Ad

Ad

3 October 2013

ມອບໂຮງງານຜະລິດຫົວອາຫານສັດພາກເຫນືອລາວ ຂອງຂວັນຈາກແຂວງຢຸນນານ ສປ ຈີນ



          ພິທີມອບ-ຮັບໂຮງງານຜະລິດຫົວອາຫານສັດພາກເໜືອລາວ ໄດ້ມີຂຶ້ນໃນ ວັນທີ 29 ກັນຍາຜ່ານມາ ຢູ່ຄອນຄຸນມິງ ແຂວງຢຸຸນນານ ສປ ຈີນ ໂດຍການເຂົ້າ ຮ່ວມຂອງສະຫາຍ ຈູມມາລີ ໄຊ ຍະສອນ ເລຂາທິການໃຫຍ່, ຄະນະບໍລິຫານງານ ສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ, ໃນໂອກາດຢ້ຽມຢາມສັນທະວະ ໄມຕີ ສປ.ຈີນ ຢ່າງເປັນທາງການລະຫວ່າງວັນທີ 26-30 ກັນຍາ 2013, ຕາມຄຳ ເຊີນຂອງສະຫາຍ ສີຈິນ ຜິງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຈີນ, ປະທານປະເທດ ສປ. ຈີນແລະມີສະຫາຍສິນກວາງໂຣງເລຂາພັກແຂວງ ແລະ ສະຫາຍ ຫລີຈີ ເຮີງ ເຈົ້າ ແຂວງໆຢຸນນານ ແລະ ຄະນະ ເຂົ້າຮ່ວມ.ໂຮງງານຜະລິດຫົວອາ ຫານ ດ່ັງກ່າວແມ່ນໄດ້ຮັບການ ຊ່ວຍເຫລືອລ້າຈາກແຂວງ ຢຸນນານໃນມູນຄ່າ 5,25 ລ້ານໂດລາສະຫະລັດແລະສາມາດຜະລິດຫົວອາຫານສັດໄດ້ 6.000 ໂຕນຕໍ່ປີ ໂດຍໄດ້ສຳເລັດການ ກໍ່ສາງຢ່າງສົມບູນມາແຕ່ທ້າຍເດືອນມີນາ 2013 ພາຍຫລັງດຳເນີນມາເປັນເວລາ 1 ປີ.       
                
           ໃນພິທີມອບຮັບໂຮງງານຫົວອາຫານດັ່ງກ່າວມີຂຶ້ນໂດຍການເຂົ້າຮ່ວມລົງນາມລະຫວ່າງສະຫາຍ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ປະທານຄະນະກຳມະການຮ່ວມມືລາວ-ຈີນ ແລະ ສະຫາຍ ຫລີຈີ ເຮີງ ເຈົ້າແຂວງໆ ຢຸນນານ.                            
      ໃນໂອກາດດັ່ງກ່າວ ສະຫາຍ ສົມສະຫວາດ ເລັ່ງສະຫວັດ ໄດ້ມີຄຳເຫັນວ່າ: ຂ້າພະເຈົ້າຕີລາຄາສູງຕໍ່ການຊ່ວຍເຫລືອໂຮງ ງານດັ່ງກ່າວ, ເພາະມັນເປັນການຕອບສະໜອງຄຳສະເໜີຂອງສະຫາຍເລຂາທິການໃຫຍ່ປະທານປະເທດຈູມມາລີ ໄຊຍະ ສອນ,  ເປັນໂຄງການໜື່ງມີຄວາມໝາຍຄວາມ ສຳຄັນທີ່ສຸດຕໍ່ການຊຸກຍູ້ສົ່ງເສີມການປູກຝັງ, ລ້ຽງສັດຂອງປະຊາຊົນລາວໃນ ເຂດພາກເໜືອເຊິ່ງຈະເປັນການປະກອບສ່ວນໂດຍກົງເຂົ້າໃນການສ້າງວຽກເຮັດງານທຳ, ຍົກສູງລາຍໄດ້ ແລະ ແກ້ໄຂຄວາມ ທຸກຍາກໃຫ້ປະຊາຊົນໃນເຂດດັ່ງກ່າວໄດ້ໃນລະດັບໃດໜຶ່ງທີ່ແນ່ນອນ. ດັ່ງນັ້ນ, ພວກຂ້າພະເຈົ້າຈຶ່ງຖືວ່າໂຮງງານຫລັງນີ້ ເປັນ ສັນຍາລັກອັນສຳຄັນ ແລະ ໂດດ ເດັ່ນອັນໜຶ່ງອີກຂອງມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງແຂວງຢຸນນານກັບ ສປປ ລາວ ໂດຍສະເພາະແມ່ນບັນດາແຂວງພາກເໜືອຂອງ ສປປ.ລາວ ພວກຂ້າພະເຈົ້າທີ່ມີມູນເຊື້ອອັນດີງາມມາແຕ່ດົນ ນານແລ້ວ.         
      ໂຮງງານດັ່ງກ່າວພາຍຫລັງທີ່ໄດ້ຮັບເອົາແລ້ວຈະມອບໃຫ້ອຳນາດການປົກຄອງແຂວງອຸດົມໄຊ ຊີ້ນຳວິສະຫະກິດທີ່ກ່ຽວ ຂ້ອງເອົາໃຈໃສ່ຮ່ວມມືກັບບໍລິສັດຂອງແຂວງຢຸນນານລວມທັງການບຳລຸງສ້າງວິຊາການ ແລະ ກຳມະກອນເພື່ອຄຸ້ມຄອງນຳໃຊ້ ໂຮງງານໃຫ້ເຄື່ອນໄຫວຢ່າງປົກກະຕິ ແລະ ມີປະສິດທິຜົນ, ທັງບຳລຸງຮັກສາໃຫ້ມັນຍືນຍົງເພື່ອໃຫ້ເກີດປະໂຫຍດສູງສຸດແກ່ ປະຊາຊົນສົມທົບຄວາມມຸ້ງຫວັງຂອງສະຫາຍເລຂາທິການໃຫຍ່ຈູມມາລີ ໄຊຍະສອນ ແລະການນຳຂອງແຂວງຢຸນນານ.                             
           ສະຫາຍ ສົມສະຫວາດ ເລັ່ງສະຫວັດ ຍັງໄດ້ກ່າວ ຕື່ມວ່າ: ຂ້າພະເຈົ້າຕາງໜ້າໃຫ້ສະຫາຍເລຂາທິການໃຫຍ່ກໍຄືລັດ ຖະບານ ແລະ ປະຊາຊົນລາວໂດຍສະເພາະບັນດາປະຊາຊົນພາກເໜືອ, ສະແດງຄວາມຮູ້ບຸນຄຸນ ແລະ ສະແດງຄວາມຂອບ ໃຈຕໍ່ສະຫາຍ ສິນກວ່າງໂຣງ, ສະຫາຍ ຫລີຈີ ເຮີງ ພ້ອມດ້ວຍຄະນະພັກ, ຄະນະນຳກໍຄືປະຊາຊົນຢຸນນານທີ່ໄດ້ ໃຫ້ການຊ່ວຍ ເຫລືອກໍ່ສ້າງໂຮງງານແຫ່ງນີ້. ພ້ອມ ກັນນີ້; ກໍສະແດງຄວາມຂອບໃຈ ແລະ ຊົມ ເຊີຍມາຍັງກຸ່ມບໍລີສັດວິສາວະກຳກໍ່ສ້າງຢຸນ ນານ ທີ່ໄດ້ເອົາໃຈໃສກໍ່ສ້າງໂຮງງານນີ້ໄດ້ສຳເລັດຕາມຄາດໝາຍ ແລະ ທັນເວລາທັງຮັບປະກັນດ້ານເຕັກນິກ ແລະ ຄຸນນະ ພາບສູງ.                     
       ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນສະຫາຍເລຂາທິການໃຫຍ່ປະທານປະເທດ ຈູມມາລີ ໄຊຍະສອນ ໄດ້ໃຫ້ ກຽດປະດັບຫລຽນໄຊ ມິດຕະພາບໃຫ້ສະຫາຍ ຈີນກວ່າງໂຣງ ເລຂາພັກແຂວງ ແລະ ສະຫາຍ ຫລີຈີ ເຮີງ ເຈົ້າແຂວງ ແລະ ສະຫາຍ ສົມສະຫວາດ ເລັ່ງສະຫວັດ ກໍປະດັບຫລຽນໄຊ ພັດທະນາຊັ້ນ III ໃຫ້ແກ່ບໍລິສັດວິສະວະກຳກໍ່ສ້າງຢຸນນານ.  ທີ່ມີ ຜົນງານໃນການຊ່ວຍເຫລືອທຶນຮອນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ.ລາວ ໃນໄລຍະຜ່ານມາ, ອັນເປັນ ການປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ ກັບ ແຂວງຢຸນນານ ສປຈີນ.

No comments:

Post a Comment