ໃນວັນທີ 10 ຕຸລານີ້, ທີ່ຫ້ອງວ່າການລັດຖະບານ,
ໄດ້ມີຫລາຍພາກສ່ວນສືບ ຕໍ່ມາມອບເງິນຊ່ວຍເຫລືອເພື່ອບັນເທົາ ທຸກໃຫ້ແກ່ຜູ້ປະສົບໄພນ້ຳຖ້ວມຢູ່ແຂວງ ພາກເໜືອ
ແລະ ພາກໃຕ້ ທີ່ໄດ້ຮັບຜົນກະທົບຢ່າງຮ້າຍແຮງ ລວມທັງໝົດ1.550 ລ້ານ ກີບ, ໂດຍແມ່ນ ທ່ານ ພົນໂທ
ດວງໃຈ ພິຈິດ ຮອງນາຍົກລັດຖະມົນຕີລັດ ຖະມົນຕີວ່າການກະຊວງປ້ອງກັນປະເທດທັງເປັນ ປະທານຄະນະກຳມະການ ປ້ອງກັນ
ແລະ ຄວມຄຸມໄພພິບັດແຫ່ງຊາດເປັນຜູ້ກ່າວຮັບຈາກຕົວແທນ ຂອງບັນ ດາຫົວໜ່ວຍທຸ ລະກິດທັງພາກລັດ ແລະ ເອກະຊົນ ຄື:ບໍລິສັດເບຍລາວຈຳນວນ
500 ລ້ານກີບ, ທະນາຄານແຫ່ງ ສປປລາວ 500 ລ້ານກີບ,
ກຸ່ມບໍລິສັດໄຟຟ້າລາວ 500 ລ້ານ ກີບ, ບໍລິສັດການບີນລາວ 30 ລ້ານກີບ ແລະ ບໍລິສັດບໍລິຄຳໄຊ
ມາຍນິງ 20 ລ້ານກີບ.
ໃນໂອກາດດັ່ງກ່າວ, ທ່ານ ພົນໂທ ດວງໃຈ ພິຈິດ
ໄດ້ກ່າວສະແດງຄວາມຂອບອົກຂອບໃຈ ມາຍັງບັນດາບໍລິສັດ ແລະ ລັດວິສາຫະກິດຕ່າງໆທີ່ເຫັນໄດ້ຄວາມສຳຄັນຕໍ່ຜົນກະທົບຈາກໄພນ້ຳຖ້ວມຢູ່
ສປປລາວ ໂດຍສະເພາະຢູ່ບັນດາແຂວງ
ພາກເໜືອ ແລະ ພາກໃຕ້ ອັນໄດ້ເຮັດໃຫ້ປະຊາຊົນຈຳນວນຫລວງຫລາຍຂາດອາ
ຫານການກິນ,ຂາດທີ່ພັກພາອາໄສ ແລະ ເງິນ
ຈຳນວນດັ່ງກ່າວນີ້ຫ້ອງວ່າການລັດຖະບານຈະນຳໄປຊ່ວຍເຫລືອເພື່ອບັນເທົາທຸກໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໃນຄັ້ງນີ້ຢ່າງທົ່ວເຖິງ.
ໃນວັນດຽວກັນນີ້ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີກໍໄດ້ມອບເງິນຈຳນວນ
100 ລ້ານກີບ ໃຫ້ຫ້ອງວ່າການ ລັດຖະບານ ເຊັ່ນດຽວກັນ ໂດຍແມ່ນ ທ່ານ ສຈ.ດຣ. ບໍ່ວຽງຄຳ ວົງດາລາ
ລັດຖະມົນຕີວ່າການກະຊວງດັ່ງກ່າວເປັນຜູ້ກ່າວ ມອບ ແລະ ທ່ານ ນຸລິນ ສິນບັນດິດ ລັດຖະມົນຕີວ່າການກະຊວງຊັບພະຍາກອນທຳມະຊາດ
ແລະ ສິ່ງແວດລ້ອມ ທັງເປັນ ຮອງປະທານຄະນະກຳມະການປ້ອງກັນ ແລະ ຄວມຄຸມໄພພິບັດແຫ່ງຊາດເປັນຜູ້ກ່າວຮັບ
ເຊິ່ງເງິນຈຳນວນດັ່ງກ່າວນີ້ ສ່ວນ ໜຶ່ງໄດ້ມາຈາກການລະດົມທຶນຈາກບັນດາພະນັກງານພາຍໃນກະຊວງ
ແລະ ອີກສວນໜຶ່ງ ໄດ້ຈາກການລະດົມຈາກບໍລິສັດ ແລະ ລັດວິສາຫະກິດຕ່າງໆມາມອບໃຫ້ເພື່ອນຳໄປຊ່ວຍເຫລືອຜູ້ປະສົບໄພທຳມະຊາດຢູ່ບັນດາແຂວງພາກເໜືອ
ແລະ ພາກໃຕ້.

No comments:
Post a Comment