Ad

Ad

4 October 2013

ກຽມຈັດງານບຸນອອກພັນສາປະວໍລະນ ແລະ ຊ່ວງເຮືອປະເພນີປະຈຳປີ 2013.ໃຫ້ມີບັນຍາກາດຄືກຄື້ນ ແລະ ຮັບປະກັນ ຄວາມສະຫງົບປອດໄພ


  ວັນທີ 3 ຕຸລານີ້, ທ່ານ ສາຍທອງ ແກວດວງດີ ,ຮອງເຈົ້າຄອງນະຄອນຫຼວງວຽງ ຈັນໄດ້ຖະແຫຼ່ງຕໍ່ສື່ມວນຊົນກ່ຽວກັບການ ກະກຽມຈັດບຸນອອກພັນສາ ແລະ ຊ່ວງ ເຮືອປະເພນີປະຈຳປີ 2013 ນີ້ວ່າ: ງານບຸນອອກພັນສາ ແລະ ຊ່ວງເຮືອປະເພນີທີ່ທ່າ ວັດຈັນເປັນງານບຸນປະເພນີປະຈຳຊາດຂອງພວກເຮົາ, ທີ່ສືບທອດປະຕິບັດກັນມາ ເປັນປະຈຳທຸກໆປີ ແລະ ປີນີ້ກໍ ເປັນອີກປີ ໜຶ່ງທີ່ພວກເຮົາກຳລັງສຸມໃສ່ນຳພາຈັດຕັ້ງ, ເພື່ອເຮັດໃັຫ້ ງານບຸນເຕັມໄປດ້ວຍບັນຍາກາດອັນຟົດຟື້ນ, ເບີກບານມວນຊີ່ນ , ທັງເປັນ ການປົກປັກຮັກສາ, ເສີມຂະຫຍາຍມູນເຊື່ອວັດທະນະທຳ, ຮີດຄອງປະເພນີອັນດີງາມ ຂອງຊາດເຮົາທີ່ສືບທອດກັນມາ ແຕ່ບູຮານນະການ, ມາຮອດມື້ນີ້ຖືວ່ານະຄອນ ຫຼວງມີ ຄວາມພ້ອມແລ້ວ 100% ໃນການຈັດງານບຸນດັ່ງກ່າວ, ພິເສດງານ ບນປີ ນີ້ແມ່ນ ຈະຈັດໃຫ້ມີຫຼາກຫຼາຍກິດຈະກຳ,ທັງ ເປີດກ້ວາງໃຫ້ສັງຄົມມີສ່ວນຮ່ວມຫຼາຍຂື້ນ ແລະ ພື້ນທີ່ຈັດງານຈະກ້ວາງຂວາງ, ຈົບງາມ, ສະອາດ, ການສັນຈອນໄປມາສະດວກສະບາຍ, ສາມາດຮອງຮັບມວນຊົນທີ່ເຂົ້າຮ່ວມໄດ້ຢ່າງພຽງພໍ,, ສະເພາະການ ແຂ່ງຂັນ ຊ່ວງເຮືອກໍຈະມີຫຼາຍສີສັນກວ່າປີຜ່ານມາ ແລະ ຮັບປະກັນດ້ານຄວາມສະ ຫງົບປອດໄພ, ການຄົບງັນແມ່ນຈະເລີ່ມ ແຕ່ວັນທີ 14 ຕຸລາ ເປັນ ຕົ້ນໄປ ຈົນເຖິງ 21 ຕຸລານີ້, ດັ່ງນັ້ນ ຈຶ່ງຂໍຮຽກຮ້ອງມາຍັງພະນັກງານ, ທະຫານ, ຕຳຫຼວດ, ປະຊາ ຊົນ ບັນດາ ເຜົ່າທົ່ວນະຄອນຫຼວງວຽງຈັນ, ຈົ່ງພ້ອມກັນຮ່ວມແຮງຮ່ວມໃຈເປັນເຈົ້າການປະກອບສ່ວນ ແລະ ເຂົ້າຮ່ວມງານບຸນປະເພ ນີດັ່ງກ່າວ, ດ້ວຍບັນຍາກາດເບີກບານມວນຊື່ນ, ມີສະຕິລະວັງຕົວ, ເປັນເຈົ້າການໃຈການຮັກສາຄວາມສະຫງົບ, ຄວາມເປັນ ລະບຽບຮຽບຮ້ອຍ ແລະ ຮັສາຄວາມສະອາດຈົບງາມ, ເພື່ອໃຫ້ງານບຸນດຳເນີນໄປດ້ວຍຄວາມຈົບງາມ.

No comments:

Post a Comment