ເນື່ອງຈາກເຫັນວ່າ: ປາ ກົດການຫຍໍ້ທໍ້ໃນນະຄອນຫລວງວຽງຈັນມີລັກສະນະພົ້ນເດັ່ນແລະ ມີທ່າອ່ຽງເພີ່ມຂຶ້ນອັນເນື່ອງມາຈາກຫລາຍສາເຫດ, ແຕ່ໜຶ່ງໃນນັ້ນກໍແມ່ນຂອດຄຸ້ມຄອງບໍລິຫານ ຂອງຫົວໜ່ວຍທຸລະກິດຈຳ ນວນໜຶ່ງໃນຂົງເຂດຮ້ານບັນເທີງ,ຮ້ານ ອາຫານ, ກິນດື່ມ, ເຮືອນພັກ,ໂຮງ ແຮມ ແລະ ງານບຸນປະເພນີຕ່າງໆ ຍັງລະເມີດລະບຽບຄຸ້ມຄອງທາງດ້ານວັດທະນະທຳ ແລະ ທ່ອງທ່ຽວ ເປັນຕົ້ນແມ່ນປິດບໍລິການກາຍໂມງເວລາທີ່ກຳນົດໄວ້, ເຄື່ອງສຽງດັງແຮງລົບກວນສັງຄົມ, ຫລິ້ນກິມຟຸມເຟືອຍ, ມົ້ວ ສຸມຢາເສບຕິດ, ຂາຍບໍລິການທາງເພດ ແລະ ອື່ນໆ ພາໃຫ້ເກີດການອາລະວາດຕີກັນ, ປຸ້ນຈີ້ຊີງຊັບ, ກຸ່ມແກ໋ງກວນເມືອງ, ສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍແກ່ສັງຄົມ ສົ່ງຜົນກະທົບທາງລົບຕໍ່ວັດທະ ນະທຳ, ຮີດຄອງປະເພນີອັນດີ ງາມ ແລະ ທ່ອງທ່ຽວຂອງຊາດລາວເຮົາ.
ດັ່ງນັ້ນ, ເຈົ້າຄອງນະຄອນ ຫລວງວຽງຈັນ
ຈຶ່ງໄດ້ອອກຄຳສັ່ງແນະນຳເຖິງອຳນາດການປົກ ຄອງທຸກຂັ້ນ, ພະແນກຖະແຫລງ ຂ່າວ,
ວັດທະນະທຳ ແລະ ທ່ອງທ່ຽວ, ເຈົ້າໜ້າທີ່ກ່ຽວຂ້ອງ ແລະ ຜູ້ດຳເນີນກິດຈະການດັ່ງກ່າວ
ໃຫ້ເປັນເຈົ້າການຕິດ ຕາມກວດກາການເຄື່ອນໄຫວຂອງຫົວໜ່ວຍທຸລະກິດດັ່ງກ່າວທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ຖືກຕ້ອງຕາມລະບຽບກົດໝາຍ,
ຖ້າເຫັນມີປາກົດການບໍ່ດີກໍຕ້ອງປະສານສົມທົບກັນແກ້ໄຂໃຫ້ທັນການ, ສ່ວນຜູ້ປະກອບການກໍຕ້ອງປະຕິ
ບັດບັນດາຂໍ້ຫ້າມເຫລົ່ານີ້ໃຫ້ເຂັ້ມ ງວດຄື 1. ຫ້າມບໍ່ໃຫ້ເປີດບໍລິການກາຍ
23:30 ໂມງ (ສຳລັບຕອນຄ່ຳວັນສຸກ, ວັນເສົາ ແລະ ວັນອາ
ທິດ ແມ່ນບໍ່ໃຫ້ກາຍ
24:30 ໂມງ) ຢ່າງເດັດຂາດ; 2. ໃຫ້ຫົວໜ່ວຍທຸລະກິດ ວັດທະນະທຳ-ທ່ອງທ່ຽວທຸກປະເພດທີ່ນຳໃຊ້ເຄື່ອງຂະຫຍາຍສຽງຕ້ອງຖືເປັນສຳຄັນໃນການປັບປຸງສ້ອມແປງສະຖານທີ່ບໍລິການໃຫ້ຖືກຕ້ອງຕາມມາດ
ຕະຖານທີ່ວາງໄວ້ ເພື່ອບໍ່ໃຫ້ມີສຽງດັງລົບກວນສັງຄົມອ້ອມຂ້າງຢ່າງເດັດຂາດ;
3. ຜູ້ປະກອບການວົງດົນຕີເສບປະຈຳຮ້ານ, ເສບເຄື່ອນທີ່, ເອເລັກໂທນທີ່ເຄື່ອນໄຫວຮັບໃຊ້ໃນງານບຸນປະເພນີຕ່າງໆ
ຕະຫລອດການນຳໃຊ້ເຄື່ອງສຽງທຸກປະເພດຕ້ອງປະຕິ ບັດລະບຽບໃນການນຳໃຊ້ເພງ ຮ້ອງ,
ຂັບລຳທ້ອງຖິ່ນຂອງລາວເປັນຕົ້ນຕໍ ແນໃສ່ຮັກສາ ແລະ ສົ່ງເສີມມູນເຊື້ອສິລະປະວັນນະຄະດີຂອງຊາດລາວເຮົາ;
4. ຫ້າມເດັດ ຂາດບໍ່ໃຫ້ສວຍໃຊ້ສະຖານທີ່ບັນເທີງ, ຮ້ານກິນດື່ມ, ຮ້ານອາຫານ,
ຮ້ານອົບນວດ, ຮ້ານເສີມຄວາມ ງາມທຸກປະເພດເປັນບ່ອນມົ້ວສຸມສິ່ງເສບຕິດ ແລະການຄ້າປະເວນີ;
5. ເຈົ້າ ຂອງເຮືອນພັກ, ໂຮງແຮມ ທຸກລະດັບຕ້ອງເອົາໃຈໃສ່ປະຕິ ບັດລະບຽບການຄຸ້ມຄອງດຳເນີນທຸລະກິດຢ່າງເຂັ້ມງວດ,
ເອົາໃຈໃສ່ກວດກາຕິດຕາມຄົນພັກເຊົາໃຫ້ລະອຽດ ເພື່ອຫລີກເວັ້ນການສວຍໂອກາດເປັນບ່ອນຊຸກເຊື່ອງ
ແລະ ເຄື່ອນໄຫວສິ່ງທີ່ຜິດກົດ ໝາຍ, ຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ຜູ້ມາໃຊ້ບໍລິການ;
6. ຜູ້ປະກອບການທຸລະກິດ ວັດ ທະນະທຳ ແລະ ທ່ອງທ່ຽວທຸກປະເພດ ຕ້ອງເປັນເຈົ້າການແນະນຳເຈົ້າໜ້າທີ່ປ້ອງກັນຄວາມສະ
ຫງົບໃນຮ້ານຂອງຕົນໃຫ້ເອົາໃຈໃສ່ກວດກາຄວາມເປັນລະບຽບຮຽບຮ້ອຍ, ຕິດຕາມຄົນເຂົ້າ-
ອອກ, ບໍ່ອະນຸຍາດໃຫ້ເດັກທີ່ບໍ່ເຖິງ 18 ປີ ເຂົ້າໃຊ້ບໍລິການຢູ່ຕາມຮ້ານບັນເທີງ,
ຫ້າມຜູ້ທີ່ບໍ່ມີໜ້າທີ່ກ່ຽວຂ້ອງຖືອາວຸດ ຫລື ຂອງແຫລມຄົມເຂົ້າໄປໃນສະຖານທີ່ບໍລິການຕ່າງໆຢ່າງເດັດຂາດ;
7. ຜູ້ປະກອບການທຸລະກິດ ວັດທະ ນະທຳ-ທ່ອງທ່ຽວຕ້ອງເອົາໃຈໃສ່ປັບປຸງທຸລະກິດຂອງຕົນໃຫ້ຖືກຕາມມາດຖານວາງໄວ້
ພ້ອມທັງຕັດສິນໃຈແກ້ໄຂຈຸດອ່ອນໃຫ້ທັນເວລາ, ໃຫ້ການຮ່ວມມືໃນການຕິດຕາມກວດກາຂອງເຈົ້າໜ້າທີ່ເປັນຢ່າງດີ.
ຢາກໃຫ້ຟັງໂຄສະນາຮ້ານບັນເທີງ ຈາກວິທະຍຸໄທ ໂດຍສະເພາະແມ່ນຄື້ນຂອງ ທ້າວ ແຈັກກີ້ ທີ່ໂຄສະນາຄ້າຍຄືວ່າຍົວຄົນໄປຂາຍໂຕ ຍົວະໃຫ້ຄົນເປັນສະກ້ອຍ ລອງຟັງເບິ່ງເດີ ຖ້າເຫັນເປັນຄວາມຈິງກໍຂຽນຂ່າວໃຫ້ອ່ານແດ່ເດີ ຟັງມາດົນແລ້ວ ຄື້ນທ້າວແຈັກກີ້ນີ້ມັນໂຄສະນາຂາຍຄົນໄປພ້ອມ
ReplyDeleteອອກແຈ້ງການໄປແລ້ວຄວນ ມີຫນ່ວຍງານຕິດຕາມສະເພາະກິດ ເພາະຈະອີງໃສ່ອຳນາດການປົກຄອງພື້ນຖານແມ່ນກໍເປັນດັ່ງທີ່ຜ່ານມາບໍ່ໄດ້ຮັບຜົນ ໄຄແດ່ແຕ່ໄລຍະທຳອິດດົນໄປກະຄືເກົ່າ ບາງຄັ້ງຍັງເຫັນເຈົ້າຫນ້າທີ່ກວດກາຈຳນວນໜຶ່ງໄປໃຊ້ບໍລິການເກີນໂມງທີ່ກຳນົດ ຫລືບາງບ່ອນຍັງສາມາດເປີດລ່ວງເວລາໄດ້. ດີທີ່ສຸດຄວນຕັ້ງຄະນະກວດກາສະເພາະກິດຕິດຕາມ ສາມາດແຈ້ງໄດ້ຕະຫລອດ24ຊົ່ວໂມງ ແລະ ປະຕິບັດຢ່າງຕໍ່ເນື່ອງ ບໍ່ແມ່ນສະເພາະເວລາຈຳເປັນເທົ່ານັ້ນ
ReplyDelete