ນັກຮຽນຍິງຫ້ອງ ປ 5 ແລະ ເດັກຍິງອາຍຸ
10 ປີ ຜູ້ທີ່ບໍ່ໄດ້ເຂົ້າໂຮງຮຽນ ຢູ່ແຂວງວຽງຈັນ ທີ່ຢູ່ໃນກຸ່ມເປົ້າໝາຍ ໄດ້ຮັບການສັກວັກຊິນປ້ອງກັນມະເຮັງປາກມົດລູກ
ພ້ອມນີ້ ເດັກນ້ອຍອາຍຸລຸ່ມໜຶ່ງປີ ກໍໄດ້ຮັບການສັກວັກຊິນປ້ອງກັນອັກເສັບປອດຮຸນແຮງເຊິ່ງພິທີເປີດຂະບວນການດັ່ງ
ກ່າວໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 4 ຕຸລານີ້ ຢູ່ໂຮງ ຮຽນມັດທະຍົມສົມບູນໂພນໝີ
ເມືອງວຽງຄຳ ແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນມີ ພຸດທະວົງ
ຮອງເຈົ້າແຂວງແຂວງວຽງຈັນ, ມີຫົວໜ້າພະແນກສາທາລະນະສຸກແຂວງ, ຜູ້ຕາງໜ້າອົງການຮ່ວມມືສາກົນເພື່ອວຽກງານສັກຢາກັນພະຍາດ,
ຜູ້ຕາງໜ້າອົງການຈັດຕ້ັງສາກົນປະຈຳລາວ, ພາກສ່ວນກ່ຽວຂ້ອງ ແລະ ນ້ອງນ້ອຍນັກຮຽນຫລາຍກວ່າ
100 ຄົນ ທີ່ມາຈາກ 13 ໂຮງ ຮຽນອ້ອມຂ້າງເມືອງວຽງຄຳ ເຂົ້າຮ່ວມ.
ທ່ານ ດຣ ສຸກພະໄທ ສໍປະເສີດ ຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ
ໃຫ້ຮູ້ວ່າ: ຢູ່ແຂວງວຽງຈັນ ມີນັກຮຽນຍິງ ຫ້ອງ ປ 5 ແລະ ເດັກຍິງອາຍຸ 10 ປີ
ທີ່ບໍ່ໄດ້ເຂ້ົາໂຮງຮຽນ ຢູ່ໃນກຸ່ມເປົ້າໝາຍສັກຢາວັກຊິນປ້ອງກັນມະເຮັງປາກມົດລູກ
ຈຳນວນ 6.500 ຄົນ ຢູ່ໃນໂຮງຮຽນປະຖົມຈຳນວນ 425 ແຫ່ງ. ພາຍຫລັງທີ່ເປີດຂະບວນການຢ່າງເປັນທາງການແລ້ວ,
ໜ່ວຍງານແພດຈະລົງສົມທົບກັບແຕ່ລະໂຮງຮຽນ ແລະ ບ້ານ ເພື່ອສືບຕໍ່ສັກຢາໃຫ້ສຳເລັດຕາມແຜນທີ່ວາງໄວ້
ຄື:ເຂັມທີ 1 ສັກໃນລະຫວ່າງວັນທີ 2-14 ຕຸລາ 2013, ເຂັມທີ 2 ລະຫວ່າງ ວັນທີ 20-30 ທັນວາ
2013, ເຂັມທີ 3 ລະ ຫວ່າງ 20-30 ເມສາ 2014. ພ້ອມດຽວກັນນີ້ ກໍຈະນຳເອົາຢາວັກຊິນປ້ອງກັນອັກເສບປອດຮຸນແຮງໄປສັກໃຫ້ເດັກນ້ອຍອາຍຸລຸ່ມ
1 ປີ ແລະ ຄາດວ່າການຈັດຕັ້ງປະຕິບັດຂະບວນ ການດັ່ງກ່າວຈະບັນລຸຕາມເປົ້າ ໝາຍ
95% ຂຶ້ນໄປ.
ທ່ານ ຣັດ ກຸມມານ ອົງການກາວີ (ອົງການຮ່ວມມືສາກົນເພື່ອວຽກງານສັກຢາກັນພະຍາດ)
ກ່າວວ່າ: ສ ປປ ລາວເປັນປະເທດທຳອິດໃນທະວີບອາຊີ ທີ່ໄດ້ຮັບວັກຊິນປ້ອງກັນມະເຮັງປາກມົດລູກ
ຈາກອົງການກາວີ ເນື່ອງຈາກເຫັນໄດ້ຄວາມອັນຕະ ລາຍຂອງພະຍາດດັ່ງກ່າວ ຜ່ານການຕີລາຄາຂອງອົງການອະນາໄມໂລກ
ໄດ້ຊີ້ບອກສາເຫດການຕາຍອັນດັບໜຶ່ງຂອງເດັກນ້ອຍອາຍຸລຸ່ມ 5 ປີ ແມ່ນພະຍາດອັກເສບປອດ,
ສ່ວນມະເຮັງປາກ ມົດລູກເປັນພະຍາດທີ່ເກີດຂຶ້ນຫລາຍໃນແມ່ຍິງລາວແຕ່ລະ ປີໃນຈຳນວນ 1 ແສນ ຄົນ
ມີຜູ້ເຈັບ ເປັນ ແລະ ເສຍຊີວິດຍ້ອນມະເຮັງ ປາກມົດລູກ ເຖິງ 20 ຄົນ. ດັ່ງນັ້ນ ທາງລັດຖະບານ
ກໍຄືກະຊວງສາທາລະນະສຸກ ຈຶ່ງໄດ້ປຶກສາຫາລືນຳຄູ່ຮ່ວມພັດທະນາ, ອົງ ການກາວີເພື່ອນຳເອົາວັກຊິນທັງສອງຊະນິດມາສັກໃຫ້ເດັກນ້ອຍລາວໃນກຸ່ມເປົ້າໝາຍໃຫ້ປອດໄພຈາກພະຍາດທີ່ອັນຕະລາຍດັ່ງກ່າວ.

No comments:
Post a Comment