Ad

Ad

4 October 2013

ຍຶດລົດຈັກບໍ່ມີຫນັງສືຫລາຍຄັນຢູ່ເມືອງບໍລິຄັນ



            ​ບັນຫາການ​ຄ້າຂາຍ​ລົດ​ເຖື່ອນ (ລົດບໍ່​ມີ​ໜັງສື)​ ແມ່ນເກີດ​ຂຶ້ນຢ່າງແຜ່ຫລາຍຢູ່ແຂວງບໍລິ​ຄຳ​ໄຊ ​ໂດຍ​ປະຕິບັດ​ຕາມ​ທິດ​ຊີ້ ນຳ ​ຂອງກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ກໍ ຄືກ​ອງບັນຊາ​ການ ປກສ. ​ແຂວງ​ ບໍລິ​ຄຳ​ໄຊ​ ວາງ​ອອກ; ດັ່ງນັ້ນພະແນກຕຳ ຫລວດເສດຖະກິດເມືອງບໍລິຄັນ ຈື່ງໄດ້ເຄຶ່ອນໄຫວກວດກາ​ການສັນຈອນ ເ​ຊິ່ງ​​ເລີ່​ມ​ມາ​ແຕ່​ເດືອນສີ​ງຫາ ເຖິງ​ປັດຈຸ​ບັນສາມາດ ພົບ​ເຫັນ ​ແລະ ຢຶດພາຫະນະປະ​ເພດ​ລົດຈັກ (ບໍ່​ມີ​ໜັງສື ) ​ໄດ້ຈຳນວນ 12 ຄັນ​; ໃນ​ນີ້ ມີ​ລົດ​ຈັກຍີ່​ຫໍ້ ຮອນ​ດາເວ​ັບ100 (ລົດ​ໄທ) 2 ຄັນ, ລົດ​ຈັກຍີ່​ຫໍ້​ LS 3 ຄັນ, ລົດ​ເທ​ນາ 1 ຄັນ, ລົດ​ຈັກຍີ່​ຫໍ້​ສະ​ກຸບ​ປີ້​ໄອ 3 ຄັນ ​ແລະ ລົດຈັກ​ເວັບ​ຈີນ ຈຳນວນ 3 ຄັນ.
          ລົດ​ຈັກຈຳນວນ​ດັ່ງກ່າວ ​ແມ່ນ​ນຳ​ເຂົ້າ​ໂດຍ​ບໍ່​ຖືກຕ້ອງ ແລະ ບໍ່ມີ​ເອກະສານ ດັ່ງນັ້ນ ​ເຈົ້າ​ໜ້າ​ທີ່ພະແນກຕຳຫລວດເສດ ຖະກິດ ປກສ.​ ເມືອງບໍລິ​ຄັນ ຈື່ງ​ໄດ້​ນຳ​ລົດ​ຈຳນວນ​ດັ່ງກ່າວ ມາ​ຮັກສາ​ໄວ້​ຢູ່​ກອງ​ບັນຊາ​ການ ປກສ. ​ເມືອງ ເພື່ອ​ດຳ​ເນີນ​ຄະດີ​ຕາມ​ລະ ບຽບກົດໝາຍໃນຂັ້ນຕໍ່ໄປ.          

No comments:

Post a Comment