນວນ ຫລາຍ.
ທ່ານ ພູມີ ທິບພະວອນ ອະດີດຜູ້ອຳນວຍການໂຮງຮຽນມັດທະຍົມເມືອງແປກ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງການກໍ່ຕັ້ງໂຮງຮຽນວ່າ: ໃນສະໄໝນັ້ນ ແມ່ນການຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮານສະເພາະຢູ່ເຂດປົດປ່ອຍຊຽງຂວາງກໍເປັນສະໜາມຮົບໜຶ່ງທີ່ດຸເດືອດຂ້ຽວຂາດ ແລະ ເສຍສະລະຫລວງຫລາຍທີ່ສຸດ.
ໃນປີ 1963 ໄດ້ຕັ້ງເປັນໂຮງຮຽນຫລັງທຳອິດຢູ່ເຂດປົດປ່ອຍຊຽງຂວາງມີນັກຮຽນຈົບຊັ້ນ ຮຽນແຕ່
23 ຄົນ ໃນປີ 1966, ມາຮອດໄລ ຍະສົກຮຽນປີ 1966-1967 ຈຶ່ງໄດ້ ຂະຫຍາຍມີ 2 ໂຮງຮຽນມັດທະຍົມ
ຄື ມັດທະຍົມຂອງເຂດ ແລະ ມັດທະຍົມຂອງແຂວງຢູ່ເມືອງແປກ ໂດຍແມ່ນ ທ່ານ ຄຳປານ ພິລາວົງ ເປັນຜູ້ອຳນວຍການ.
ມາຮອດເດືອນ 7 ປີ 1969 ໄດ້ຖືກທຳລາຍ, ຄູ-ອາຈານຈຳນວນໜຶ່ງໄດ້ຖືກ ກວາດລ້າງ ແລະ ອົບພະຍົບ
ໄປເຂດຄວບ
ຄຸມຊົ່ວຄາວຂອງສັດຕູ. ມາຮອດເດືອນ 9 ປີ 1970, ໂຮງຮຽນໄດ້ຖືກສ້າງຕັ້ງຂຶ້ນ ຄືນໃໝ່ມີນັກຮຽນທັງໝົດ
110 ຄົນ, ມີ 3 ຫ້ອງຮຽນ, ມີຄູສອນ 5 ຄົນ. ໂຮງຮຽນໄດ້ຕັ້ງຢູ່ເມືອງກອນກວາງແຂວງເຫງະອານ ສສ
ຫວຽດນາມ. ຮອດເດືອນ 12 ປີ 1970ຈຶ່ງໄດ້ຖືກຍົກຍ້າຍໂຮງຮຽນມາຕັ້ງຢູ່ ເມືອງແປກຄືນໃໝ່. ນັບແຕ່ປີ
1970- 1974, ຂະບວນການຕໍ່ສູ້ຂອງບັນດາຄູອາ ຈານ- ນັກຮຽນກໍໄດ້ເຂົ້າຮ່ວມຮັບໃຊ້ແນວໜ້າສົມທົບກັບການຈັດຕັ້ງຮ່ຳຮຽນເຄື່ອນທີ່ໄປ
ພ້ອມກັນໂດຍໄດ້ແບ່ງຄູ ແລະ ນັກຮຽນອອກເປັນ 2 ພາກສ່ວນ ຄືສ່ວນໜຶ່ງຍັງນ້ອຍ ແລະ ເປັນນັກຮຽນໃໝ່ແມ່ນໃຫ້ຮຽນ
ຢູ່ໂຮງຮຽນ ແລະ ອີກສ່ວນໜຶ່ງ ເປັນຜູ້ໃຫຍ່ແມ່ນໄດ້ຕິດຕາມກອງທະຫານເພື່ອສູ້ຮົບ ແລະ ຮັບໃຊ້ເຊິ່ງໃນເວລານັ້ນເຫັນວ່າ
ມີຄວາມຫຍຸ້ງຍາກ ແລະ ສັບສົນຫລາຍ. ພາຍໃຕ້ການນຳພາຂອງພັກມີແນວທາງຖືກຕ້ອງສະຫລາດ ສ່ອງໃສ ຈຶ່ງເຮັດໃຫ້ຄູ
ແລະ ນັກຮຽນມີຄວາມ ເຊື່ອໝັ້ນຕໍ່ອະນາ ຄົດຂອງປະເທດຊາດກ້າຜ່ານຜ່າຄວາມຫຍຸ້ງຍາກທຸກປະການ, ບໍ່ທໍ້ຖອຍ,
ບໍ່ຍອມຈຳນົນສິ່ງເຫລົ່ານັ້ນຈຶ່ງເປັນ ພື້ນຖານໃຫ້ແນວຄິດຄູອາຈານເວລານັ້ນ.
ໂອກາດດັ່ງກ່າວ, ທ່ານ ດຣ. ພັນຄຳ ວິພາວັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ໂຮງຮຽນ
ແລະ ສະຖາບັນການສຶກສາ ຕ່າງໆໃນທົ່ວປະເທດທີ່ໄດ້ຈັດຕັ້ງສະເຫລີມສະຫລອງວັນຄູແຫ່ງຊາດໃນມື້ນີ້.
ທ່ານກ່າວວ່າ: ການສະເຫລີມສະຫລອງວັນສ້າງ ຕັ້ງໂຮງຮຽນມັດທະຍົມເມືອງແປກວິລະຊົນໃນເທື່ອນີ້ຈະເປັນຂີດໝາຍສຳຄັນເທື່ອປະຫວັດສາດເປັນການທົບທວນຄືນມູນ
ເຊື້ອວິລະຊົນຂອງໂຮງຮຽນທີ່ບັນດາອະດີດຜູ້ອຳນວຍການ, ຄູ-ອາຈານ, ນັກຮຽນໄດ້ຍົກໃຫ້ເຫັນເຖິງຜົນງານອັນໂດດເດັ່ນ
ທີ່ໄດ້ຍອມເສຍສະລະເຂົ້າຮ່ວມການຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮານໃນປີ 1970 ແລະ ກໍເປັນໂຮງຮຽນໃນຂະແໜງການ
ສຶກສາແຫ່ງດຽວທີ່ໄດ້ຮັບນາມມະຍົດໂຮງຮຽນວິລະຊົນ ແລະ ໃນໂອກາດວັນຄູແຫ່ງຊາດປີນີ້, ຕາງໜ້າໃຫ້ຄະນະພັກ,
ຄະນະ ນຳກະຊວງສຶກສາ ຈຶ່ງຮຽກຮ້ອງມາຍັງຜູ້ບໍລິຫານການສຶກສາ, ຄູ-ອາຈານ, ນ້ອງນັກຮຽນທຸກຖ້ວນໜ້າຈົ່ງໄດ້ຮ່ຳຮຽນເອົາແບບ
ຢ່າງ ແລະ ມູນເຊື້ອອັນດີງາມຂອງໂຮງຮຽນດັ່ງກ່າວເຂົ້າສູ່ຊີວິດຕົວຈິງຂອງຕົນໃຫ້ມີບາດກ້າວຂະຫຍາຍຕົວ.

No comments:
Post a Comment