ທ່ານ ອ່ອນສີ ບຸດສີວົງສັກ ປະທານສະມາຄົມຕັດຫຍິບລາວ
ທັງເປັນທີ່ປຶກສາສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດ ເປີດເຜີຍໃຫ້ຮູ້ເມື່ອບໍ່ດົນນີ້ວ່າ:
ປັດ ຈຸບັນ ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ໃນຫົວໜ່ວຍທຸລະກິດຕ່າງໆລ້ວນແຕ່ຂັດຂ້ອງວ່າ:
ມາລົງທຶນແລ້ວຊອກຫາຜູ້ມາອອກແຮງງານເຮັດການຜະລິດບໍ່ມີພຽງພໍ,ຂະນະທີ່ ຄວາມຕ້ອງ
ການແຮງງານໃນແຕ່ລະປີມີຫລາຍເຖິງ 31 ພັນຄົນ.
ທ່ານ ອ່ອນສີ ກ່າວວ່າ: ສປປ ລາວ ມີສະຖຽນລະພາບດ້ານການເມືອງສັງຄົມມີຄວາມສະຫງົບປອດໄພ
ແລະ ມີລະບົບກົດໝາຍສົ່ງເສີມການລົງທຶນ ຂ້ອນຂ້າງຮັດກຸມດີ ເຊິ່ງເປັນປັດໄຈດຶງດູດນັກລົງທຶນ
ເຂົ້າມາລົງ ທຶນນັບມື້ຫລາຍຂຶ້ນ,ແຕ່ປັດຈຸບັນ ສິ່ງທີ່ນັກລົງທຶນທັງຫລາຍພົບບັນ
ຫາແມ່ນແຮງງານບໍ່ພຽງພໍ ເຊັ່ນ: ຂະແໜງອຸດສະຫະກຳຕັດຫຍິບ ຕ້ອງການປີລະ 9 ພັນກວ່າຄົນ,
ອຸດສະຫະກຳປຸງແຕ່ງ 300 ກວ່າຄົນ,ທ່ອງທ່ຽວ 2400 ກວ່າຄົນ, ກຸ່ມຜະລິດເຫລັກ 600
ກວ່າຄົນ,ເຟີນີເຈີ 5 ພັນຄົນ,ກໍ່ສ້າງ 5 ພັນກວ່າຄົນ ແລະ ອື່ນໆ ເຊິ່ງລວມແລ້ວເຫັນວ່າມີຄວາມຕ້ອງການປະມານ
31 ພັນຄົນຕໍ່ປີ.ໃນສະ ພາບທີ່ມີການຂາດເຂີນແຮງງານແບບນີ້ ພັດມີແຮງງານລາວລັ່ງໄຫລໄປເຮັດວຽກຢູ່ຕ່າງປະເທດຢ່າງບໍ່ຖືກລະບຽບຈຳນວນຫລາຍແສນຄົນ
ໂດຍບໍ່ມີມາດຕະ ການ
ຄວບຄຸມທີ່ເຂັ້ມງວດ ໂດຍສະເພາະຢູ່ແຂວງພາກກາງ ແລະ ພາກໃຕ້
ປະກົດວ່າມີຫລາຍບ້ານບໍ່ມີຊາວໜຸ່ມເຮັດການຜະລິດ,ມີແຕ່ຜູ້ເຖົ້າເຮັດການຜະລິດພໍແຕ່ກຸ້ມກິນ,ສຳລັບຕົວເມືອງການຂາດເຂີນແຮງງານ
ນັບມື້ເພີ່ມທະ ວີຂຶ້ນ ໄດ້ເຮັດໃຫ້ຫົວໜ່ວຍຜະລິດຕ່າງໆເກີດການຍາດແຮງງານກັນ ໂດຍສະເພາະການອອກໆ-ເຂົ້າໆ
ຂອງແຮງງານແມ່ນມີສູງ ເຮັດໃຫ້ກຳມະກອນມີນິໄສຂາດລະບຽບວິໄນໃນການເຮັດວຽກ,
ປະສິດທິພາບຂອງວຽກຕ່ຳ, ມີສະພາບຫລີ້ນ ກິນຟູມເຟືອຍ ເປັນ ຕົ້ນຫລັງຈາກໄດ້ຮັບເງິນເດືອນແລ້ວຜູ້ອອກແຮງງານຈຳນວນໜຶ່ງກໍຂາດວຽກ
2-3 ມື້ ຖ້າສະພາບແຮງງານລາວຍັງສືບຕໍ່ເປັນຄືແນວນີ້ ເມື່ອປະເທດເຮົາເຂົ້າເປັນພາຄີປະຊາຄົມເສດຖະກິດອາຊຽນໃນປີ
2015 ນີ້ ພວກເຮົາຈະເອົາອັນໃດເປັນສີນຄ້າແຂ່ງຂັນໃນຕະຫລາດເສລີດັ່ງກ່າວ.
ທ່ານ ອ່ອນສີ ກ່າວວ່າ: ການຂາດເຂີນແຮງງານ
ແລະ ການເຄື່ອນຍ້າຍຂອງຜູ້ອອກແຮງງານຈາກບໍລິສັດໜຶ່ງໄປຫາບໍລິ ສັດໜຶ່ງແມ່ນບັນຫາໃຫຍ່ສຳລັບນັກລົງທຶນ.
ປັດຈຸບັນ ເຖິງວ່າກະ ຊວງແຮງງານຈະມີຫລາຍບໍລິ ສັດຈັດຫາງານ ແຕ່ການສະໜອງແຮງງານໃຫ້ການລົງທຶນຢູ່ພາຍໃນປະເທດແມ່ນມີໜ້ອຍ.ຂະນະດຽວກັນ
ການລົງໄປທ້ອງຖິ່ນ ເພື່ອສົມທົບກັບອຳ ນາດການປົກ ຄອງ ແລະ ເຈົ້າໜ້າທີ່ ເພື່ອຈັດຫາງານເອົາເອງຂອງບໍລິສັດ
ຫລື ກຸ່ມທຸລະກິດ ແມ່ນມີຄວາມຫຍຸ້ງ ຍາກ ເພາະເພີ່ນຢາກໃຫ້ນຳໃຊ້ບໍລິສັດຈັດຫາງານທີ່ມີແລ້ວເຮັດວຽກນີ້.ແນວໃດກໍຕາມ
ເພື່ອແກ້ໄຂບັນຫາດັ່ງກ່າວເຫັນວ່າ:ການ ຈັດຕັ້ງ ປະຕິບັດຫລັກການເຄື່ອນຍ້າຍແຮງງານວິຊາສະເພາະຢ່າງເສລີຂອງ
AEC ກໍບໍ່ຄວນເຮັດຢ່າງອັດຕະໂນມັດຄວນກຳນົດລະ ບຽບຫລັກການຢ່າງຄັກແນ່ ເພື່ອປົກປ້ອງການຮົ່ວໄຫລຂອງຜູ້ທີ່ມີມັນສະໝອງ
ແລະ ແຮງງານທີ່ປະເທດຊາດຕ້ອງການໄວ້,ໃນແຕ່ລະປີມີແຮງງານລາວຈຳ ນວນຫລາຍພັນຄົນໄປເຮັດວຽກບໍ່ຖືກກົດໝາຍຢູ່ປະເທດໃກ້ຄຽງ
ແລະ ຖືກສົ່ງກັບຄືນປະເທດ ດັ່ງ ນັ້ນ ຄວນຈະມີການຮ່ວມມືກັບອົງການສາກົນໃດໜຶ່ງຈັດເຝິກອົບ
ຮົມວິຊາຊີບໃຫ້ເຂົາເຈົ້າແລ້ວຄັດເລືອກເອົາຜູ້ກ້າວໜ້າເພື່ອສົ່ງເຂົ້າເຮັດວຽກນຳວິສາຫະກິດຕ່າງໆຢູ່ພາຍໃນປະເທດ,ນອກ
ຈາກນີ້ ໃນສະພາບບໍລິສັດຈັດຫາງານຂອງລັດບໍ່ທັນສາມາດສະ ໜອງແຮງງານໃຫ້ວິສາຫະກິດໄດ້ຢ່າງພຽງພໍນີ້
ສະເໜີໃຫ້ອົງ ການລັດກ່ຽວຂ້ອງເຮັດໃບອະນຸ ຍາດໃຫ້ກຸ່ມທຸລະກິດ ຫລື ສະມາ ຄົມທຸລະກິດລົງທ້ອງຖິ່ນໄປຂົນຂວາຍຫາແຮງງານດ້ວຍຕົນເອງ
ໂດຍມີການປະສານສົມທົບກັບພະແນກແຮງງານແຂວງ,ເມືອງ ແລະ ຄວນກຳຈັດພວກຄົນບໍ່ຫວັງດີທີ່ມັກໄປຕິດປະກາດຮັບສະໝັກງານຕາມຮົ້ວໂຮງງານ
ແລະ ສະ ຖານທີ່ຕ່າງໆ ເພື່ອຫລອກລວງເອົາແຮງງານລາວໄປເຮັດວຽກຢູ່ຕ່າງປະເທດໂດຍບໍ່ຖືກກົດໝາຍ.

No comments:
Post a Comment