Ad

Ad

14 October 2013

ລູກ​ໄປ​ໂຮງຮຽນ ​ແຕ່​ບໍ່​ເຂົ້າຫ້ອງ​ຮຽນ ຈະ​ແກ້​ໄຂ​ແນວ​ໃດ ? ( ຄໍ​ລຳ ​ແລກປ່ຽນ​ຄຳ​ເຫັນ )



​ໂດຍ​​​ : ຄຳ​ກອງ ທຳ​ມະ​ເທວາ
     ມື້ວານນີ້, ຜູ້ຂຽນໄດ້ມີໂອກາດໄປນັ່ງຫລິ້ນ ແລະ ໄດ້ລົມັກັບນາຍຄູຜູ້ໜຶ່ງ ເຊິ່ງຜູ້ກ່ຽວນັ້ນເປັນຄູສອນຢູ່ໂຮງຮຽນມັດທະ ຍົມຕອນປາຍແຫ່ງໜຶ່ງໃນນະຄອນຫລວງວຽງຈັນ ເວົ້າໃຫ້ຟັງວ່າ: “ປັດຈຸບັນ ສິ່ງເປັນຫ່ວງທີ່ສຸດຕໍ່ນັກຮຽນທີ່ໄປໂຮງຮຽນແລ້ວ ໜີໄປທາງອື່ນບາດຮອດໂມງເລີກຮຽນແລ້ວແມ່ນມາຕາມທີ່ພໍ່ແມ່ໄດ້ນັດໄວ້ເພື່ອມາຕ້ອນເອົາລູກ ເຮັດຄືວ່າຕົນເອງໄດ້ໄປໂຮງ ຮຽນຄັກແນ່, ແຕ່ຄວາມຈິງແລ້ວແມ່ນໄປຫລິ້ນເກມ, ຫລິ້ນສະນຸກເກີ, ເຂົ້າຮ້ານກິນດື່ມ, ເລາະຊື້ເຄື່ອງຕາມຕະຫລາດ ແລະ ອື່ນໆ” ໃນສົກຮຽນຜ່ານມາກໍມີຫລາຍກໍລະນີ. ຄູຜູ້ນັ້ນເວົ້າອອກມາດ້ວຍຄວາມເປັນຫ່ວງ.
    ຄວາມຈິງແລ້ວ ຕໍ່ເຫດການດັ່ງກ່າວ ເຮົາຕ້ອງໄດ້ພ້ອມກັນຊອກທາງແກ້ໄຂແຕ່ຫົວທີ. ດັ່ງສຸພາສິດເຄີຍກ່າວໄວ້ວ່າ: “ຮັກງົວ ໃຫ້ຜູກຮັກລູກໃຫ້ຕີ” ທາງແກ້ໄຂດີທີ່ສຸດແມ່ນຄອບຄົວ (ພໍ່ແມ່) ຜູ້ປົກຄອງ ຕ້ອງເອົາໃຈໃສ່ເປັນພິເສດໃນການສຶກສາອົບຮົມ ບົ່ມສອນລູກຫລານຂອງຕົນ, ຕິດຕາມເບິ່ງພຶດ ຕິກຳຂອງລູກ, ໄປຮອດໂຮງຮຽນ ແທ້ບໍ່... ? ຈາກນັ້ນ ພໍ່ແມ່ຜູ້ປົກຄອງຕ້ອງ ໄດ້ໃກ້ຊິດຕິດແທດກັບຄູ-ອາຈານຢູ່ໂຮງຮຽນບ່ອນທີ່ລູກໄດ້ຮຽນນັ້ນເປັນປະຈຳ, ຮັບຟັງຄຳຕຳນິສົ່ງຂ່າວຈາກຄູ-ອາຈານເປັນ ປະຈຳຕໍ່ກັບການຮ່ຳຮຽນ, ການເຄື່ອນໄຫວຂອງລູກ, ຫລີກເວັ້ນທີ່ສຸດມີພໍ່ແມ່ບາງຄົນເວລານາຍຄູສ່ອງແສງມາຕໍ່ພຶດຕິກຳຕ່າງໆ
ຂອງລູກຕົນເອງແລ້ວພັດເກີດຄວາມຄຽດຕໍ່ຄູ-ອາຈານ, ສ່ວນອຳນາດການປົກຄອງບ້ານບ່ອນທີ່ໂຮງຮຽນຕັ້ງຢູ່ນັ້ນຕ້ອງໄດ້ເຂົ້າ ຮ່ວມການຕິດຕາມຊ່ວຍເຫລືອຄູ-ອາຈານ ສົມ ຄວນບໍ່ ? ທີ່ຈະອະນຸຍາດໃຫ້ມີຮ້ານເກມ, ຮ້ານກິນດື່ມຢູ່ໃກ້ໂຮງຮຽນບ້ານ ຂອງຕົນ ແລະ ຕ້ອງມີລະບຽບການຄຸ້ມຄອງໃຫ້ເຂັ້ມງວດ ແລະ ຫ້າມນັກຮຽນເຂົ້າໄປໃຊ້ບໍລິການແມ່ນຈະເປັນການດີທີ່ສຸດ ແລະ ສ່ວນໂຮງຮຽນກໍຕ້ອງມີມາດຕະການຄຸ້ມຄອງນັກຮຽນຂອງຕົນບໍ່ໃຫ້ປະລະການຮຽນໄປຫລິ້ນແນວອື່ນ ແລະ ຖ້ານັກ ຮຽນຄົນໃດມີພຶດຕິກຳບໍ່ດີກໍຕ້ອງໄດ້ຮ່ວມກັບພໍ່ແມ່ຜູ້ປົກຄອງນຳມາສຶກສາອົບຮົມບອກສອນແຕ່ຫົວທີໂລດແມ່ນຈະເປັນການ ດີທີ່ສຸດ.

No comments:

Post a Comment