Ad

Ad

4 October 2013

ແກ້ບັນຫາພາສາລາວໃນອີກມຸມຫນຶ່ງ ( ຄໍລຳ ບັນຫາຈານແຍ່ )



ໂດຍ : ວິເສດ ສະແຫວງສຶກສາ
     ເຄີຍໂສກັນບໍ່ເຫືອດສົບເຫືອດ ປາກຈົນນ້ຳລາຍຊິແຫ້ງ ລະ ຫວ່າງຜູ້ທີ່ເປັນທຸກເປັນຮ້ອນ ເລື່ອງພາສາລາວໃນຍຸກປະຊາທິ ປະໄຕຕາມໃຈຂອງຜູ້ໃຊ້ພາສາ. ທີ່ກ້າເອີ້ນວ່າ: ຍຸກປະຊາທິປະໄຕ ຕາມໃຈນັ້ນ ກໍເພາະວ່າໃຜເກັບຄຳສັບຕ່າງປະເທດ ມາໄດ້ເ ທົ່າໃດກໍໃຊ້ໂລດ ໂດຍບໍ່ຄຳນຶງເຖິງ ຄວາມເປັນເອກະພາບ, ບໍ່ຄິດເຖິງ ຄຳສັບລາວທີ່ເຄີຍໃຊ້ມາກ່ອນ ເຊັ່ນເຄີຍເອີ້ນຊື່ “ນ້ຳສົ້ມ ພໍດີ” ກໍ ກາຍເປັນ “ນ້ຳກະຈຽບ”, ເຄີຍ ເອີ້ນ “ໝາກໄຂ່ຫລັງ” ກໍເສືອກໄປ ເປັນ “ໄຕ”, “ອາຍເສຍ” ເປັນ “ໄອ ເສຍ”. ນອກນັ້ນ ກໍໃຊ້ຄຳວ່າ: “ກອງ” ແທນຄຳວ່າ: “ຕອງ” ເຊັ່ນ ຄຳວ່າ “ຟິມກອງແສງ”, ເອກະ ສານທາງການແທ້ໆ ບາງເທື່ອກໍ ໃຊ້ຄຳວ່າ: “ກອບ” ແທນຄຳວ່າ: “ຂອບ” ເຊັ່ນ: ກອບຂອງບັນຫາ, ກອບການຮ່ວມມື. ຖ້າຊິນັບມາ ໃຫ້ໝົດກໍຄົງໃຊ້ເວລາຫລາຍມື້. ຈານ ແຍ່ວ່າບັນຫານີ້ເວົ້າກັນມາ ຫລາຍແລ້ວ, ແຕ່ເລື່ອງລົງມືເຮັດ ນັ້ນລະມັນບໍ່ໄປຮອດໃສ, ປານກັບ ກິນເຫລົ້າຮອດຈອກທີເກົ້າ ກໍເລີຍ ມີແຕ່ຜູ້ເວົ້າ ແຕ່ບໍ່ມີຜູ້ຟັງ-ບໍ່ມີຜູ້ ເຮັດ.
    ຫວ່າງແລ້ວນີ້ ເວລາໂສກັນໄປ ໂສກັນມາ, ຜູ້ເປັນທຸກເລື່ອງພາ ສາລາວຄົນໜຶ່ງກໍເລີຍສະເໜີວ່າ: ເປັນຫຍັງບໍ່ເຮັດຄືບ້ານເພິ່ນ ເມືອງ ທ່ານ ເຊັ່ນມີການກຳນົດ “ວັນພາ ສາແຫ່ງຊາດ” ຫລື “ວັນພາສາ ລາວ”. ຈານແຍ່ກໍໄດ້ແຕ່ມິດຟັງ ເພາະບໍ່ແນ່ວ່າບ້ານເຮົາ ໄດ້ກຳນົດ ວັນດັ່ງກ່າວແລ້ວ ຫລື ບໍ່. ຖ້າມີກໍຄົງຈະດີບໍ່ຢອກ ເພາະຈະໄດ້ຈັດ ເປັນມື້ວັດແທກພາສາລາວດ້ວຍນານາຮູບແບບ ເຊັ່ນຈັດການ ແຂ່ງຂັນບົດປາໄສ, ຄັດເລືອກພິທີກອນ, ສະຫລຸບບົດຄວາມ, ບົດວັນນະຄະດີທີ່ໃຊ້ພາສາລາວຖືກຕ້ອງທີ່ສຸດ.
ນອກນັ້ນ ກໍຍັງເປັນໂອກາດຕີລາຄາການໃຊ້ພາສາ ລາວໂດຍພະນັກງານ ກໍຄືການ ນຳທຸກຂັ້ນ. ເລື່ອງນີ້ຢູ່ຫລາຍປະເທດເຂົາ ເຮັດກັນເພື່ອບໍ່ໃຫ້ພະນັກງານຂັ້ນຫົວໜ້າຍາມໃດກໍຄິດວ່າ ຕົນເວົ້າຖືກຂຽນຖືກ, ສ່ວນລູກ ນ້ອງຕ້ອງເວົ້ານຳຂຽນນຳ.
    ພວກທີ່ເປັນຫ່ວງນຳພາສາລາວໃນປັດຈຸບັນ ເຫັນວ່າຜ່ານ ມາຫລາຍພາກສ່ວນກໍໄດ້ເອົາໃຈ ໃສ່ແກ້ໄຂບັນຫານີ້ເທື່ອລະກ້າວ ໂດຍສະເພາະກໍແມ່ນກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ສະຖາບັນຄົ້ນຄວ້າວິທະຍາສາດສັງຄົມແຫ່ງ ຊາດ ແລະ ພາກສ່ວນອື່ນໆ, ແຕ່ເຫັນ ວ່າຍັງອືດອາດຊັກຊ້າ, ບໍ່ຕໍ່ເນື່ອງດີເທົ່າທີ່ຄວນ. ຜ່ານມາເຄີຍເນັ້ນໃຫ້ບັນນາທິການສື່ສິ່ງ ພິມ, ໂຄ ສົກ, ຜູ້ປະກາດລາຍການວິທະຍຸ- ໂທລະພາບອອກໜ້າເປັນຢ້ຽມ ຢ່າງໃນການໃຊ້ພາສາລາວໃຫ້ ຖືກຕ້ອງ, ຮຽກ ຮ້ອງໃຫ້ສື່ສິ່ງພິມ, ສື່ເອເລັກໂຕນິກເປັນແວ່ນແຍງ ສະທ້ອນຄວາມເປັນເອກະພາບ ໃນການໃຊ້ພາສາລາວ, ແຕ່ພັດລືມອີກ ພາກສ່ວນໜຶ່ງທີ່ຈານແຍ່ວ່າບໍ່ຄວນເບິ່ງກາຍນັ້ນຄືການ ໃຊ້ພາສາລາວຂອງພະນັກງານ ໂດຍສະເພາະຂັ້ນຫົວໜ້າ ເພາະພວກ ເພິ່ນເປັນກຸ່ມຄົນທີ່ມີອິດທິ ພົນຫລາຍ. ພາສາເວົ້າ, ພາສາ ຂຽນຂອງພວກເພິ່ນມັກຈະກາຍ ເປັນເອກະສານທາງການ. ມີບາງ ຄົນເຄີຍບອກວ່າ: ຖ້າຫົວໜ້າເວົ້າບໍ່ຖືກຂຽນບໍ່ຖືກໍບໍ່ຕ້ອງເຮັດນຳ ເພິ່ນ. ເວົ້າແບບນີ້ງ່າຍຢູ່, ແຕ່ວ່າ ຕົວຈິງມັນຍາກເຊັ່ນ: ຫົວ ໜ້າບາງ ຄົນໃຊ້ຄຳວ່າ: ສາຍແດນ, ສາຍ ເຫດ, ໂຕ້ເວທີ, ທາບຖາມ ແທນ ຄຳສັບ ຊາຍແດນ, ສາເຫດ, ໂຕ້ ວາທີ, ທາບ ທາມ... ເຊິ່ງເປັນຄຳ ສັບທີ່ຖືກຕ້ອງ.
    ຈານແຍ່ວ່າຖ້າມີການກຳນົດ ວັນພາສາລາວຢ່າງເປັນທາງ ການ, ພວກເຮົາກໍຈະມີພື້ນຖານ ສຳລັບລົງເລິກປັບປຸງບັນຫາໄດ້ ດີກວ່າທີ່ເປັນຢູ່ໃນປັດຈຸບັນເພາະ ຈະມີເງື່ອນໄຂກະຕຸກຊຸກຍູ້ທີ່ເປັນຮູບປະທຳຕົວຈິງ.

1 comment:

  1. ເຫັນດີເຫັນພ້ອມນຳທ່ານຈານແຫຍ່ຫຼາຍໆ ຈັກຊິເຮັດຈັ່ງໃດ ຜູ້ນີ້ວ່າຖືກ ແຕ່ຜູ້ນັ້ນວ່າຜິດ ເອົາໄປເອົາມາເວົ້າພາສາຂອງໂຕເອງແທ້ໆ ບາງຄົນກໍຍັງວ່າເຮົາເວົ້າພາສາຕ່າງປະເທດ ມັນທຸກໃຈຄົນໃຊ້ພາສາພິລຶກ

    ReplyDelete