ເພື່ອຮັບປະກັນໃຫ້ບຸນອອກພັນສາປະວໍລະນາ
ແລະ ຊ່ວງເຮືອປະເພນີຢູ່ທ່າວັດຈັນ ປີນີ້ ມີຄວາມສະຫງົບ ປອດໄພ ກຳລັງ ປກສ ນະຄອນຫຼວງ
ວຽງຈັນ, ຈຶ່ງໄດ້ເພີ່ມທະວີວຽກ ງານປ້ອງກັນໃຫ້ຮັດກຸມ ແລະ ເຂັ້ມງວດຫຼາຍຂື້ນ,
ຊຶ່ງໃນວັນທີ 10 ຕຸລາ ນີ້ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນໄດ້ຈັດກອງປະຊຸມວາງແຜນປ້ອງກັນງານບຸນດັ່ງກ່າວໂດຍການເປັນປະທານຂອງທ່ານ
ພົນຈັດ ຕະວາ ດຣ ບຸນຊູ ນາມມະຈັກ ຫົວ ໜ້າ ກອງບັນຊາການ ປກສ ນະ ຄອນຫຼວງວຽງຈັນ, ມີບັນດາເຈົ້າ ໜ້າທີ່ກ່ຽວຂ້ອງເຂົ້າຮ່ວມເປັນຈຳນວນຫຼາຍ.
ທ່ານ ຫົວໜ້າກອງບັນຊາ ການ ປກສ ນະຄອນຫຼວງວຽງ
ຈັນ ໄດ້ລາຍງານຕໍ່ກອງປະຊຸມວ່າ: ເພື່ອເຮັດໃຫ້ງານບຸນປະເພນີ ຊ່ວງເຮືອປະຈຳປີ
2013 ໄດ້ດຳເນີນໄປໃນບັນຍາກາດແຫ່ງຄວາມສະຫງົບ, ປອດໄພ, ທັງຮັກ ສາ ແລະ ສົ່ງເສີມຮີດຄອງປະເພນີ
ແລະ ວັດທະ ນະທຳອັນດີງາມຂອງຊາດນັ້ນ ກຳລັງປ້ອງກັນຄວາມສະຫງົບ ພວກເຮົາຈະໄດ້ພ້ອມກັນເພີ່ມຄວາມເຂັ້ມງວດໃນວຽກງານປ້ອງກັນ
ແລະ ປຸກລະ ດົມໃຫ້ທົ່ວສັງຄົມເປັນເຈົ້າການ ປະຕິບັດລະບຽບກົດໝາຍ, ຍົກສູງສະຕິລະວັງ
ຕົວ,
ເປັນເຈົ້າການປົກປັກຮັກສາ, ມ້ຽນມັດວັດຖຸສິ່ງຂອງໃຫ້ດີ, ເປັນເຈົ້າການກວດກາຟືນໄຟຢູ່ຕາມສະຖານທີ່ເຮືອນຊານ,
ບ່ອນຢູ່ອາໃສເພື່ອຮັບປະ ກັນບໍ່ໃຫ້ມີຊ່ອງຫວ່າງພາໃຫ້ເກີດອັກຄີໄພ ຫຼື ພວກຄົນບໍ່ດີສວຍໃຊ້ເຄື່ອນໄຫວກໍ່ອາດຊະຍາກຳ
ປຸ້ນຈີ້, ຊີງຊັບ, ລັກຊັບ ລ່ວງກະເປົາ ແລະ ເອົາໃຈໃສ່ໃນເຮັດໜ້າທີ່ປ້ອງກັນເວນຍາມສຳນັກງານອົງການ,
ບ້ານ, ກຸ່ມບ້ານ, ກວດ ກາລາດຕະເວນ, ຮັບປະກັນຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ພາຍໃນຄວາມ
ຮັບຜິດຊອບຂອງຕົນໃຫ້ດີຂື້ນ.
ສຳລັບບັນດາລະບຽບຂໍ້ ຫ້າມຕ່າງໆແມ່ນ:
ຫ້າມນຳເຂົ້າ ແລະ ບໍລິການຊື້-ຂາຍຈູດໂຄມໄຟລອຍຟ້າ ແລະ ຈູດໝາກ ກະໂພກທຸກຊະນິດ,
ຫ້າມນຳໃຊ້ທາດລະເບີດ, ທາດແຕກ, ທາດເບື່ອ, ເຄມີ, ທາດກຳມະລັງສີ ແລະ ວັດຖຸ ອອກລິດຕໍ່ສຸຂະ
ພາບຈິດ, ເປັນຜົນລົບຕໍ່ຄວາມສະຫງົບ, ຄວາມເປັນ ລະບຽບຮຽບຮ້ອຍທາງສັງຄົມ, ຫ້າມຖືອາວຸດ
ທຸກຊະນິດເຂົ້!າໄປໃນງານບຸນ ຍົກເວັ້ນເຈົ້າໜ້າທີ່ປ້ອງກັນຄວາມສະຫງົບທີ່ກຳລັງປະຕິບັດໜ້າທີ່ໃນການປ້ອງກັນງານບຸນດັ່ງກ່າວ,
ຫ້າມດື່ມເຫຼົ້າ, ເບຍໃນສະພາບມືນເມົາແລ້ວຂັບຂີ່ລົດສັນຈອນຕາມເສັ້ນທາງຫຼວງ,
ຫ້າມຂີ່ລົດເປັນພຶງແພ, ຂີ່ລົດແຂ່ງກັນ, ຂີ່ລົດກວນເມືອງ, ຂີ່ລົດເປັນພຶດຕິກຳລະເມີດກົດໝາຍການສັນຈອນຕາມເສັ້ນທາງ
ຫຼວງ, ຫ້າມພາຫະນະທຸກປະເພດໃຊ້ຖະໜົນຟ້າງຸ່ມເລີ່ມແຕ່ສາມແຍກຄຣີນິກສາກົນເຖີງສາມແຍກປາກປາສັກລະຫວ່າງວັນທີ
18-20 ຕຸລາ 2013, ສະເພາະພາຫະນະຂົນສົ່ງສິນຄ້າປະເພດຕ່າງໆທີ່ມີຈຸດປະສົງນຳເອົາສິນຄ້າເຂົ້າໄປ
ຂາຍໃນງານບຸນອະນຸຍາດໃຫ້ນຳສົ່ງເຄື່ອງແຕ່ເວລາ 5 ໂມງ ຫາ 9 ໂມງເຊົ້າ ທັງນີ້
ກໍເພື່ອຄວາມເປັນລະບຽບຮຽບ ຮ້ອຍ ແລະ ຮັບປະກັນຄວາມສະຫງົບປອດໄພ
ທ່ານ ພົນຈັດຕະວາ ດຣ ບຸນຊູ ນາມມະຈັກ
ຍັງເນັ້ນວ່າ: ເຈົ້າໜ້າທີ່ ປກສ ຕ້ອງເອົາໃຈໃສ່ ປະສານສົມທົບກັບ ປກສ ເມືອງ ຕ່າງໆ
ເພື່ອເຮັດໜ້າທີ່ປ້ອງກັນກວດກາລາດຕະເວນ, ສະກັດກັ້ນ ກຸ່ມຄົນບໍ່ດີທີ່ເຄື່ອນໄຫວເປັນຕົ້ນແມ່ນກຸ່ມແຫກກະເປົາທີ່ມັກເກີດຂື້ນຢູ່ໃນງານບຸນຕ່າງໆ
ແລະ ມີການຈັດກຳລັງໂຄສະນາ ເພື່ອເຕືອນສະຕິ ຜູ້ຂັບຂີ່ໃຫ້ມີຄວາມລະມັດ ລະວັງການດື່ມສິ່ງມືນເມົາ,
ຂະນະດຽວກັນ ກໍເລັ່ງສືບຕໍ່ແກ້ໄຂກຸ່ມແກ້ງທີ່ຍັງເຄື່ອນໄຫວ ກໍ່ ຄວາມບໍ່ສະຫງົບເປັນຕົ້ນແມ່ນ
ປຸ້ນຈີ້-ຊີງຊັບ, ລັກຊັບ ແລະ ມົ້ວສຸມຢາເສບຕິດ ແລະ ຫ້າມເດັດ ຂາດບໍ່ໃຫ້ເຈົ້າໜ້າທີ່
ດື່ມສິ່ງມືນເມົາໃນເວລາປະຕິບັດວຽກ ງານເພາະຈະສົ່ງຜົນສະທ້ອນໃຫ້ການປະຕິບັດໜ້າທີ່ຂອງຕົນ.
ໃນກອງປະຊຸມຍັງໃຫ້ເຫັນ ວ່າ: ປີ
2013 ມີປາກົດການຫຍໍ້ທໍ້ເກີດຂື້ນ 686 ເລື່ອງ, ໃນນັ້ນ ປຸ້ນຊັບພົນລະເມືອງມີ
66 ເລື່ອງ, ຊີງຊັບພົນລະເມືອງ 101 ເລື່ອງ, ລັກຊັບພົນລະເມືອງ 491 ເລື່ອງ, ໃນນັ້ນມີລົດຈັກເສຍ
300 ຄັນ, ລົດໃຫຍ່ 14 ຄັນ, ຄາດຕະກຳ 3 ເລື່ອງ ແລະ ກຳລັງເຈົ້າໜ້າທີ່ສາມາດມ້າງຄະດີຕ່າງໆໄດ້
416 ເລື່ອງ, ໃນນັ້ນ ປຸ້ນຊັບພົນລະເມືອງ 275 ເລື່ອງ, ຊີງຊັບ 54 ເລື່ອງ, ຄ້າຂາຍຢາເສບຕິດ
40 ເລື່ອງ.

No comments:
Post a Comment