Ad

Ad

7 October 2013

ລູກທໍລະຍົດຖືກສານຕັດສີນຈຳຄຸກ 4 ປີກວ່າ



          ໃນວັນທີ 1 ຕຸລານີ້, ສານປະຊາຊົນນະຄອນຫລວງວຽງຈັນ ໄດ້ຕັດສີນທ້າວ ສົມພອນ ອາຍຸ 33 ປີ ຢູ່ບ້ານໜອງບຶກ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໃຫ້ຈຳຄຸກເປັນເວລາ 4 ປີກັບ 7 ເດືອນພ້ອມປັບໃໝ 5 ລ້ານກີບ ໃນຂໍ້ຫາກະທຳຄວາມຜິດສໍ້ໂກງຊັບພົນລະເມືອງ ໂດຍການ ໃຊ້ເລ່ຫລ່ຽມກົນອຸບາຍຕົວະຍົວະເອົາເອກະສານທີ່ດິນຕອນໜຶ່ງນຳຜູ້ເປັນພໍ່ ຄີງຂອງ ຕົນໄປຂາຍໂດຍຜູ້ກ່ຽວຕົວະພໍ່ວ່າຈະເອົາເອກະສານທີ່ດິນຂອງພໍ່ໄປຊວດຈຳເພື່ອ ເອົາເງິນມາເຮັດ ທຸລະກິດເຟີນີເຈີ ແລະ ໄດ້ນຳເອກະສານຈຳນວນໜຶ່ງມາໃຫ້ພໍ່ເຊັນຢັ້ງຢືນເຊິ່ງ ຜູ້ເປັນພໍ່ກໍບໍ່ຮູ້ວ່າເ ອກະສານດັ່ງກ່າວ ມີເນື້ອໃນແນວໃດແດ່ເພາະບໍ່ໄດ້ອ່ານ ບວກກັບສາຍຕາບໍ່ດີ ແລະ ຄວາມໄວ້ ເນື້ອເຊື່ອໃຈຜູ້ເປັນລູກຈຶ່ງໄດ້ເຊັນເອກະສານທັງໝົດ, ແຕ່ສຸດທ້າຍເອກະສານດັ່ງ ກ່າວ ແມ່ນເຊັນ ຢັ້ງຢືນການໂອນກຳມະສິດທີ່ດິນໃຫ້ລູກຊາຍ. ຈາກນັ້ນ ທ້າວ ສົມພອນ ຈຶ່ງໄດ້ນຳ ເອກະສານ ທີ່ດິນໄປຂາຍຕໍ່ໃຫ້ຄົນ ອື່ນ ນລາຄາ 280.000 ບາດ (ສະກຸນ ເງິນໄທ) ໂດຍທີ່ພໍ່ບໍ່ຮູ້ແຕ່ຢ່າງໃດ ແລະ ສຸດທ້າຍ ແມ່ນອຳ ນາດການປົກຄອງບ້ານໄດ້ມາ ແຈ້ງໃຫ້ຜູ້ເປັນພໍ່ຊາບວ່າດິນຕອນດັ່ງກ່າວຖືກລູກຊາຍຂາຍໝົດແລ້ວພໍ່ຈຶ່ງໄດ້ແຈ້ງຕໍ່ເຈົ້າ ໜ້າທີ່ເພື່ອຈັບລູກທໍລະຍົດມາດຳເນີນ ຄະດີ, ສ່ວນເງິນທີ່ໄດ້ຈາກການຂາຍດິນນັ້ນ, ຜູ້ກ່ຽວໄດ້ໃຊ້ຈ່າຍຫລິ້ນກິນຟຸມເຟືອຍ ໄປແລ້ວສ່ວນໜຶ່ງ.

No comments:

Post a Comment