Ad

Ad

7 October 2013

ມອບແດ່ແມ່ພິມຂອງຊາດ



       ຄູເປັນພໍ່ແມ່ຜູ້ທີສອງຂອງພວກເຮົາ ເປັນຜູ້ເຝິກຝົນຫລໍ່ຫລອມ ແຫ່ງດວງວິນ ຍານຂອງພວກເຮົາ, ເປັນຜູ້ບອກສອນ ທຸກໆບັນຫາໃຫ້ພວກເຮົາ, ເປັນຜູ້ຈັບມືພວກ ເຮົາແອບຂຽນໜັງສືນັບແຕ່ໂຕກ... ເປັນຜູ້ຄອຍເຊັດຂີ້ມູກ, ນ້ຳຕາໃຫ້ໃນເວ ລາເຮົາ ຍັງໄຮ້ດຽງສາ ແລະ ບອກສອນພວກເຮົາຈົນກ້າວຂຶ້ນເປັນພະນັກງານລັດຖະກອນຜູ້ມີ ຄວາມຮູ້ຄວາມສາມາດຮັບໃຊ້ ປະເທດຊາດບ້ານເກີດເມືອງນອນໄດ້ໂດຍດີຕະ ຫລອດມາສົມ ແລ້ວທີ່ຖືກຂະໜານນາມວ່າ: “ເປັນແມ່ພິມຂອງຊາດ”.
    ຄູເອີຍ ! ເຈົ້າຄືຜູ້ມີບຸນຄຸນ ສູງສົ່ງຕໍ່ພວກເຮົາທຸກໆຄົນ, ເຈົ້າ ຄືຜູ້ທີ່ເສຍສະລະທີ່ຍິ່ງໃຫຍ່, ເຈົ້າຄືຜູ້ໃຫ້ໂດຍບໍ່ຫວັງຜົນຕອບ ແທນ. ເນື່ອງໃນໂອກາດສະ ເຫລີມສະຫລອງວັນຄູແຫ່ງຊາດ ຄົບຮອບ 19 ປີ (7/10/1994 - 7/10/2013) ຂໍອວຍພອນໃຫ້ ແກ່ຄູທຸກໆຄົນຈົ່ງມີສຸຂະພາບແຂງແຮງ, ມີຈິດໃຈເບີກບານເຂັ້ມແຂງເຮັດໜ້າທີ່ຜະລິດຊັບພະຍາກອນມະນຸດທີ່ມີຄຸນນະພາບ ເພື່ອ ສະໜອງໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.
     ການສະເຫລີມສະຫລອງວັນຄູແຫ່ງຊາດປີນີ້, ກະຊວງສຶກສາທິການ ແລະ ກິລາ ກໍໄດ້ອອກຄຳສັ່ງແນະນຳໂດຍເນື້ອໃນ ເນັ້ນວ່າ: “ໃຫ້ຫລີກເວັ້ນການມອບຂອງຂວັນຂອງນັກຮຽນ-ນັກສຶກສາໃຫ້ຄູອາຈານເຊິ່ງເປັນສິ່ງທີ່ບໍ່ຈຳເປັນ”, ແຕ່ໃຫ້ເນັ້ນເລື່ອງ ການເລົ່າມູນເຊື້ອ, ການເປັນແບບ ຢ່າງທີ່ດີຂອງຄູໃຫ້ນັກຮຽນໄດ້ຮູ້, ການເລົ່າເລື່ອງ, ເລົ່າປະສົບການ ຂອງອະດີດຄູ-ອາຈານ, ອະດີດນັກຮຽນ-ນັກສຶກສາ ເພື່ອຍົກໃຫ້ເຫັນຄວາມສຳຄັນຂອງວັນດັ່ງກ່າວບົນພື້ນຖານປະຢັດມັດທະຍັດ. ຄວາມຈິງແລ້ວ,
ຄຳສັ່ງແນະນຳດັ່ງກ່າວນັ້ນ ເຫັນວ່າຖືກຕ້ອງ ແລະ ແທດເໝາະກັບຕົວຈິງແທ້ຍ້ອນວ່າອັດຕາການໃຊ້ຈ່າຍຂອງຜູ້ປົກຄອງຕໍ່ການ ສົ່ງລູກໄປຮຽນ ແຕ່ລະມື້, ແຕ່ລະເດືອນນັ້ນ ເຫັນ ວ່າຫລາຍຢູ່ແລ້ວ ແລະ ຖ້າໄປຊື້ ຂອງຂວັນໃຫ້ຕື່ມອີກ ສົມມຸດມີ ລູກ 5 ຄົນ ກໍຕ້ອງຊື້ 5 ອັນ ເພື່ອ ໄປເປັນຂອງຂວັນ ແລະ ເວົ້າ  ເລື່ອງຂອງຂວັນຂອງຕ້ອນໃນໄລ ຍະຜ່ານມາ ກໍຍັງມີພໍ່ແມ່ຜູ້ປົກຄອງບາງ ຄົນເຂົ້າໃຈແບບບໍ່ທັນຖືກຕ້ອງປານໃດເຊັ່ນ: ຊື້ສິ້ນໄໝ, ເສື້ອໄໝ, ເຄື່ອງໃຊ້ຂອງສອຍທີ່ ຫລູຫລາມີລາຄາແພງ, ບາງຄົນ ຊ້ຳບໍ່ ໜຳກໍເອົາເງິນຄຳໃສ່ຊອງໃຫ້ຄູອາຈານກໍມີເພື່ອຮ້ອງຫາບາລະມີຊ່ວຍລູກ, ຊ່ວຍຫລານ ຂອງຕົນ ເພື່ອມີຈຸດປະສົງໃຫ້ຄູຜູ້ນັ້ນ ເບິ່ງແຍງລູກຫລານຂອງຕົນ ເພື່ອຈະໄດ້ຮັບນະໂຍບາຍຕ່າງໆລື່ນຜູ້ອື່ນ. ເບື້ອງຄູເອງກໍຕ້ອງໄດ້ເບິ່ງຄືນວ່າ: ອັນໃດສົມຄວນຮັບ ແລະ ອັນໃດບໍ່ສົມຄວນຮັບ, ເວົ້າແນວນີ້ກໍເພື່ອຫລີກເວັ້ນຈາກການນິນທາອັນບໍ່ດີຕໍ່ຊື່ສຽງບົດບາດຂອງຄູອາຈານໂດຍສະເພາະ “ຄູຮັບສິນບົນ” ເບິ່ງແລ້ວເຫັນວ່າບໍ່ຄັກປານໃດ. ດັ່ງນັ້ນ ຈຶ່ງເຫັນວ່າຄຳສັ່ງແນະນຳສະຫລອງວັນຄູແຫ່ງຊາດປີນີ້ ຈຶ່ງແທດເໝາະ ຖືກຕ້ອງອີ່ຫລີ ເພື່ອ ສ້າງຖັນແຖວຄູອາຈານໃຫ້ຂາວສະອາດ.
    ບົດບາດຂອງຄູຈະສູງສະຫງ່າ ຂຶ້ນກໍແມ່ນຍ້ອນຄູເປັນຜູ້ສ້າງຕົນ ເອງໃຫ້ເປັນແບບຢ່າງທີ່ດີ, ຊັບພະຍາກອນມະນຸດຈະມີ ຄຸນນະພາບກໍແມ່ນຍ້ອນຄູເປັນຜູ້ສ້າງ. ດັ່ງນັ້ນ ເນື່ອງໃນວັນຄູແຫ່ງຊາດຂໍໃຫ້ຄູທຸກໆຄົນຕັ້ງໃຈແຂ່ງຂັນ “ສອນດີສອນເກັ່ງ” ເພື່ອເຮັດໜ້າທີ່ອັນມີກຽດສະຫງ່າຂອງຕົນໃຫ້ສົມກັບວ່າ: “ຄູຄືແມ່ພິມຂອງຊາດ”.

No comments:

Post a Comment