![]() |
| ນາງຣຸ້ງຕາວັນ ນະຄອນທັບ |
ຫລານນ້ອຍ ນາງຣຸ້ງຕາວັນ ນະຄອນທັບ ອາຍຸ 11 ປີ
ນັກຮຽນເກັ່ງອັນດັບທີ 2 ທົ່ວເມືອງສີສັດ ຕະນາກປັດຈຸບັນ ນັກຮຽນ ຫ້ອງ ມ 1/2 ໂຮງຮຽນສະຖາພອນ
ບ້ານຢູ່ປັດຈຸບັນຢູ່ບ້ານທົ່ງກາງ ເມືອງສີສັດຕະນາກ ນະຄອນ ຫລວງວຽງຈັນ ໄດ້ສະແດງຄວາມຮູ້ສຶກໃນໂອກາດວັນຄູແຫ່ງຊາດວ່າ:
ຫລານເປັນນັກຮຽນຜູ້ໜຶ່ງໃນໂຮງຮຽນສະຖາພອນທີ່ໄດ້ຕັ້ງໃຈຮ່ຳຮຽນບໍ່ວ່າໃນໂຮງຮຽນ
ແລະ ນອກໂຮງຮຽນ, ຢູ່ໃນໂຮງ ຮຽນກໍໄດ້ປະຕິບັດລະບຽບທີ່ໂຮງ ຮຽນວາງອອກ ແລະ ຟັງຄວາມຄູອາຈານ,
ຫລານໄດ້ຕັ້ງໃຈຮັບເອົາຄວາມຮູ້ຈາກຄູເພາະວ່າຄູແມ່ນຜູ້ສິດສອນຖ່າຍທອດຄວາມຮູ້ໃຫ້ນັກຮຽນ
ແລະ ກ່ອນຈະໄດ້ເປັນນັກ ຮຽນເກັ່ງກໍຍ້ອນມີຄູສອນດີສອນເກັ່ງ. ນອກຈາກຮຽນຢູ່ໂຮງຮຽນເວລາພັກວັນເສົາ-ອາ
ທິດ ກໍໄດ້ຄົ້ນຄວ້າບົດຮຽນຢູ່ເຮືອນເພື່ອ ເພີ່ມຄວາມຮູ້ຮອບຕົວ ໃຫ້ແກ່ຕົນເອງຫລາຍຂຶ້ນ,
ນອກ ຈາກຮຽນເກັ່ງແລ້ວເວລາຫວ່າງຫລານກໍໄດ້ເຮັດວຽກຊ່ວຍຄອບ ຄົວອະນາໄມໜ້າເຮືອນເພື່ອແບ່ງເບົາພາລະຂອງຄອບຄົວ.
ແລະ ໃນໂອກາດວັນຄູຫລານຂໍອວຍ ພອນ ໃຫ້ຄູອາຈານທຸກທ່ານໃຫ້ມີສຸຂະພາບແຂງແຮງ
ແລະ ໃຫ້ເປັນຄູທີ່ດີເດັ່ນໃນອະນາຄົດ, ຫລານຈະຕັ້ງໃຈຮ່ຳຮຽນເພື່ອ ຕອບແທນບຸນຂອງຄູທີ່ສອນດີສອນເກັ່ງ
ແລະ ໃຫ້ຄວາມຮູ້ແກ່ນັກຮຽນໃນໄລຍະຜ່ານມາ. ເຖິງວ່າການຮຽນໃນໄລຍະຜ່ານຈະບໍ່ເກັ່ງຮອບດ້ານກໍຕາມຫລານຈະ
ຕັ້ງໃຈຮ່ຳຮຽນໃຫ້ດີທີ່ສຸດຟັງຄວາມຄູອາຈານ, ຟັງຄວາມພໍ່ແມ່ເປັນເດັກດີຂອງພໍ່-ແມ່,
ເປັນນັກຮຽນດີຂອງຄູອາຈານ ແລະ ເປັນໝູ່ທີ່ດີຂອງໝູ່ເພື່ອນ.

No comments:
Post a Comment