ວັນທີ 3 ຕຸລານີ້, ອົງການປົກ ຄອງນະຄອນຫຼວງໄດ້ຈັດພິທີສະເຫຼີມສະວັນ ຄູແຫ່ງຊາດ 7 ຕຸລາ ຄົບຮອບ 19 ປີ ຂຶ້ນທີ່ໂຮງ ຮຽນ ມປາຍ ສີໂຄດ, ໂດຍການ ເຂົ້າ
ຮ່ວມຂອງທ່ານ ສາຍທອງ ແກ້ວດວງດີ,ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ຊົມພູ ແກ້ວປັນຍາ, ຫົວໜ້າພະແນກສຶກ
ສາທິການ ແລະ ກິລາ ຄູອາຈານ ແລະ ນັກຮຽນເຂົ້າຮ່ວມເປັນຈຳນວນຫຼາຍ.
ໃນພິທີດັ່ງກ່າວ ທ່ານຫົວໜ້າພະແນກສຶກສາ ແລະ
ກິລານະຄອນຫຼວງໄດ້ລາຍງານຜົນຂອງການຈັດຕັ້ງປະຕິບັດການ ຮຽນການສອນໃນໄລຍະຜ່ານມາເຫັນວ່າຍັງມີ
5 ບັນຫາທີ່ເປັນຂໍ້ຄົງຄ້າງ ແລະ ຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ປະຕິ ບັດເຊັ່ນ: 1 ພະ ນັກງານ,
ຄູ-ອາ ຈານຈຳນວນໜຶ່ງຍັງບໍ່ທັນເອົາໃຈໃສ່ຕໍ່ການປະຕິບັດໜ້າທີ່ວຽກ ງານຂອງຕົນຢ່າງເຕັມສ່ວນ
ແລະ ນັກຮຽນຈ ຳນວນໜຶ່ງກໍຍັງບໍ່ທັນເອົາໃຈໃສ່ສຶກສາຮ່ຳຮຽນ, ເຮັດໃຫ້ການຮຽນການສອນບໍ່ມີຄຸນນະພາບ,
2 ການແກ້ໄຂປາກົດການຫຍໍ້
ທໍ້ໃນຂົງເຂດການສຶກ ສາຍັງບໍ່ທັນເຮັດໄດ້ຂາດຕົວ, 3 ອັດຕາຄ້າງຫ້ອງ,ອັດຕາປະລະ
ໂຮງຮຽນຂອງນັກ ຮຽນຍັງສູງ, 4 ການ ຮ່ວມຊີວິກການເມືອງ ແຕ່ ລະຈຸ,ແຕ່ລະໜ່ວຍພັກບາງໄລຍະ ບໍ່ທັນປົກກະຕິ,ການຕຳນິ
ກໍ່ສ້າງ ຍັງມີລັກສະນະລວມໆ ແລະ ຈົ່ງຈຽມ ແລະ 5 ໂຮງຮຽນປະຖົມທີ່ມີນັກຮຽນໜ້ອຍຍັງບໍ່ທັນໄດ້ປັບປຸງ
ແລະ ພັດທະນາເພື່ອນຳໃຊ້ໃຫ້ເກີດຜົນປະໂຫຍດ ຕໍ່ສັງຄົມ ແລະ ໃນໂອກາດນີ້ ທາງພະແນກສຶກສາ ແລະ
ກິລານະຄອນຫຼວງໄດ້ມອບໃບຍ້ອງຍໍໃຫ້ຄູ-ອາຈານ ຜູ້ທີ່ມີຜົນງານ ດີເດັ່ນຈຳນວນໜຶ່ງ.
ປັດຈຸບັນນະຄອນຫຼວງ ວຽງຈັນ ມີໂຮງຮຽນສາມັນທັງ
ໝົດລວມ ທັງພາກລັດ ແລະ ເອ ກະຊົນ 881 ແຫ່ງ ໃນນັ້ນ ໂຮງ ຮຽນລ້ຽງເດັກ, ອະນຸບານ 223 ແຫ່ງ,ໂຮງຮຽນປະຖົມ
501 ແຫ່ງ ແລະ ໂຮງຮຽນມັດຖະຍົມ 147 ແຫ່ງ)ທຽບໃສ່ ປີຜ່ານມາເພີ່ມຂຶ້ນ 24 ແຫ່ງ,ມີນັກຮຽນທັງໝົດ
177.459 ຄົນ ແລະ ມີຄູສອນທັງ ໝົດ 8.070 ຄົນ(ບໍນັບ ພະນັກງານ ບໍລິຫານ).

No comments:
Post a Comment