Ad

Ad

4 October 2013

ຫໍສະຫມຸດໃນໂຮງຮຽນມີຄວາມ ສຳຄັນບໍ່ ? ( ຄໍລຳ ສົ່ງເສີມການອ່ານ )



           ໂດ​ຍ: ທ່ຽງ​ທຳ
     ມັນ​ອາດ​ເປັນຄຳ​ຕອບ​ຢ່າງ​ງ່າຍໆ​ວ່າ: ຫໍສະໝຸດ​ໃນ​ໂຮງຮຽນ​ມັນ​ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ, ນອກຈາກ​ເປັນ​ການ​ສົ່ງ​ເສີມ​ການ​ອ່ານ​ຂອງ​ນັກຮຽນ-ນັກ​ສຶກສາ​ແລ້ວ, ຍັງ​ເປັນ​ບ່ອນ​ເຂົ້າ​ໄປ​ສຶກ ສາຄົ້ນຄວ້າ ​ແລະ ຮຽນ​ຮູ້​ບັນຫາ​ຕ່າງໆ​ໃນ​ຫໍ​ສະໝຸດ​ດັ່ງກ່າວ. ​ໃນ​ຂະນະ​ທີ່ການ​ຕອບ​ສະໜອງ​ປຶ້ມ ຕຳລາ​ຮຽນ, ປຶ້ມຫລັກສູດ​ການ​ສິດສອນ ​ແລະ ອື່ນໆ. ສຳລັບ​ນັກຮຽນ ​ແລະ ຄູ​ອາຈານ​ຍັງ​ຢູ່​ໃນ​ຂອບ​ເຂດ​ຈຳກັດ. ​ໂຮງຮຽນ​ບາງ​ແຫ່ງ​ໃນ​ເຂດ​ຊົນນະບົດ ຍິ່ງ​ຂາດ​ເຂີນ​ບັນດາ​ປຶ້ມຕຳລາ​ດັ່ງກ່າວ, ນັກຮຽນ​ພຽງ​ອາ​ໄສ​ການ​ຈົດ​ກ່າຍ​ເອົານຳ​ການ​ສິດສອນ​ຂອງ​ຄູ​ອາ ຈານ​ເປັນ​ສ່ວນ​ໃຫຍ່, ​ແຕ່​ການ​ຈົດ​ກ່າຍ​ນັ້ນຈະ​ໄດ້​ພຽງ​ໃດ, ຄົບ​ຖ້ວນ ຫລື ບໍ່ກໍ​ເປັນ​ອີກ​ບັນຫາ​ໜຶ່ງ. ດັ່ງ ນັ້ນ ການ​ສົ່ງ​ເສີມ​ສ້າງ​ຫໍສະໝຸດ​ໃນ​ໂຮງຮຽນ​ຈຶ່ງ​ມີ​ຄວາມ​ສຳຄັນ ແລະ ຈຳ​ເປັນ​ຫລາຍ, ​ແຕ່​ເຮົາ​ຈະ​ຈັດຕັ້ງ ​ແລະ ນຳ​ໃຊ້​ມັນ​ແນວ​ໃດ​ໃຫ້​ມີ​ຜົນ, ບາງ​ໂຮງຮຽນ​ມີ​ຫໍສະ ໝຸດ​ເຕັມ​ໄວ​ແຕ່​ບໍ່​ມີ​ຄູ​ອາຈານ ແລະ ນັກຮຽນ​ຜູ້​ໃດ​ເຂົ້າ​ໄປ​ອ່ານ ແລະ ສຶກສາຄົ້ນຄວ້າ​ບັນຫາ​ຕ່າງໆ. ​ໃນ​ຈຸດ​ນີ້ມັນ​ກໍ​ຂຶ້ນກັບ​ໂຮງ ຮຽນ ​ແລະ ຄູ​ອາຈານ​ເອງ​ວ່າ​ຈະ​ມີ​ວິທີ​ການ ​ແລະ ກິດຈະກຳ​ໃດໆ ເພື່ອ​ສ້າງ​ໃຫ້​ນັກຮຽນ​ເຂົ້າອ່ານ​ປຶ້ມ​ໃນ​ຫໍສະໝຸດ. ຕາມ​ບົດຮຽນ​ຂອງ​ຜູ້​ຂຽນ​ເອງ, ​ໃນ​ຄາວ​ສຶກສາ​ຮ່ຳຮຽນ​ຢູ່ຕ່າງປະ​ເທດ, ຖ້າ​ບໍ່​ມີ​ຫໍສະໝຸດ​ແລ້ວກໍ​ຖື​ວ່າການ​ຮຽນ​ນັ້ນອາດ​ເປັນ​ສູນ ​ເພາະວ່າ​ທຸກໆ​ປະ​ເດັນ ​ແລະ ບັນຫາ​ສຳຄັນ​ຕ່າງໆ​ໃນ​ບົດຮຽນ​ຜູ້​ເປັນ​ອາຈານ​ກໍ​ພຽງ​ແນະນຳ​ວ່າ​ໃຫ້​ໄປ​ອ່ານ ແລະ ສຶກສາຄົ້ນຄວ້າ​ເອົາ​ຢູ່​ໃນ​ປຶ້ມ ນັ້ນ, ​ເຫລັ້ມນີ້ ຕະຫລອດ​ຮອດ​ປຶ້ມ ສາລະ​ຄະດີ ​ແລະ ນະວະ ນິຍາຍ​ຕ່າງໆ, ​ເບື້ອງຕົ້ນ​ເຖິງ​ວ່າ​ຈະ​ຄ້ານ​ແດ່, ​ແຕ່​ກໍ​ຈຳ​ເປັນ ​ເພາະ​ຖ້າ​ເຮົາ​ບໍ່​ໄປ​ຊອກ​ຫາ​ອ່ານ​ປຶ້ມຕາມ​ການ​ແນະນຳ​ດັ່ງກ່າວ ກໍ​ຈະ​ເຮັດ​ໃຫ້​
ພວກ​ເຮົາ​ບໍ່​ເກັບ​ກຳ​ໄດ້​ບົດຮຽນ​ຫຍັງ​ເລີຍ, ຈົນ​ຮອດ​ການວາງ​ຄຳ​ຖາມ​ຕ່າງໆ ​ເພື່ອ​ກະກຽມ​ການ​ສອບ​ເສັງ​ປະຈຳ​ພາກ ຫລື ສົກ ຮຽນ​ໃດ​ໜຶ່ງ ​ເພິ່ນ​ກໍ​ຍັງ​ແນະນຳ​ໃຫ້​ໄປ​ຄົ້ນຄວ້າ​ຫາ​ຄຳ​ຕອບ​ຢູ່​ໃນ​ປຶ້ມ​ເຫລັ້ມນັ້ນ​ເຫລັ້ມນີ້ ​ແລະ ທາງ​ໂຮງຮຽນ​ເພິ່ນ​ກໍ​ມີ​ເວລາ​ໃຫ້​ນັກ ຮຽນ​ເຂົ້າ​ໄປ​ຄົ້ນຄວ້າ​ຢູ່ຫໍສະໝຸດ​ ອາທິດ​ໜຶ່ງ​ກໍ​ອາດ​ຈະ​ມີ​ຫລາຍ​ເຖິງ 2-3 ຕອນ​ກໍ​ມີ. ຈຸດ​ນີ້​ແມ່ນ​ຈຸດ​ຕົ້ນຕໍ​ທີ່​ພວກ​ເຮົາ​ຈະ​ສາມາດ​ປຸກລະດົມ​ໃຫ້​ນັກຮຽນ-ນັກ​ສຶກສາ​ເຂົ້າອ່ານ​ໜັງສື​ໃນ​ຫ້ອງ​ສະໝຸດ​ຂອງ​ໂຮງ ຮຽນ ຫລື ​ແຫ່ງ​ອື່ນໆ​ຫລາຍ​ຂຶ້ນ ແລະ ອາດ​ກ້າວ​ໄປ​ເຖິງ​ການ​ສ້າງ​ຫໍສະໝຸດ​ນ້ອຍ​ໃນ​ເຮືອນ​ຂອງ​ຕົນ​ກໍ​ເປັນ​ໄດ້.
    ​ໃນ​ຜ່ານ​ມາ ​ເຖິງ​ວ່າ​ຫລາຍ​ໂຮງຮຽນ​ໄດ້​ມີ​ຫໍສະໝຸດ​ເປັນ​ຂອງ​ຕົນ​ເອງ, ​ແຕ່​ການ​ນຳ​ໃຊ້​ມັນ​ກໍ​ຍັງ​ບໍ່​ທັນ​ມີ​ປະສິດທິ​ຜົນ​ເທົ່າ​ທີ່​ຄວນ ຍ້ອນ​ວ່າ​ນັກຮຽນ-ນັກ​ສຶກສາ​ເຮົາ​ສ່ວນ​ຫລາຍ​ບໍ່​ມັກ​ອ່ານໜັງສືເຊິ່ງ ບໍ່​ພຽງ​ແຕ່​ວ່າ​ເປັນ​ບົດຮຽນ​ຂອງ​ຕົນ​ເອງ ຕະຫລອດ​ຮອດ​ການ​ຊອກ​ຮູ້​ຂໍ້​ມູນ​ຂ່າວສານ, ສາລະ​ໜາ​ຮູ້​ຕ່າງໆ​ຈາກ​ການ​ອ່ານ​ກໍ​ຍັງ​ຢູ່​ໃນ​ຂອບ​ເຂດ​ຈຳກັດ, ຖ້າ​ເວົ້າ​ໃນ​ເລື່ອງ​ຄວາມ​ຕື່ນ​ຕົວ​ເຂົ້າຫໍສະໝຸດ​ອ່ານໜັງສື, ສຶກສາຄົ້ນຄວ້າບົດ ຮຽນ​ຕ່າງໆ​ແລ້ວ​ຍິ່ງ​ມີ​ໜ້ອຍ, ຖ້າ​ໂຮງຮຽນ ຫລື ຄູ​ອາຈານ​ຫາກ​ບໍ່​ມີ​ວິທີ​ການ​ຊັກ​ຊວນ ຫລື ສົ່ງ​ເສີມ​ໃຫ້​ນັກຮຽນ​ຂອງ​ຕົນ​ມີ​ຈິດ​ສຳນຶກ​ດັ່ງກ່າວ.

No comments:

Post a Comment