Ad

Ad

7 October 2013

New Vios ຈະເພີ່ມຄ່ານິຍົມສູງໃຫ້ສັງຄົມ



            ​ໂຕ​ໂຍຕ້າ ​ລົດ​ທີ່​ໄດ້​ຮັບ​ຄວາມ​ນິຍົມ​ສູງ​ຢູ່​ຕະຫຼາດບ້ານ​ເຮົາ ​ແລະ ຄອງ​ຕະ ຫຼາດ​ໄດ້ຫຼາຍ ກວ່າ 30% ​ຫຼາຍປີຜ່ານມາ ​ແລະ ປັດຈຸ​ບັນ,ໂຕ​ໂຍຕ້າ ​ໄດ້​ນຳ​ເອົາລົດ​ທີ່​ຜະລິດ​ໃໝ່ມາ​ນຳ​ສະ​ເໜີ​ຕໍ່ສັງຄົມຄື​ລົດ​ເກງ​ຍີ່​ຫໍ້ NEW VIOS ອອກ​ແບບ​ດ້ວຍ​ເຕັກ​ໂນ​ໂລ​ຊີທີ່​ລ້ຳຍຸ, ​ເໝາະກັບ​ຍຸກ​ສະ​ໃໝປັດຈຸ​ບັນ.
         ທ່ານ ປະກອນ ວົງ​ວິທະຍາ​ ພິຣົມ ທີ່​ປຶກສາ​ບໍລິຫານ, ບໍລິສັດ ​ໂຕ​ໂຍຕ້າ ມໍ​ເຕີ ປະ​ເທດ​ໄທ ຈຳກັດ ​ໄດ້​ມີ​ຄຳ​ເຫັນໃນ​ພິທີນຳສະເໜີ ລົດ​ໂຕ​ໂຍຕ້າ ວີ​ອອດ ຮຸ່ນ​ໃໝ່ ໃນ​ວັນ​ທີ 5 ຕຸລານີ້ຢູ່ຫໍ​ວັດທະນະ ທຳ ​ແຫ່ງຊາດ ນະຄອນຫຼວງວຽງຈັນ​ ວ່າ: ບໍລິສັດ ​ໂຕ​ໂຍຕ້າ ມໍ​ເຕີ ປະ​ເທດ​ໄທ ຈຳກັດ ​ໄດ້​ນຳ​ສະ​ເໜີລົດ VIOS ເປັນຄັ້ງທຳ​ອິດ​ຢູ່ ສປປ ລາວ ໂດຍ​ເຄື່ອງ​ຈັກ 1.300 ຊີ​ຊີ ຊຶ່ງ​ຖື​ເປັນ​ລົດ​ທີ່​ມີ​ຮູບຊົງ​ງາມ ​ໂດຍ​ວິວັດທະນາ​ການ​ຂອງ VIOS ເລີ່​ມຈາກ​ເປັນ​ລົດ​ເພື່ອ​ຕະ ຫຼາດພາຍ​ໃນ​ປະ​ເທດ ​ແລະ ​ໄດ້​ພັດທະ
ນາ​ກ້າວ​ສູ່​ເປັນ​ລົດ​ທີ່​ມີມາ​ດ ຕະຖານ​ຂອງໂລກ ​ແລະ ​ໄດ້​ຮັບ​ຄວາມ​ນິຍົມ​ສູງ​ຈາກ​ຕະຫຼາດແລະ ​ໃນ​ມື້ນີ້ ໂຕ​ໂຍຕ້າ ຍັງ​ຄົງ​ມຸ່ງໝັ້ນ ພັດທະນາ​ຕົນ​ເອງ​ໃຫ້​ດີ​ຂື້ນ​ເປັນ​ລຳດັບ, ​ເຮົາ​ຈຶ່ງ​ພູມ​ໃຈ​ນຳ​ສະ​ເໜີ ວີ​ອອດ ​ຮຸ່ນທີ 4 ເປັນ​ລົດ​ຮຸ່ນສຳ ຄັນ ຂອງ​ ​ໂຕ​ໂຍຕ້າ ຊຶ່ງ​ໄດ້​ຮັບ​ການ​ພັດທະນາ​ຈາກ​ແນວ​ຄິດ VALUE BEYOND BELIEF ໃຫ້​ເປັນ​ລົດ​ມາດຕະຖານ​ໂລກ ທີ່​ໃຫ້​ຄຸນຄ່າ​ສູງ ໂດຍ​ຮູບ​ການ​ອອກ​ແບບ​ທີ່​ໂດດ​ເດັ່ນ ຫ້ອງ​ໂດຍສານ​ທີ່​ກວ້າງຂວາງ ແລະ ປະ​ຢັດ​ນ້ຳ ມັນ​ທີ່​ເປັນ​ເລີດ ​ເຮົາ​ຈຶ່ງໝັ້ນ​ໃຈ​ວ່າ ວີ​ອອດ ​ໃໝ່ ຈະ​ມີ​ສ່ວນ​ສຳຄັນ​ໃນ​ການ​ສ້າງ​ຍອດ​ຂາຍຂອງ​ໂຕ​ໂຍຕ້າ ​ໃນ​ປີນີ້ ແລະ ຈະຊ່ວຍ​ເພີ່ມ​ສ່ວນ​ແບ່ງ​ການ​ຕະຫຼາດຂອງ​ລົດ​ໃນ​ລາວຫຼາຍຂຶ້ນກວ່າ​ເກົ່າ.

No comments:

Post a Comment