Ad

Ad

11 October 2013

ກຽມສະຫຼອງວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກປະຈຳປີ 2013



          ວັນທີ 10 ຕຸລານີ້ຢູ່​ທີ່​ຫ້ອງ​ວ່າການ​ລັດຖະບານຄະນະພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກຂັ້ນສູນກາງ, ໄດ້ຈັດຖະແຫຼງຂ່າວ, ກ່ຽວກັບການກະ ກຽມ​ຄວາມ​ພ້ອມ​ຕ່າງໆ, ເພື່ອງສະຫຼອງວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອ ລືບ ລ້າງຄວາມທຸກຍາກ, ​ໂດຍທ່ານ ບຸນ ເຮືອງ ດວງພະຈັນ, ລັດຖະມົນຕີ ປະຈຳ ຫ້ອງວ່າການລັດຖະບານ, ທັງເປັນຫົວໜ້າຄະ ນະພັດທະນາຊົນນະບົດ ແລະ ລືບລ້າງ ຄວາມທຸກຍາກຂັ້ນສູນກາງ, ຖະແຫຼ່ງວ່າ: ເພື່ອເປັນການຫວນຄືນວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລືບລ້າງຄວາມທຸກຍາກ ( 17 - 24 ຕຸລາ 2013) ໃຫ້ເປັນຂ ະບວນຟົດຟື້ນ ແລະ ກວ້າງຂວາງໃນ ທົ່ວປະເທດ, ພາຍ​ໃຕ້ຄຳຂວັນທີ່ ວ່າ: “ ພາລາ ກິດລືບລ້າງຄວາມທຸກຍາກແມ່ນໜ້າທີ່ ແລະ ຄວາມຮັບຜິດຊອບຂອງ ທົ່ວພັກ, ທົ່ວລັດ ແລະ ທົ່ວສັງຄົມ”. ດັ່ງນັ້ນ, ຄະນະພັດທະນາຊົນນະບົດດັ່ງກ່າວໄດ້ຮ່ວມກັບການຈັດຕັ້ງທຸກພາກສ່ວນ, ທັງພາກລັດ ແລະ ເອກະຊົນ, ອົງການຈັດຕັ້ງສາກົນຈະໄດ້ຈັດກິດຈະກຳຕ່າງໆຂື້ນຄື ກິດຈະກຳຍ່າງມາລາທອນ, ໂຮມຊຸມນຸມ ແລະ ວາງສະ ແດງຮູບພາບ, ຈັດປາຖະກະຖາ, ແຂ່ງຂັນກ໋ອຟການກຸຸສົນ, ລະດົມທືນຮອນ ແລະ ວັດຖຸປັດ​ໄຈຕ່າງໆ, ເພື່ອປະກອບສ່ວນ
ເຂົ້າກອງທືນພັດທະນາຊົນນະບົດ ແລະ  ລືບລ້າງຄວາມທຸກຍາກ, ນອກຈາກກິດຈະກຳທີ່ກ່າວມານີ້ແລ້ວ, ທຸກເມືອງ ແລະ ທຸກແຂວງໃນທົ່ວປະເທດກໍຈະມີການຈັດຕັ້ງພິທີສະຫຼອງສະຫຼອງວັນດັ່ງກ່າວເຊັ່ນກັນ.
              ທ່ານ ບຸນ​ເຮືອງ ດວງ​ພະຈັນ ກ່າວວ່າ: ຕາງໜ້າໃຫ້ຄະນະພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກຂ້າ ພະເຈົ້າ ຂໍຖືໂອກາດນີ້, ເຊີນຊວນທຸກພາກສ່ວນໃນສັງຄົມ, ທັງພາກລັດ ແລະ ເອກະຊົນ, ອົງການຈັດຕັ້ງສາກົນ, ອົງການ ທີ່ບໍ່ສັງກັດລັດຖະບານ, ນັກຮຽນ-ນັກສຶກສາ, ຕະຫຼອດຮອດປະຊາຊົນບັນດາເຜົ່າທົ່ວປະເທດ,ຈົ່ງຮ່ວມແຮງຮ່ວມໃຈກັນຕໍ່ສູ້ ກັບຄວາມທຸກຍາກ ແລະ ໄພອຶດຫິວ  ແລະ ຈົ່ງຮ່ວມກັນປະກອບສ່ວນທາງວັດຖຸ ແລະ ຈິດໃຈໃຫ້ແກ່ຜູ້ທຸກຍາກ ແລະ ອິດ ຫິວ, ເພື່ອໃຫ້ບັນລຸເປົ້າໝາຍສະຫັດສະຫວັດຂອງການພັດທະນາໃນ ປີ 2015 ແລະ ຊ່ວຍ​ໃຫ້​ປະ​ເທດ​ຊາດຫຼຸດພົນອອກຈາກ ສະຖານະພາບດ້ອຍພັດທະນາໃນປີ 2020.
          ​ເມື່ອປີ 2003 ລັດຖະບານ ໄດ້ກຳນົດເອົາວັນທີ 17-24 ຕຸລາ ຂອງທຸກໆປີເປັນສັບປະດາແຫ່ງ ຊາດ ເພື່ອລືບລ້າງຄວາມທຸກ ຍາກ​ ແລະ ​ມາ​ຮອດ​ປີນີ້ກໍ​ເປັນ​ປີ​ທີ່ 13 ແລ້ວ​ທີ່​ພວກ​ເຮົາ​ໄດ້​ພ້ອມ​ກັນ​ສະ​ເຫລີ​ມສະຫລອງ​ວັນ​ດັ່ງກ່າວ​ຢ່າງ​ມີ​ຄວາມ​ໝາຍ.

No comments:

Post a Comment