Ad

Ad

7 October 2013

ຫລາຍພາກສ່ວນສືບຕໍ່ຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ



              ຫລາຍພາກສ່ວນໄດ້ສືບຕໍ່ລະດົມທຶນໃຫ້ການຊ່ວຍເຫລືອ ຜູ້ປະສົບໄພນ້ຳຖ້ວມໂດຍສະເພາະຢູ່ແຂວງທາງພາກ ເໜືອ ແລະ ພາກໃຕ້ລາວ,ດັ່ງໃນວັນທີ 3 ຕຸລານີ້, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກໍໄດ້ຮັບເງິນ ຊ່ວຍເຫລືອຈາກ 4 ບໍລິສັດ ລວມມູນຄ່າທັງໝົດຈຳນວນ 65 ລ້ານ ກີບ ໂດຍແມ່ນທ່ານ ສຈ.ດຣ. ບໍ່ ວຽງຄຳ ວົງດາລາ ລັດຖະມົນຕີວ່າການກະ ຊວງວິທະຍາສາດ ແລະ ເຕັກໂນໂລຊີ ເປັນຜູ້ຮັບ.
          ບໍລິສັດ ທີ່ມາປະກອບສ່ວນ ຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ ຄັ້ງນີ້ລວມມີບໍລິສັດ ແອວທີເອັມ (ລາວເທສມາກ) ມອບເງິນຈຳ ນວນ 50 ລ້ານກີບ,ບໍລິສັດ ໄຊຍະ ສິດ,ບໍລິສັດທຳຄວາມສະອາດ ແລະ ບໍລິສັດ ພອນມະນີ ມອບບໍລິ ສັດລະ 5 ລ້ານກີບ. ນອກນັ້ນຍັງມີບໍລິສັດຈຳນວນໜຶ່ງທີ່ທາງກະ ຊວງວິທະຍາສາດ ແລະ ເຕັກໂນ ໂລຊີໄດ້ປຸກລະດົມທາບທາມໄວ້ ໃນ ທ້າຍອາທິດທີ່ຜ່ານມາຍັງຈະ ສືບຕໍ່ເຂົ້າມາມອບເງິນຊ່ວຍເຫລືອດັ່ງກ່າວຕື່ມອີກ.

           ໃນໂອກາດດັ່ງກ່າວ, ທ່ານ ສຈ.ດຣ. ບໍ່ວຽງຄຳ ວົງດາລາ ກໍ່ ໄດ້ກ່າວສະແດງຄວາມຂອບອົກຂອບໃຈຕໍ່ການປະກອບ ສ່ວນ ຂອງບໍລິສັດ ແລະ ຮ້ານຕ່າງໆ ທີ່ເຫັນໄດ້ຄວາມສຳຄັນ ແລະ ປະ ກອບສ່ວນຊ່ວຍເຫລືອໃນຄັ້ງນີ້ ຊຶ່ງເງິນຈຳນວນດັ່ງກ່າວ ນີ້, ກະ ຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈະໄດ້ນຳໄປມອບຕໍ່ໃຫ້ ັນ ດາແຂວງທັງພາກເໜືອ ແລະ ພາກໃຕ້ທີ່ໄດ້ຮັບຜົນ ກະທົບຈາກອຸທົກກະໄພທາງທຳມະຊາດເພື່ອປະກອບສ່ວນຊ່ວຍເຫລືອບັນເທົາ ທຸກໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບໃຫ້ມີ ຊີວິດການເປັນຢູ່ດີຂຶ້ນ.

No comments:

Post a Comment