Ad

Ad

7 October 2013

ລະວັງຖືກຜັກບໍ່ປອດສານເຄມີ



            ທ່ານນາງ ມົນທາທິບ ຈັນເພັງໄຊ ຫົວໜ້າກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ ວ່າ:ປັດຈຸບັນ, ຜັກປອດສານພິດພວມໄດ້ຮັບຄວາມນິຍົມຫລາຍ ໃນສັງຄົມຈຶ່ງເຮັດໃຫ້ກະສິກອນຈຳນວນ ໜຶ່ງສວຍໂອກາດນຳເອົາຜົນຜະລິດທີ່ບໍ່ຜ່ານ ການກວດກາຄວາມປອດໄພຈາກສານເຄມີມາວາງຂາຍໃນຕະຫລາດຜັກປອດ ສານພິດ. ຂະນະທີ່ກະສິກອນປູກຜັກປອດສານ ພິດມີຈຳນວນຫລຸດໜ້ອຍລົງ.
       ຫົວໜ້າກົມປູກຝັງກ່າວ ວ່າ: ໃນໄລຍະຫລັງມານີ້, ສັງຄົມເລີ່ມຫັນມາບໍລິໂພກ ອາຫານທີ່ມີຄຸນປະໂຫຍດແລະປອດໄພຫລາຍຂຶ້ນ ເຊິ່ງຜັກປອດສານພິດກໍແມ່ນ ສີນຄ້າກະສິກຳໝວດໜຶ່ງທີ່ເລີ່ມໄດ້ຮັບການບໍລິໂພກຫລາຍເຖິງວ່າລາຄາຈະອ່າວ ແພງ ກວ່າລາ ຄາຜັກຢູ່ຕາມທ້ອງຕະຫລາດທົ່ວໄປ ແລະ ຈາກຄວາມນິຍົມຫຼາຍຄື ດັ່ງກ່າວຈຶ່ງເຮັດໃຫ້ກະສິກອນຈຳນວນໜຶ່ງພະ ຍາຍາມນຳຜົນຜະລິດພືດຜັກບາງປະເພດທີ່ບໍ່ໄດ້ຜ່ານການກວດກາຈາກພາກ ສ່ວນກ່ຽວຂ້ອງເຂົ້າມາວາງຂາຍປະປົນກັບສີນຄ້າ ທີ່ໄດ້ຮັບການກວດກາຄວາມປອດໄພຈາກສານເຄມີ ເພື່ອຫວັງໄດ້ເງິນຫລາຍ. ສະນັ້ນ, ກະຊວງກະສິກຳຈຶ່ງກຳນົດກາໝາຍ ຂອງຜັກປອດສານພິດທີ່ໄດ້ຜ່ານການກວດກາເພື່ອຮັບປະກັນໃຫ້ຜູ້ບໍລິໂພກໄດ້ຊື້ສີນຄ້າທີ່ປອດໄພ.

       ຫົວໜ້າກົມປູກຝັງກ່າວ ວ່າ:ເຖິງວ່າຜັກປອດສານຜິດຈະມີຄາລາແພງ ແລະ ມີຜູ້ບໍລິໂພກນັບມື້ເພີ່ມຂຶ້ນກໍຕາມ, ແຕ່ຍອມ ຮັບວ່າຈຳນວນກະສິກອນປູກພືດປະເພດດັ່ງກ່າວແມ່ນຫລຸດໜ້ອຍລົງເມື່ອທຽບໃສ່ໄລຍະ 3​-4 ປີຜ່ານມາເນື່ອງ ຈາກວ່າການ ປູກຜັກປອດສານພິດແມ່ນມີຄວາມຫຍຸ້ງຍາກໃນການບົວລະບັດ ແລະ ໃຊ້ເວລາໃນການເກັບຜົນຜະລິດດົນ ກວ່າຜັກທີ່ໃຊ້ຝຸ່ນ ຫລື ສານເຄມີເພື່ອເລັ່ງການຈະເລີນເຕີບໃຫຍ່, ນອກຈາກນີ້ການລົງໄປຊຸກຍູ້ປະຊາຊົນກໍຄືກະສິກອນ ໃຫ້ເຫັນໄດ້ຄວາມສຳຄັນ ຂອງການປູກຜັກປອດສານຜິດ ແລະ ເຕັກນິກວິທີການປູກຂອງວິຊາການກ່ຽວຂ້ອງຍັງ ເຮັດບໍ່ ທັນໄດ້ດີເທົ່າທີ່ຄວນຈິ່ງເຮັດໃຫ້ ສະພາບການສົ່ງເສີມການປູກຜັກປອດສານພິດຂອງປະຊາຊົນຄ່ອຍໆຫລຸດລົງ ແລະ ການຂະຫຍາຍຕົວຂອງຕະຫລາດຈ ຳ ໜ່າຍກໍຍັງບໍ່ທັນກວ້າງຂວາງ.

No comments:

Post a Comment