Ad

Ad

4 October 2013

ເຈົ້າຄອງ​ນະຄອນຫລວງ​ວຽງ​ຈັນ​ອອກ​ຄຳ​ສັ່ງ​ແນະນຳໃຫ້​ເພີ່ມ​ທະວີ​ສະກັດ​ກັ້ນ ແລະ ​ແກ້​ໄຂ​ປາກົດການຫຍໍ້​ທໍ້​ໃນ​ຂົງ​ເຂດ​ ທຸລະ​ກິດ​ບັນ​ເທີ​ງ


             ​ເນື່ອງ​ຈາກ​ເຫັນ​ວ່າ: ປາ ກົດການ​ຫຍໍ້​ທໍ້​ໃນ​ນະຄອນຫລວງ​ວຽງ​ຈັນ​ມີ​ລັກສະນະ​ພົ້ນ​ເດັ່ນແລະ ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນອັນ​ເນື່ອງ​ມາ​ຈາກ​ຫລາຍ​ສາ​ເຫດ, ​ແຕ່​ໜຶ່ງ​ໃນ​ນັ້ນກໍ​ແມ່ນ​ຂອດ​ຄຸ້ມ​ຄອງ​ບໍລິຫານ​ ຂອງ​ຫົວໜ່ວຍ​ທຸລະ​ກິດ​ຈຳ ນວນ​ໜຶ່ງ​ໃນ​ຂົງ​ເຂດ​ຮ້ານ​ບັນ​ເທີ​ງ,ຮ້ານ ​ອາຫານ, ກິນ​ດື່ມ, ​ເຮືອນ​ພັກ,ໂຮງ ​ແຮມ ​ແລະ ງານ​ບຸນ​ປະ​ເພນີ​ຕ່າງໆ​ ຍັງ​ລະ​ເມີດ​ລະບຽບ​ຄຸ້ມ​ຄອງ​ທາງ​ດ້ານ​ວັດທະນະທຳ ​ແລະ ທ່ອງ​ທ່ຽວ ​ເປັນຕົ້ນ​ແມ່ນ​ປິດ​ບໍລິການ​ກາຍ​ໂມງ​ເວລາ​ທີ່​ກຳນົດ​ໄວ້, ​ເຄື່ອງ​ສຽງ​ດັງ​ແຮງ​ລົບ​ກວນ​ສັງຄົມ, ຫລິ້ນກິມຟຸມ​ເຟືອຍ, ມົ້ວ ສຸມ​ຢາ​ເສບ​ຕິດ​, ຂາຍ​ບໍລິການ​ທາງ​ເພດ ​ແລະ ອື່ນໆ ພາ​ໃຫ້​ເກີດ​ການ​ອາ​ລະວາ​ດຕີ​ກັນ, ປຸ້ນ​ຈີ້ຊີງ​ຊັບ, ກຸ່ມ​ແກ໋ງກວນ​ເມືອງ, ສ້າງ​ຄວາມ​ບໍ່​ສະຫງົບ ​ແລະ ຄວາມ​ບໍ່​ເປັນ​ລະບຽບ​ຮຽບຮ້ອຍ​ແກ່​ສັງຄົມ ສົ່ງ​ຜົນ​ກະທົບ​ທາງ​ລົບ​ຕໍ່​ວັດທະ ນະທຳ, ຮີດຄອງ​ປະ​ເພນີ​ອັນ​ດີ ງາມ ​ແລະ ທ່ອງ​ທ່ຽວ​ຂອງ​ຊາດ​ລາວ​ເຮົາ.
         ດັ່ງນັ້ນ, ​ເຈົ້າຄອງ​ນະຄອນ ຫລວງ​ວຽງ​ຈັນ ຈຶ່ງ​ໄດ້​ອອກ​ຄຳ​ສັ່ງ​ແນະນຳ​ເຖິງ​ອຳນາດ​ການ​ປົກ ຄອງ​ທຸກຂັ້ນ, ພະ​ແນ​ກຖະ​ແຫລ​ງ ຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ, ​ເຈົ້າໜ້າ​ທີ່​ກ່ຽວຂ້ອງ ​ແລະ ຜູ້​ດຳ​ເນີນ​ກິດຈະການ​ດັ່ງກ່າວ ​ໃຫ້​ເປັນ​ເຈົ້າການ​ຕິດ ຕາມ​ກວດກາ​ການ​ເຄື່ອນ​ໄຫວ​ຂອງ​ຫົວໜ່ວຍ​ທຸລະ​ກິດ​ດັ່ງກ່າວ​ທີ່ຢູ່​ໃນ​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ໃຫ້​ຖືກຕ້ອງ​ຕາມ​ລະບຽບ​ກົດໝາຍ, ຖ້າ​ເຫັນ​ມີ​ປາກົດການ​ບໍ່​ດີ​ກໍ​ຕ້ອງ​ປະສານ​ສົມທົບ​ກັນ​ແກ້​ໄຂ​ໃຫ້​ທັນ​ການ, ສ່ວນ​ຜູ້​ປະກອບ​ການ​ກໍ​ຕ້ອງ​ປະຕິ ບັດ​ບັນດາ​ຂໍ້​ຫ້າມ​ເຫລົ່ານີ້​ໃຫ້​ເຂັ້ມ ງວດຄື​ 1. ຫ້າມ​ບໍ່​ໃຫ້​ເປີດ​ບໍລິການ​ກາຍ 23:30 ​ໂມງ (ສຳລັບ​ຕອນ​ຄ່ຳ​ວັນ​ສຸກ, ວັນ​ເສົາ ​ແລະ ວັນ​ອາ
ທິດ ​ແມ່ນ​ບໍ່​ໃຫ້​ກາຍ 24:30 ​ໂມງ) ຢ່າງ​ເດັດຂາດ; ​2. ​ໃຫ້​ຫົວໜ່ວຍ​ທຸລະ​ກິດ ວັດທະນະທຳ-ທ່ອງ​ທ່ຽວທຸກ​ປະ​ເພດ​ທີ່​ນຳ​ໃຊ້​ເຄື່ອງ​ຂະຫຍາຍ​ສຽງ​ຕ້ອງ​ຖື​ເປັນ​ສຳຄັນ​ໃນ​ການ​ປັບປຸງ​ສ້ອມ​ແປງ​ສະຖານ​ທີ່​ບໍລິການ​ໃຫ້​ຖືກຕ້ອງ​ຕາມ​ມາດ ຕະຖານ​ທີ່​ວາງ​ໄວ້ ​ເພື່ອ​ບໍ່​ໃຫ້​ມີ​ສຽງ​ດັງ​ລົບ​ກວນ​ສັງຄົມ​ອ້ອມ​ຂ້າງ​ຢ່າງ​ເດັດຂາດ; 3. ຜູ້​ປະກອບ​ການ​ວົງ​ດົນຕີ​ເສບ​ປະຈຳ​ຮ້ານ, ​ເສບ​ເຄື່ອນ​ທີ່, ​ເອ​ເລັກ​ໂທນ​ທີ່​ເຄື່ອນ​ໄຫວ​ຮັບ​ໃຊ້​ໃນ​ງານ​ບຸນ​ປະ​ເພນີ​ຕ່າງໆ ຕະຫລອດ​ການ​ນຳ​ໃຊ້​ເຄື່ອງ​ສຽງ​ທຸກ​ປະ​ເພດ​ຕ້ອງ​ປະຕິ ບັດ​ລະບຽບ​ໃນ​ການ​ນຳ​ໃຊ້​ເພງ ຮ້ອງ, ຂັບ​ລຳ​ທ້ອງ​ຖິ່ນ​ຂອງ​ລາວ​ເປັນຕົ້ນຕໍ ​ແນ​ໃສ່​ຮັກສາ ​ແລະ ສົ່ງ​ເສີມ​ມູນ​ເຊື້ອສິລະ​ປະ​ວັນນະຄະດີ​ຂອງ​ຊາດ​ລາວ​ເຮົາ; 4. ຫ້າມ​ເດັດ ຂາດ​ບໍ່​ໃຫ້​ສວຍ​ໃຊ້​ສະຖານ​ທີ່​ບັນ​ເທີ​ງ, ຮ້ານ​ກິນ​ດື່ມ, ຮ້ານ​ອາຫານ, ຮ້ານ​ອົບ​ນວດ, ​ຮ້ານ​ເສີມ​ຄວາມ ງາມ​ທຸກ​ປະ​ເພດ​ເປັນ​ບ່ອນ​ມົ້ວສຸມ​ສິ່ງ​ເສບ​ຕິດ ​ແລະການ​ຄ້າ​ປະ​ເວ​ນີ; 5. ​ເຈົ້າ ຂອງ​ເຮືອນ​ພັກ, ​ໂຮງ​ແຮມ ທຸກ​ລະດັບ​ຕ້ອງ​ເອົາ​ໃຈ​ໃສ່​ປະຕິ ບັດ​ລະບຽບ​ການ​ຄຸ້ມ​ຄອງ​ດຳ​ເນີນ​ທຸລະ​ກິດ​ຢ່າງ​ເຂັ້ມງວດ, ​ເອົາ​ໃຈ​ໃສ່​ກວດກາ​ຕິດຕາມ​ຄົນ​ພັກ​ເຊົາ​ໃຫ້​ລະອຽດ ​ເພື່ອ​ຫລີກ​ເວັ້ນການ​ສວຍ​ໂອກາດ​ເປັນ​ບ່ອນ​ຊຸກ​ເຊື່ອງ ​ແລະ ​ເຄື່ອນ​ໄຫວ​ສິ່ງ​ທີ່​ຜິດ​ກົດ ໝາຍ, ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ໃຫ້​ແກ່​ຜູ້​ມາ​ໃຊ້​ບໍລິການ; 6. ຜູ້​ປະກອບ​ການ​ທຸລະ​ກິດ​ ວັດ ທະນະທຳ ​ແລະ ທ່ອງ​ທ່ຽວ​ທຸກ​ປະ​ເພດ ຕ້ອງ​ເປັນ​ເຈົ້າການ​ແນະນຳ​ເຈົ້າໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະ ຫງົບ​ໃນ​ຮ້ານ​ຂອງ​ຕົນ​ໃຫ້​ເອົາ​ໃຈ​ໃສ່​ກວດກາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຕິດຕາມ​ຄົນ​ເຂົ້າ- ອອກ, ບໍ່​ອະນຸຍາດ​ໃຫ້​ເດັກ​ທີ່​ບໍ່​ເຖິງ 18 ປີ ​ເຂົ້າ​ໃຊ້​ບໍລິການ​ຢູ່​ຕາມ​ຮ້ານ​ບັນ​ເທີ​ງ, ຫ້າມ​ຜູ້​ທີ່​ບໍ່​ມີໜ້າ​ທີ່​ກ່ຽວຂ້ອງ​ຖື​ອາວຸດ ຫລື ຂອງ​ແຫລມ​ຄົມ​ເຂົ້າ​ໄປ​ໃນ​ສະຖານ​ທີ່​ບໍລິການ​ຕ່າງໆ​ຢ່າງ​ເດັດຂາດ; 7. ຜູ້​ປະກອບ​ການ​ທຸລະ​ກິດ​ ວັດທະ ນະທຳ-ທ່ອງ​ທ່ຽວ​ຕ້ອງ​ເອົາ​ໃຈ​ໃສ່​ປັບປຸງ​ທຸລະ​ກິດ​ຂອງ​ຕົນ​ໃຫ້​ຖືກ​ຕາມ​ມາດຖານ​ວາງ​ໄວ້ ພ້ອມ​ທັງ​ຕັດສິນ​ໃຈ​ແກ້​ໄຂ​ຈຸດ​ອ່ອນ​ໃຫ້​ທັນ​ເວລາ, ​ໃຫ້ການ​ຮ່ວມ​ມື​ໃນ​ການ​ຕິດຕາມ​ກວດກາ​ຂອງ​ເຈົ້າໜ້າ​ທີ່​ເປັນ​ຢ່າງ​ດີ.

2 comments:

  1. ຢາກໃຫ້ຟັງໂຄສະນາຮ້ານບັນເທີງ ຈາກວິທະຍຸໄທ ໂດຍສະເພາະແມ່ນຄື້ນຂອງ ທ້າວ ແຈັກກີ້ ທີ່ໂຄສະນາຄ້າຍຄືວ່າຍົວຄົນໄປຂາຍໂຕ ຍົວະໃຫ້ຄົນເປັນສະກ້ອຍ ລອງຟັງເບິ່ງເດີ ຖ້າເຫັນເປັນຄວາມຈິງກໍຂຽນຂ່າວໃຫ້ອ່ານແດ່ເດີ ຟັງມາດົນແລ້ວ ຄື້ນທ້າວແຈັກກີ້ນີ້ມັນໂຄສະນາຂາຍຄົນໄປພ້ອມ

    ReplyDelete
  2. ອອກແຈ້ງການໄປແລ້ວຄວນ ມີຫນ່ວຍງານຕິດຕາມສະເພາະກິດ ເພາະຈະອີງໃສ່ອຳນາດການປົກຄອງພື້ນຖານແມ່ນກໍເປັນດັ່ງທີ່ຜ່ານມາບໍ່ໄດ້ຮັບຜົນ ໄຄແດ່ແຕ່ໄລຍະທຳອິດດົນໄປກະຄືເກົ່າ ບາງຄັ້ງຍັງເຫັນເຈົ້າຫນ້າທີ່ກວດກາຈຳນວນໜຶ່ງໄປໃຊ້ບໍລິການເກີນໂມງທີ່ກຳນົດ ຫລືບາງບ່ອນຍັງສາມາດເປີດລ່ວງເວລາໄດ້. ດີທີ່ສຸດຄວນຕັ້ງຄະນະກວດກາສະເພາະກິດຕິດຕາມ ສາມາດແຈ້ງໄດ້ຕະຫລອດ24ຊົ່ວໂມງ ແລະ ປະຕິບັດຢ່າງຕໍ່ເນື່ອງ ບໍ່ແມ່ນສະເພາະເວລາຈຳເປັນເທົ່ານັ້ນ

    ReplyDelete