Ad

Ad

11 October 2013

ລາວ-ຫວຽດນາມ ແລະ ກຳປູ​ເຈຍ ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ວຽກ​ງານການ​ສຶກສາ



           ກອງ​ປະຊຸມ​ລັດຖະມົນຕີ​ສຶກສາ​ ຜູ້​ຮັບຜິດຊອບ​ວຽກ​ງານ​ອະ​ຊີວະ​ສຶກສາ ​ແລະ ວິຊາ​ຊີບ​ລາວ-ຫວຽດນາມ ​ແລະ ກຳປູ​ເຈຍ ​ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 10 ຕຸລາ​ນີ້ ຢູ່​ນະຄອນຫລວງ​ວຽງ​ຈັນ, ​ເຂົ້າຮ່ວມ​ປະຊຸມ​ຍັງ​ມີ​ຜູ້ຕາງໜ້າ​ອົງການ​ຈັດຕັ້ງຫລັກ​ໄວຍາກອນ (OIF) ​ແລະ ອົງການ​ສະໜັບສະໜູນ​ວຽກ​ງານ​ສຶກສາ ​ແລະ ການ​ບຳລຸງ​ສ້າງ​ຢູ່​ຕ່າງປະ​ເທດ​ຂອງຣາຊະ​ອານາຈັກ​ແບນ​ຊິກ (APEFE).
                ​ໃນ​ກອງ​ປະຊຸມ​ໄດ້​ຕີ​ລາຄາ​ສູງ​ຕໍ່​ໝາກຜົນ​ການ​ຮ່ວມ​ມື​ລະຫວ່າງ​ສາມ​ປະ​ເທ​ດດັ່ງກ່າວ​ຕໍ່​ກັບ​ອົງການ OIF ​ແລະ APEFE ​ໃນ​ໄລຍະ​ຜ່ານ​ມາ ​ແລະ ​ເຫັນ​ວ່າ​ແຕ່ລະ​ຝ່າຍ​ໄດ້​ມີ​ການ​ປະສານ​ສົມທົບ​ແໜ້ນ​ໃນ​ແຜນການ​ຮ່ວມ​ມື​ຂອງ​ຕົນ​ທີ່​ໄດ້​ວາງ​ອອກ ຄື​ແຕ່ລະ​ຂົງ​ເຂດ​ວຽກ​ງານ​ໄດ້​ຮັບ​ການຈັດຕັ້ງປະຕິບັດ​ແທດ​ເໝາະ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ແຕ່ລະ​ຝ່າຍ ກໍ​ຄື​ຄວາມ​ອາດ​ສາມາດ​ຕອບ​ສະໜອງ​ຂອງ OIF ​ແລະ APEFE ​ເຊິ່ງສະ​ແດງ​ອອກ​ໃຫ້​ເຫັນ​ຜ່ານ​ການ​ເຮັດ​ວຽກ​ຂອງ​ທີ​ມງານ​ຊ່ຽວຊານ​ຕ່າງປະ​ເທດ​ໄດ້​ມີ​ຄວາມ​ຕັ້ງໜ້າ​ໃນ​ການ​ສິດ ສອນ ​ແລະ ການ​ເຝິກ​ງານຕົວ​ຈິງ, ຜູ້​ປະສານ​ງານ ​ແລະ ຜູ້​ເຂົ້າສຶກສາ​
ຮ່ຳຮຽນ​ຂອງ​ແຕ່ລະ​ປະ​ເທດ​ກໍ​ມີ​ຄວາມ​ຂະຫຍັນ​ຕໍ່​ວຽກ​ງານ ​ແລະ ການ​ສຶກສາ​ຮ່ຳຮຽນ​ຂອງ​ຕົນ ​ແລະ ​ເບື້ອງທຶນ​ສະໜັບສະໜູນ​ກໍ​ໄດ້​ດຳ​ເນີນ​ໄປ​ຢ່າງ​ປົກກະຕິ ອັນ​ເປັນ​ເງື່ອນ​ໄຂ ​ແລະ ທ່າ​ແຮງ​ສຳຄັນ​ໃນ​ການ​ກະຕຸກ​ຊຸກຍູ້​ຄວາມ​ອາດ​ສາມາດ​ກໍ່ສ້າງ​ພະນັກງານ ​ແລະ ວິຊາ​ການ​ຂະ​ແໜງ​ການ​ຕ່າງໆ​ຢ່າງ​ມີ​ຄຸນ​ນະພາ​ບສູງ.
               ກອງ​ປະຊຸມ​ໄດ້​ເປັນ​ເອກະ​ພາບ​ກັນ​ວ່າ: ​ໃນຕໍ່ໜ້າ​ນີ້ ​ແຕ່ລະ​ຝ່າຍ​ຈະ​ສືບຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ​ແລກປ່ຽນ​ບົດຮຽນ-ປະສົບ​ການ​ຕ່າງໆ ​ໂດຍ​ສະ​ເພາະ​ການ​ກໍ່ສ້າງ ​ແລະ ການ​ຄຸ້ມ​ບັນດາ​ນະ​ໂຍບາຍ​ຂອງ​ຂະ​ແໜງ​ການ​ສຶກສາ ​ແລະ ການ​ສ້າງ​ຕົວ​ແບບ​ຕ່າງໆ​ໃນ​ການ​ສິດສອນ​ຮ່ຳຮຽນ​ວິຊາ​ຊີບ, ສ່ວນ​ລາວ​-ຫວຽດນາມ ​ແລະ ກຳປູ​ເຈຍ ​ກໍ​ໄດ້​ເປັນ​ເອກະ​ພາບ​ຈະ​ຍົກ​ສູງ​ການ​ພົວພັນ​ຮ່ວມ​ມື​ກັນ​ເປັນ​ສະ​ເພາະ​ແຕ່ະລ​ໂຮງຮຽນ​ວິຊາ​ຊີບ ​ແລະ ຫົວໜ່ວຍ​ທຸລະ​ກິດ​ຕ່າງໆ, ​ເປີດ​ກວ້າງ​ຫລັກສູດ ​ແລະ ລາຍການ​ສຶກສາ​ຮ່ຳຮຽນ, ພ້ອມ​ແລກປ່ຽນ​ເອກະສານ ​ແລະ ຕຳລາ​ການ​ສິດສອນ​ໃຫ້​ແທດ​ເໝາະ​ກັບ​ສະພາບ​ຕົວ​ຈິງ.

No comments:

Post a Comment