ໃນຕອນຄ່ຳວັນທີ 5 ຕຸລານີ້, ສູນການຄ້າລາວ-ໄອເຕັກ
ທີ່ນະຄອນຫລວງວຽງ ຈັນ ໄດ້ຈັບສະຫລາກມອບລາງວັນໃຫ້ຜູ້ທີ່ຮ່ວມຊິງໂຊກຂອງໂຄງການຕະຫລາດ ທັນສະໄໝໄອເຕັກ
ເຊິ່ງພວມລົງມືກໍ່ສ້າງຢູ່ບໍລິເວນໜອງນ້ຳດ້ານໜ້າສູນການຄ້າ ລາວ- ໄອເຕັກໃນປັດຈຸບັນ.
ສຳລັບລາງວັນມີຄື ລາງ ວັນທີ 1 ລົດຮຸນໄດໄອ10ມີ1ລາງ
ວັນ,ລາງວັນທີ 2 ໂທລະສັບຊຳຊຸງ ກາແລກຊີ ໂນ໊ດ 3 ມີ 5 ລາງວັນ, ລາງວັນທີ 3 ຄຳໜັກ 2 ສະ ຫລຶງມີ
10 ລາງວັນ ແລະ ລາງວັນທີ 4 ບັດຊື້ສີນຄ້າຢູ່ຮ້ານສັບພະສີນຄ້າ ຕັງແຟມູນ ຄ່າ 5 ແສນກີບມີ
165 ລາງວັນໂດຍລາຍຊື່ຜູ້ໂຊກດີທັງໝົດ ແມ່ນຈະປະກາດຕາມ ໜັງສື ພີມຕ່າງໆ.
ຕະຫລາດໄອເຕັກ ແມ່ນໂຄງການກໍ່ສ້າງສູນການຄ້າຂະ
ໜາດໃຫຍ່ ແລະ ທັນສະໄໝອີກ ແຫ່ງໜຶ່ງຢູ່ນະຄອນຫລວງ ວຽງຈັນເພື່ອຮອງຮັບການຂະຫຍາຍຕົວທາງດເສດຖະກິດ,
ການຄ້າ ແລະ ການລົງທຶນໂດຍສະເພາະແມ່ນຕອບສະໜອງການ ໃຊ້ຈ່າຍຊື້ສີນຄ້າອຸປະໂພກ ແລະ ບໍລິໂພກຕ່າງທີ່ພວມມີບັນຍາກາດຄຶກຄື້ນໃນປັດຈຸບັນກໍຄືອະນາຄົດຂ້າງໜ້າ.
ຕະຫລາດແຫ່ງ ນີ້ສູງເຖິງ 9 ຊັ້ນ, ແຕ່ລະຊັ້ນມີເນື້ອທີ່ກວ້າງຂວາງ ແລະ ພຽບພ້ອມໄປດ້ວຍສີນຄ້າຫລາຍຊະນິດຈາກພາຍໃນ
ແລະ ຕ່າງປະ ເທດເຊິ່ງຈະໃຫ້ສຳເລັດການກໍ່ສ້າງໃນທ້າຍປີ 2014.

No comments:
Post a Comment