Ad

Ad

4 October 2013

ເກີດເຫດຄົນຮ້າຍປຸ້ນຮ້ານຂາຍໄມ້ຢູ່ບ້ານນາເລົ່າກວາດເງິນໄປຫລາຍຮ້ອຍລ້ານກີບ



         ​ເຈົ້າໜ້າທີ່ ປກສ ນະຄອນ ຫຼວງວຽງຈັນ ​ໄດ້​ເລັ່ງສົ່ງກຳ ລັງ​ລົງ​ກວດກາ ພື້ນທີ່ ພາຍຫຼັງ​ໄດ້​ຮັບ​ແຈ້ງ​ເກີດ​ເຫດ​ຄົນຮ້າຍ​ປຸ້ນ​ຮ້ານ​ຂາຍ​ໄມ້​ແຫ່ງໜຶ່ງ ຢູ່​ບ້ານ ນາ​ເລົ່າ​ ​ເມືອງ ສີ​ໂຄດ​ຕະບອງ ນະຄອນຫຼວງວຽງ ຈັນ ກວາດ​ເອົາ​ຊັບ​ສິນ​ໄປຫຼາຍ ຮ້ອຍ​ລ້ານ​ກີບ ​​ໃນ​ເວລາ​ປະມານ 18 ໂມງ ຂອງ​ວັນ​ທີ 1 ຕຸ ລານີ້,ໂດຍມີ​ຄົນ​ຮ້າຍ  2 ຄົນ, ຂີ່​ລົດຈັກ​​ມາ​ຈອດ​ຢູ່​ຮ້ານ​ຂາຍ​ໄມ້​ດັ່ງກ່າວ​ແລ້ວ​ຜູ້​ໜຶ່ງ​ລົງ​ລົດ​ມາໃຊ້​ປືນສັ້ນຈີ້ ຜູ້​ເປັນ​ເຈົ້າ​ຂອງ​ຮ້ານ ແລ້ວ​ບັງຄັບ​ໃຫ້​ໄປ​ໄຂ​ຕູ້ເຊັບ ຢູ່​ຫ້ອງ​ນອນ​ຂອງ​ຜູ້ກ່ຽວ ​ແລະ ​ໄດ້​ເອົາ​ເຄື່ອງ​ຂອງ​ມີຄ່າຄື: ​ເງີ​ນ 17 ລ້ານ​ກີບ, 20.000 ບາດ, ກີ້ສາຍ​ຄໍ, ​ໂທລະ​ສັບ​ໄອ​ໂຟນ 5 ຈຳນວນ 1 ໜ່ວຍ, ປື້ມຟາກ​ທະນາຄານ ຈຳນວນ 3 ຫົວ ກ່ອນ​ຈະ​ເອົາ​ຕົວຫຼົບໜີ ຊຶ່ງປັດຈຸ​ບັນ​ທາງ​ເຈົ້າໜ້າທີ່​ກຳລັງ​ຕິດຕາມ ນຳ​ຈັບ​ຕົວ​ຜູ້ກໍ່​ເຫດ​ມາ​ດຳ​ເນີນ​ຄະດີ.

No comments:

Post a Comment