ໃນວັນທີ 4 ຕຸລາ ນີ້ ບໍລິສັດ ອີຊູຊຸລາວ
ບໍລິການ ຈຳກັດ ໄດ້ມອບລາງວັນໃຫ້ ທ່ານ ສົມໝາຍ ແກ້ວອາໄພ ຢູ່ບ້ານ ຫ້ວຍລືສີ ເມືອງ
ບາຈຽງ ແຂວງ ຈຳປາສັກ ຊຶ່ງເປັນຜູ້ໂຊກດີ ໄດ້ຮັບລາງວັນລົດຈັກຢາມາຮາຟີໂນ
1 ຄັນ ຈາກການຈັບລາງວັນມອບໂຊກຂອງບໍລິສັດ ປະຈຳເດືອນ ກັນຍາ ຜ່ານມາ ຊຶ່ງມອບໂດຍ
ທ່ານ ວິຣະໄຊຄຳ ພິລາພັນເດ ຜູ້ອຳນວຍການ ບໍລິສັດ ດັ່ງກ່າວ ທ່ານ ວິຣະໄຊຄຳ ພິລາພັນເດດ
ໃຫ້ຮູ້ວ່າ: ເພື່ອເປັນການຄືນກຳໄລໃຫ້ລູກຄ້າທາງບໍລິ ສັດໄດ້ຈັດກິດຈະກຳຊີງລາງວັນຂື້ນລວມມູນຄ່າ
ຫຼາຍກວ່າ 300 ລ້ານກີບ, ໂດຍມີການຈັບລາງວັນເປັນປະຈຳໃນແຕ່ລະເດືອນພາຍ ຫຼັງເລີ່ມາແຕ່ເດືອນມິ
ຖຸນາຜ່ານມາ ຊຶ່ງລາງວັນໃຫຍ່ສຸດຜູ່ໂຊກດີຈະໄດ້ຮັບລົດອີຊູຊຸດີແມັກ 1 ຄັນ
ທີ່ຈະມີການຈັບລາງວັນໃນທ້າຍປີ ນີ້ ແລະ ທ່ານ ວິຣະໄຊຄຳ ຍັງໃຫ້ຮູ້ວ່າ: ບໍລິສັດ
ອີຊູຊຸ ລາວ ບໍລິ ການຈຳກັດ ໄດ້ເປັນຕົວແທນຈຳ ໜ່າຍລົດ ຍີ່ຫໍ້ ອີຊູຊຸ ທຸກຮຸ່ນ
ແລະ ກໍໄດ້ເນັ້ນ ໜັກປະເພດລົດກະບະ ແລະ ກົນຈັກໜັກ, ພ້ອມທັງມີການບໍລິການ ຫຼັງການຂາຍ
ແລະ ສະໜອງອາໄຫຼ່ຍີ່ຫໍ້ ອີຊູຊຸ ຂອງແທ້ສຳລັບລູກຄ້າທີ່ເຂົ້າມາບໍລິການ, ປັດຈຸບັນນີ້ເຫັນວ່າສັງຄົມໄດ້ຫັນມາຊົມໃຊ້ລົດອີຊູ
ຊຸຫຼາຍຂຶ້ນ,
ບໍ່ເຖິງປີທາງບໍລິສັດມີຍອດຂາຍຫຼາຍກວ່າ 600 ຄັນ ແລະ ຄາດວ່າປີນີ້ ຈະມີຍອດຂາຍຫຼາຍກວ່າ
800 ຄັນ ແລະ ເພື່ອອຳນວຍຄວາມສະດວກການບໍລິການລູກຄ້າ ທາງບໍລິສັດຍັງມີຕົວແທນຈຳ
ໜ່າຍຢູ່ບັນດາແຂວງຕ່າງໆເຊັ່ນ: ສະຫວັນນະເຂດ, ຫຼວງພະບາງ, ຈຳປາສັກ ແລະ ສາຂານະຄອນ
ຫຼວງວຽງຈັນ ຫຼາຍກວ່າ 20 ແຫ່ງ ເພື່ອໃຫ້ການບໍລິການລູກຄ້າມີຄວາມສະດວກຍິ່ງຂຶ້ນ.

No comments:
Post a Comment