Ad

Ad

14 October 2013

ວິທະຍາໄລເຕັກນິກ-ວິຊາຊີບຈຳປາສັກ ແລະ ອຸບົນລາຊະທານີເປີດກວ້າງການຮ່ວມມື

     ວິທະຍາໄລເຕັກນິກ-ວິຊາຊີບຈຳປາສັກ ສປປ.ລາວ ແລະ ວິທະຍາໄລເຕັກນິກອຸ ບົນລາຊະທານີ, ລາຊະອານາຈັກໄທໄດ້ ເຊັນບົດບັນທຶກການຮ່ວມມືກັນຫລາຍ ດ້ານ ເພື່ອພັດທະນາການສຶກສາ ແລະ ການວິໄຈຂອງທັງສອງສະຖາບັນໃນວັນທີ 3 ຕຸລາ ນີ້, ຢູ່ວິທະຍາໄລເຕັກນິກ-ວິຊາຊີບຈຳປາສັກ ລະຫວ່າງທ່ານ ບົວໄຂ ສຸພາອ່ອນ ຜູ້ອຳ ນວຍການວິທະຍາໄລເຕັກ ນິກ-ວິຊາຊີບ ຈຳປາສັກ ແລະ ທ່ານ ລິຄິດ ພົນເຫລົາ ຜູ້ອຳນວຍການວິທະຍາໄລເຕັກນິກອຸບົນລາຊະທານີ, ມີບັນດາພະນັກງານຄູອາຈານ ຂອງທັງສອງສະຖາບັນ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.                                 
      ເນື້ອໃນບົດບັນທຶກເປີດກວ້າງການຮ່ວມມືດັ່ງກ່າວ, ທັງສອງສະຖາບັນໄດ້ຕົກລົງໃຫ້ມີການແລກປ່ຽນບຸກຄະລາກອນນັກ ວິຊາການ ແລະ ນັກວິໄຈ, ແລກປ່ຽນນັກສຶກສາ, ວິທະຍາກອນການນຳສະເໜີ ແລະ ເຄື່ອງມືຮັບໃຊ້ກອງປະຊຸມສຳມະນາ, ຂໍ້ ມູນຂ່າວສານດ້ານວິທະຍາສາດ ແລະ ອື່ນໆທີ່ທັງສອງສະຖາບັນມີຂໍ້ຕົກລົງຮ່ວມກັນ.

No comments:

Post a Comment