Ad

Ad

4 October 2013

ເຜີຍແຜ່ສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ



         ກອງ​ປະຊຸມ​ເຜີຍ​ແຜ່​ສະພາບ​ການຈັດຕັ້ງປະຕິບັດ​ແຜນ​ພັດທະນາ​ເສດຖະ ກິດ-ສັງຄົມ ​ແລະ ​ແຜນ​ງົບປະມານສົກ​ປີ 2012-2013 ​ແລະ ​ແຜນ​ສົກ​ປີ 2013- 2014, ໄດ້​ຈັດ​ຂຶ້ນ​ໃນ​ລະຫວ່າງວັນ​ທີ 2-3 ຕຸລາ 2013 ທີ່​ຫໍ​ປະຊຸມ​ແຫ່ງ​ຊາດ ນະ ຄອນຫລວງ​ວຽງ​ຈັນ, ​​ໂດຍ​ການ​ເປັນ​ປະທານຂອງທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກ ລັດຖະ ມົນຕີ​, ​ມີ​ບັນດາ​ສະມາຊິກ​ລັດຖະ ບານ, ຫົວໜ້າ-ຮອງ​ຫົວໜ້າ​ຫ້ອງ​ວ່າການ ສູນ​ກາງ​ພັກ, ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ, ຄະນະ​ຈັດຕັ້ງສູນ​ກາງ​ພັກ, ຄະນະ​ໂຄສະ ນາ​ອົບຮົມ​ສູນ​ກາງ​ພັກ, ອົງການ​ຕຸລາການພ້ອມ​ດ້ວຍ​ພະນັກງານ​ຫລັກ​ແຫ​ລ່ງ, ພະ ນັກງານ​ບຳນານ​ອາວຸ​ໂສອ້ອມ​ຂ້າງ​ສູນ​ກາງ ​ແລະ ນະຄອນຫລວງເຂົ້າຮ່ວມ 1.500 ຄົນ.
             ກອງ​ປະຊຸມ​​ໄດ້​ຮັບ ​ຟັງ​ການ​ໂອ້​ລົມ ຈາກ ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ ກ່ຽວ​ກັບ​ສະພາບ​ການຈັດ ຕັ້ງປະຕິບັດ​ແຜນ​ພັດທະນາ​ເສດຖະກິດ- ສັງຄົມ ​ແລະ ​ແຜນ​ງົບປະມານ​ສົກ​ປີ 2012-2013 ​ແລະ ​ແຜນ​ປະຈຳ​ສົກ​ປີ 2013- 2014. ທັງ​ນີ້​ເພື່ອ​ຜັນ​ຂະຫຍາຍ ​ແລະ ຈັດຕັ້ງປະຕິບັດ ຕາມ​ມະຕິ​ຂອງ​ກອງ​ປະຊຸມ​ໃຫຍ່ ຄັ້ງທີ IX ຂອງ​ພັກ ​ແລະ ​ເພື່ອ​ສືບ ຕໍ່​ຈັດຕ້ັງປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ ແຫ່ງ​ຊາດ 5 ປີ​ຄ້ັງທີ VII ​ໃຫ້​ບັນລຸ​ຕາມ​ເປົ້າ ໝາຍ​ໃນ​ປີ  2015, ​ໂດຍ​ສະ​
ເພາະ​ການຈັດຕັ້ງປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ​ໃນ​ສົກ​ປີ ຜ່ານມາ​ເຫັນ​ວ່າ ປະ​ເທດ​ເຮົາ​ຍັງ​ຮັກສາ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງ ຄົມ​ໄດ້​ດີ, ອັດຕາ​ການ​ເຕີບ​ໃຫຍ່ ທາງ​ເສດຖະກິດ ຍັງ​ຢູ່​ໃນ​ລະດັບ 8%, ສະພາບ​ການ​ຄ້າ-ການລົງ ທຶນ, ການ​ຜະລິດ-ທຸລະ​ກິດຍັງ​ປົກກະຕິ​ ແລະ ມີ​ທ່າ​ອ່ຽງ​ຂະຫຍາຍ ຕົວ, ການ​ພັດທະນາ​ເສດຖະກິດ- ສັງຄົມ, ການ​ພັດທະນາ​ຊົນນະບົດ ​ແລະ ການ​ແກ້​ໄຂ​ຄວາມທຸກ​ຍາກ ຕິດ​ພັນ​ກັບ​ການ​ເຮັດ​ທົດ​ລອງ 3 ສ້າງ ສືບຕໍ່​ເປັນ​ຂະ​ບວນການ​ກວ້າງຂວາງ. ​ເວົ້າລວມ​ແລ້ວ ສົກ​ປີ 2012-2013 ຜ່ານມາ ປະ​ເທດ​ເຮົາ​ຍັງ​ສາມາດ​ສ້າງ​ໄດ້​ທ່ວງທ່າ​ທີ່​ດີ​ໃນ​ການ​ກະກຽມ​ກ້າວ​ສູ່​ປີ 2014 ທັງ​ເປັນ​ພື້ນ ຖານ​ໃຫ້​ແກ່​ການ​ບັນລຸ​ເປົ້າໝາຍ​ພັດທະນາ​ໃນ​ອະນາ​ຄົດ.
              ສຳລັບ​ແຜນ​ສົກ​ປີ 2013- 2014 ນີ້, ​ແມ່ນ​ມີ​ຄວາມ​ສຳຄັນ​ຫລາຍ ​ເພາະ​ເປັນ​ປີ​ທີ​ສີ່​ຂອງ​ການ ຈັດຕັ້ງປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ 5 ປີ ຄັ້ງທີ VII (2011-2015) ​ແລະ ​ເປັນ​ແຜນ​ສືບຕໍ່​ບຸກທະລຸ​ທັງ 4 ດ້ານ ຕາມ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງທີ IX ຂອງ​ພັກ, ​ເພື່ອ​ສືບຕໍ່​ຮັກ ສາ​ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ເສດຖະກິດ-ສັງຄົມ​ໃຫ້​ຂະ ຫຍາຍຕົວ​ຕໍ່​ເນື່ອງ ທັງ​ຮັບປະ ກັນ​ຄວາມ​ຍືນ​ຍົງຕິດ​ພັນ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ​ໃນ​ຕອນ​ທ້າຍ ທ່ານ​ນາຍົກ ລັດ ຖະມົນ ຕີ ຍັງ​ໄດ້​ຊີ້ນຳ​ໃຫ້​ທຸກ​ພາກສ່ວນ​ທີ່ ກ່ຽວຂ້ອງ ນຳເອົາ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ກອງ​ປະຊຸມ​ຄັ້ງນີ້ ​ໄປ​ຈັ ຕັ້ງປະຕິບັດ​ໃນຂອບ​ເຂດ​ສິດ, ໜ້າ​ທີ່ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ຕົນ ​ເພື່ອ​ເຮັດ​ໃຫ້ການ​ຈັດຕັ້ງປະຕິບັດ​ແຜນ​ພັດທະນາ​ເສດຖະກິດ- ສັງ ຄົມ ສົກ​ປີ 2013-2014 ກໍ​ຄື ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ແຫ່ງ​ຊາດ 5 ປີ ຄັ້ງທີ VII ​ບັນລຸ​ຕາມ​ເປົ້າໝາຍ ​ແລະ ​ໄດ້​ຮັບ​ຜົນ​ດີ.

No comments:

Post a Comment